ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດອັນຈົບງາມ

11/10/2024 20:10
Email Print 658
ຂປລ ຂປລ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດອັນຈົບງາມ, ພ້ອມທັງໄດ້ມອບປະທານອາຊຽນ ໃຫ້ປະເທດມາເລເຊຍ ໃນຕອນບ່າຍຂອງ ວັນທີ 11 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າໜ້ທີ່ອາວຸໂສຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈຳອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.



ຂປລ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ
44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດອັນຈົບງາມ, ພ້ອມທັງໄດ້ມອບປະທານອາຊຽນ ໃຫ້ປະເທດມາເລເຊຍ ໃນຕອນບ່າຍຂອງ ວັນທີ 11 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າໜ້ທີ່ອາວຸໂສຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈຳອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.




ໃນໂອກາດນີ້
, ທ່ານ ສອນໄຊ ສີພັນດອນ ໄດ້ສະຫລຸບຜົນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງມີທັງໝົດ 16 ກອງປະຊຸມສຸດຍອດ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ໃນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ສຳລັບການເປັນປະທານ ອາຊຽນຂອງ ສປປ ລາວ ປະກອບສ່ວນເຂົ້າໃນ ຂະບວນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍກວ່າເກົ່າ. ນອກຈາກນີ້, ທ່ານຍັງໄດ້ຢໍ້າເຖິງຄວາມສຳຄັນ ຂອງຄວາມພະຍາຍາມລວມ ຂອງອາຊຽນ ເພື່ອຮັບປະກັນ ຂະບວນການສ້າງ ປະຊາຄົມອາຊຽນ ໃຫ້ມີຄວາມຕໍ່ເນື່ອງ ແລະ ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າໃນການສ້າງ ບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ໂດຍບັນດາຂະແໜງການທີ່ກ່ຽວຂ້ອງ ຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ ພາຍໃຕ້ການເປັນ ປະທານຂອງ ສປປ ລາວ ແນໃສ່ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ແລະ ແຈ້ງໃຫ້ຊາບຄວາມຄືບໜ້າ ການກະກຽມຄວາມພ້ອມສຳລັບ ການເປັນສະມາຊິກ ສົມບູນອາຊຽນຂອງ ຕີມໍແລັດສະເຕ ແລະ ການເສີມຂະຫຍາຍ ການພົວພັນຮ່ວມມືກັບພາຍນອກ.

ກອງປະຊຸມສຸດຍອດຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ໄດ້ຮັບຮອງ ແລະ ຮັບຊາບເອກະສານຫລາຍກວ່າ 90 ສະບັບ ຊຶ່ງເອກະສານເຫລົ່ານີ້, ຈະເປັນພື້ນຖານໃຫ້ບັນດາຂະແໜງການ ຂອງອາຊຽນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເຮັດໃຫ້ອາຊຽນ ມີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຫລາຍຂຶ້ນ ແລະ ກ້າວໄປສູ່ປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ກໍຄື ການປະກອບ ສ່ວນເຂົ້າໃນພາລະກິດລວມ ແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າ ໃນພາກພື້ນ ແລະ ໃນໂລກ.


ທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ການປະກອບສ່ວນຂອງ ປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ. ພ້ອມທັງ, ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວ ບັນດາເຜົ່າທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ອັນໄດ້ເຮັດໃຫ້ ບັນດາກອງປະຊຸມສຸດຍອດ ໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສຳເລັດອັນຈົບງາມ.

ໃນຕອນທ້າຍຂອງພິທີດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກໍໄດ້ມອບຄ້ອນສັນຍາລັກປະທານອາຊຽນ ໃຫ້ແກ່ ທ່ານ ອານວາ ອິບຣາຮີມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອເປັນປະທານອາຊຽນ ໃນປີ 2025.

ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນ ໄປຈົນຮອດວັນທີ 31 ທັນວາ 2024 ແລະ ມາເລເຊຍ ຈະເລີ່ມເປັນປະທານອາຊຽນແຕ່ວັນທີ 1 ມັງກອນ-31 ທັນວາ 2025.


ຮູບ: ສຸກສະຫວັນ
KPL

ຂ່າວອື່ນໆ

ads
ads

Top