ສະຫລອງວັນເດັກຍິງສາກົນ ແລະ ວັນເກີດ ນາງ ນ້ອຍ ຄົບຮອບ 18 ປີ

15/10/2024 15:54
Email Print 2775
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ຈັດສະ​ເຫລີ​ມສະຫລອງ ​ວັນ​ເດັກ​ຍິງ​ສາກົນ ​ແລະ ວັນສ້າງ​ຕັ້ງ​ແຜນ​ງານ​ ນາງ​ນ້ອຍ ​ຄັ້ງ​ທີ 8 ຄົບຮອບ 18 ປີ ພາຍ​ໃຕ້​ຫົວ​ຂໍ້: “ວິ​ໄສ​ທັດ​ຂອງ​ເດັກ​ຍິງ​ ເພື່ອ​ອະນາຄົດ ​ໃນ​ວັນ​ທີ 15 ຕຸລາ 2024.



ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (
UNFPA), ບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ຈັດສະ​ເຫລີ​ມສະຫລອງ ​ວັນ​ເດັກ​ຍິງ​ສາກົນ ​ແລະ ວັນສ້າງ​ຕັ້ງ​ແຜນ​ງານ​ ນາງ​ນ້ອຍ ​ຄັ້ງ​ທີ 8 ຄົບຮອບ 18 ປີ ພາຍ​ໃຕ້​ຫົວ​ຂໍ້: ວິ​ໄສ​ທັດ​ຂອງ​ເດັກ​ຍິງ​ ເພື່ອ​ອະນາຄົດ ​ໃນ​ວັນ​ທີ 15 ຕຸລາ 2024.

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກາດ​ເອົາ​ວັນ​ທີ 11 ຕຸລາ ​ເປັນ​ວັນ​ເດັກ​ຍິງ​ສາ​ກົນ​ ນັບ​ແຕ່​ນັ້ນ​ມາ, ວັນ​ທີ 11 ຕຸລາ​ ​ຂອງ​ທຸກໆ​ປີ ຈຶ່ງໄດ້​ສະ​ເຫລີ​ມສະຫລອງ ​ເປັນ​ວັນ​ເດັກ​ຍິງ​ສາກົນ ເພື່ອຮັບຮູ້ສິດທິ ແລະ ສິ່ງທ້າທາຍ ທີ່ເດັກຍິງໃນທົ່ວໂລກໄດ້ພົບພໍ້. ໃນປີ 2016 ສປປ ລາວ ໄດ້ເປີດແຜນງານ ນາງນ້ອຍ ແລະ ສ້າງນາງນ້ອຍ (ຂະນະ​ນັ້ນ​ນາງ​ນ້ອຍ​ມີ​ອາ​ຍຸ 10 ປີ) ໃຫ້ເປັນຕົວແທນຂອງເດັກຍິງ ໄວໜຸ່ມທັງໝົດ 700.000 ກວ່າຄົນ ໃນທົ່ວປະເທດ. ຮູບແບບດັ່ງກ່າວ, ໄດ້ຖືກສ້າງຂຶ້ນ ເພື່ອເປັນຈຸດເລີ່ມຕົ້ນໃນການສົນທະນາ ແລະ ດຶງດູດຄວາມສົນໃຈ ກັບຄວາມຕ້ອງ ການທີ່ສໍາຄັນ ຂອງເດັກຍິງໄວໜຸ່ມ ເຊັ່ນດຽວກັນກັບເດັກຊາຍ. ນັບ​ແຕ່​ນັ້ນ​ມາ, ວັນທີ 11 ຕຸລາ ​ກໍເປັນວັນຄົບຮອບ ວັນເກີດຂອງນາງນ້ອຍ ແລະ ໄດ້ຈັດງານ​ຂຶ້ນ​ໃນ​ທຸກໆ​ປີ ​ ​ເພື່ອສະຫລອງ​ຄວາມ​ຄືບ​ໜ້າກ່ຽວ​ກັບ ​ໂຄງການ​ໄວ​ໜຸ່ມ ​ແລະ ການ​ສ້າງ​ຄູ່​ຮ່ວມ​ງານ ​ແລະ ​ເສີມ​ຂະ ຫຍາຍ​ຄຳ​ໝັ້ນ​ສັນຍາ ​ໃນ​ການ​ຊຸກຍູ້​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​​ໄວໜຸ່ມຍິງ ​ແລະ ຊາຍ​ ດ້ວຍ​ວິ​ໄສ​ທັດ ບໍ່​ປ່ອຍປະໃຜ​ໄວ້​ຂ້າງ​ຫລັງ”.

