ວິສາຫະກິດ ລາວ-ຈີນ ຊຸກຍູ້ການ ຮ່ວມມືອຸດສາຫະກໍາການຂົນສົ່ງ

15/10/2024 16:06
Email Print 10395
ຂປລ ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີເຊັນສັນຍາຮ່ວມມື ດ້ານການຊຸກຍູ້ການຮ່ວມມື ອຸດສາຫະກໍາການຂົນສົ່ງ, ເສດຖະກິດ-ການຄ້າ ແລະ ຍຸດທະສາດ ລະຫວ່າງພາກລັດຖະບານ ກັບວິສາຫະກິດຂອງສອງປະເທດ ລາວ-ຈີນ ໂດຍຜ່ານກອງປະຊຸມທຸລະກິດ ແລະ ການລົງທຶນສຸດຍອດອາຊຽນ ທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024 ຜ່ານມາ ແນໃສ່ສ້າງເງື່ອນໄຂໃຫ້ແກ່ ການຮວ່ມມືລາວ-ຈີນ ກ້າວສູ່ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ.



ຂປລ. ເມື່ອບໍ່ດົນມານີ້
, ໄດ້ມີພິທີເຊັນສັນຍາຮ່ວມມື ດ້ານການຊຸກຍູ້ການຮ່ວມມື ອຸດສາຫະກໍາການຂົນສົ່ງ, ເສດຖະກິດ-ການຄ້າ ແລະ ຍຸດທະສາດ ລະຫວ່າງພາກລັດຖະບານ ກັບວິສາຫະກິດຂອງສອງປະເທດ ລາວ-ຈີນ ໂດຍຜ່ານກອງປະຊຸມທຸລະກິດ ແລະ ການລົງທຶນສຸດຍອດອາຊຽນ ທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024 ຜ່ານມາ ແນໃສ່ສ້າງເງື່ອນໄຂໃຫ້ແກ່ ການຮວ່ມມືລາວ-ຈີນ ກ້າວສູ່ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ.



ພິທີເຊັນສັນຍາຮ່ວມມື ດັ່ງກ່າວ
, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ເຊັນສັນຍາຮ່ວມມື ກັບຕາແສງມາຝາງ ເມືອງຜິງກູ ນະຄອນຫລວງປັກກິ່ງ ວ່າດ້ວຍການສົ່ງເສີມການຮ່ວມມື ທາງດ້ານອຸດສາຫະກໍາ ແລະ ໂລຈິສຕິກ, ຫລັງຈາກນັ້ນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຍັງໄດ້ເຊັນສັນຍາຮ່ວມມື ເຂດພັດທະນາໂລຈິສຕິກ ຈິ່ງຜິງ ນະຄອນຫລວງປັກກິ່ງ ກ່ຽວກັບການສົ່ງເສີມການຮ່ວມມື ທາງດ້ານການຄ້າລະຫວ່າງ ລາວ-ຈີນ. ນອກນັ້ນ, ສະມາຄົມການຄ້າມິດຕະພາບ ແລະ ການຮ່ວມມື ລາວ-ຈີນ (LCC), ກຸ່ມເຕັກໂນໂລຊີດີຈິຕອນ ແຫ່ງຊາດລາວ (LADT), ສະມາຄົມຄົ້ນຄວ້າວິ​ໄຈເພີ່ມປະສິດທິພາບ ພື້ນຖານໂຄງລ່າງພື້ນຖານຂອງຈີນ (COSCC) ແລະ ບໍລິສັດ Far East Credit Rating Co., Ltd (FECR) ໄດ້ລົງນາມໃນສັນຍາຮ່ວມມື ໃນທາງຍຸດທະສາດທັ້ງ 4 ຝ່າຍ ແລະ ຮ່ວມກັນເປີດ ບົດລາຍງານ ການຈັດອັນດັບສິນເຊື່ອອະທິປະໄຕ ໃນບັນດາກຸ່ມປະເທດອາຊຽນ ASEAN Sovereign Credit Rating Report”.




ພ້ອມນີ້
, ຍັງໄດ້ເຊັນສັນຍາຮ່ວມມື ຍຸດທະສາດລະຫວ່າງ ສະຖາບັນຄົ້ນຄວ້າ ການຢາສາກົນອາ ຊຽນ-ຮົງກົງ ກັບສະມາຄົມທຸລະກິດຢາ ແລະ ຜະລິຕະພັນການແພດລາວ, ການເຊັນສັນຍາກຸ່ມບໍລິສັດລາວ ເນເຊັນນໍດີຈິຕອນເທັກໂນໂລຢີ ຮ່ວມກັບບໍລິສັດ E-gets ເພື່ອຮ່ວມມືກັນເຊື່ອມໂຍງ ສະຖານະການຊີວິດດີຈິຕອນ ໃນທົ່ວພາກພື້ນອາຊຽນ ແລະ ອີກຫລາຍສະບັບສັນຍາການຮ່ວມມື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນກະຊວງແຜນການ ແລະ ການລົງທຶນ.

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top