ໂອກາດນີ້,  ທ່ານ ກິ່​ງ​ມະໂນ ພົມ​ມະຫາ​ໄຊ ຮອງລັດຖະມົນຕີ ກະຊວງ​ສຶກສາ​ທິ​ການ ແລະ ກິລາ ໄດ້ກ່າວວ່າ: ແມ່ຍິງໃນຊຸມຊົນ ມີຄວາມດ້ອຍໂອກາດຫລາຍກວ່າຜູ້ຊາຍ. ສະນັ້ນ, ພວກເຮົາຕ້ອງມີນະ ໂຍບາຍ ແລະ ມີແຜນງານທີ່ຊັດເຈນ ເພື່ອຊ່ວຍເຫລືອເຂົາເຈົ້າ, ນອກຈາກນີ້ ພວກເຂົາຍັງຕ້ອງ ໄດ້ຮັບໂອກາດ ໃນການມີສ່ວນຮ່ວມ, ການຕັດສິນໃຈໃນຂັ້ນນະໂຍບາຍ ຫລື ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດແຜນງານ. ລວມເຖິງການສະໜັບສະໜູນໃນການ ສ້າງຄວາມເຂັ້ມແຂງ, ມີສຸຂະພາບທີ່ດີ, ໄດ້ຮັບການສຶກສາ, ມີວຽກເຮັດງານທໍາ, ໄດ້ຮັບການປົກປ້ອງທາງສັງຄົມ ແລະ ມີສ່ວນຮ່ວມ ເພື່ອບັນລຸຄວາມຝັນຂອງເຂົາເຈົ້າ. ປັດຈຸບັນ, ສປປ ລາວ ປະເຊີນກັບອັດຕາການຖືພາ ໃນໄວໜຸ່ມສູງທີ່ສຸດໃນພາກພື້ນ, ໂດຍອັດຕາການເກີດລູກຂອງໄວໜຸ່ມ ເພີ່ມຂຶ້ນຈາກ 83 ຄົນ ຕໍ່ 1.000 ຄົນ ໃນປີ 2017 ເພີ່ມຂຶ້ນເປັນ 89 ຄົນຕໍ່ 1.000 ຄົນໃນປີ 2023. ນອກນັ້ນ, ອັດຕາສ່ວນຂອງເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວ ຫລື ຢູ່ນຳກັນໂດຍບໍ່ໄດ້ແຕ່ງງານ ເພີ່ມ​ຂຶ້ນ​ຈາກ 23,5% ​ໃນ​ປີ 2017 ​ເປັນ 26,5% ​ໃນ​ປີ 2023. ການໃຫ້ຄວາມສຳຄັນເຖິງການຖືພາຂອງໄວໜຸ່ມ ເປັນຫົວຂໍ້ສຳຄັນຂອງວັນເດັກສາກົນ ໃນປີນີ້ຊ່ວຍໃຫ້ເຂົ້າໃຈເຖິງ ສິ່ງທ້າທາຍ ລະດັບຊາດທີ່ຍັງ​ຄົງ​ຄ້າງ ໂດຍເກີດຈາກ​ບັນທັດ​ຖານ​ທາງ​ສັງ​ຄົມ​, ຊ່ອງວ່າງຂອງຂໍ້ມູນ, ຄວາມສາມາດ ແລະ ຜົນກະທົບ ທາງດ້ານເສດຖະກິດ-ສັງຄົມ ຂອງການລະບາດຂອງພະຍາດ COVID-19. ການຖືພາໃນໄວໜຸ່ມ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ສຸຂະພາບ, ສະຫວັດດີການຂອງແມ່ໃນໄວເດັກ ແລະ ລູກນ້ອຍເທົ່ານັ້ນ ແຕ່ຍັງເປັນການລ່ວງລະເມີດສິດທິມະນຸດ, ຂັດຂວາງການພັດທະນາ ຂອງບຸກຄົນ, ການສຶກສາ ແລະ ເສດຖະກິດອີກດ້ວຍ.

ໂອກາດດຽວກັນ, ທ່ານ ດຣ ບາກຕິຢໍ ກາດີເຣີບ ຜູ້ຕາງໜ້າອົງການ ສະຫະປະຊາຊາດກອງທຶນ ສຳລັບປະຊາກອນ ປະຈຳ ສປປ ລາວ ກໍໄດ້ເນັ້ນເຖິງຄວາມສຳຄັນ ຂອງການລົງທຶນໃສ່ໄວໜຸ່ມ ເພື່ອໝູນໃຊ້ສິດທິ ແລະ ການເຂົ້າເຖິງໂອກາດທີ່ຫລາກຫລາຍ, ການສະຫລອງວັນເກີດຄົບຮອບ 18 ປີຂອງ ນາງນ້ອຍ ຄັ້ງນີ້, ເປັນການສືບຕໍ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກຍິງ ໃຫ້ມີທັກສະທີ່ສໍາຄັນໃນຊີວິດ ແລະ ສິດໃນການເລືອກ; ວິໄສທັດ ແລະ ທ່າແຮງຂອງໄວໜຸ່ມຍິງ 700.000 ຄົນໃນ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ ອັນມະຫາສານໃນປັດຈຸບັນ ແລະ ອະນາຄົດຂອງປະເທດ; ການລົງທຶນໃສ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມສາມາດຂອງເດັກຍິງ ແລະ ໄວໜຸ່ມບໍ່ພຽງແຕ່ ຈະສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ, ແຕ່ຍັງເປັນປະໂຫຍດຕໍ່ຄອບຄົວ ແລະ ຄົນຮຸ່ນຕໍ່ໄປນຳອີກ; ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ຈະຊ່ວຍເພີ່ມສັກກາຍະພາບ ໃຫ້ແກ່ປະຊາກອນ ເຊິ່ງຈໍາເປັນເພື່ອການພັດທະນາ ປະເທດແບບຍືນຍົງ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top