ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

14/10/2024 20:20
Email Print 828
ຂປລ ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ



ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ
44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍ ຂອງ ວັນທີ 10 ຕຸລາ ຜ່ານ​ມາ ເພື່ອຊຸກຍູ້ສົ່ງເສີມວຽກງານ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ​ໂດຍສະເພາະ ການຮວ່ມມືຂອງສອງກະຊວງ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

​ໂອກາດ​ນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາສູງ ຕໍ່ຜົນສໍາເລັດຂອງການຢ້ຽມຢາມພົບປະສອງຝ່າຍ ຂອງການນໍາຂັ້ນສູງ ລະຫວ່າງ ສອງປະເທດ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການ ເພີ່ມພູມຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ທີ່ເປັນມູນເຊື້ອອັນດີງາມໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.



ພ້ອມ​ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ຍັງໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ດ່າວ ຫງ໋ອກ ຢຸງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສໍາຄັນຕ່າງໆ ລວມທັງການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີສະພາ ວັດທະນະທໍາ-ສັງຄົມ ອາຊຽນ ຄັ້ງທີ
31 ແລະ 32 ເຊິ່ງບັນລຸຜົນສໍາເລັດໄປດ້ວຍດີ, ພິເສດແມ່ນການສະໜັບສະໜູນ ວຽກງານແຮງງານ ແລະ ສະຫວັດດີດີການສັງຄົມ ເປັນຕົ້ນ ວຽກງານແຮງງານໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນ ປະໂຫຍດຂອງເຂົາເຈົ້າຕາມກົດໝາຍ, ການພັດທະນາສີມືແຮງງານຝຶກອົບຮົມວິຊາຊີບ ເພື່ອນໍາເອົາບົດ ຮຽນທີ່ດີ ແລະ ແທດເໝາະໜູນໃຊ້ເຂົ້າໃນ ຫລັກສູດການຮຽນ-ການສອນ ຂອງສະຖາບັນ ແລະ ບັນດາສູນຝຶກວິຊາຊີບ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນຄູຝຶກ, ໃຫ້ທຶນຝຶກອົບຮົມໄລຍະສັ້ນ ວຽກງານສື່ສານໂຄສະນາ ແກ່ພະນັກງານ-ລັດຖະກອນ ແລະ ການແລກປຽນທັດສະນະສືກສາຢູ່ ສສຫວຽດນາມ, ຊຸກຍູ້ເພີ່ມທະວີການຮ່ວມມື ແລກປ່ຽນວິຊາການ ແລະ ຂໍ້ມູນຂ່າວວິຊາການ ໂດຍການແລກປ່ຽນບົດຮຽນວຽກຜູ້ອາຍຸສູງ, ຜູ້ພິການ, ເດັກດ້ອຍໂອກາດ, ການສ້າງກອງທຶນສໍາລັບເດັກ, ການສ້າງລະບົບຖານຂໍ້ມູນປົກປ້ອງເດັກ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ; ແລກ ປ່ຽນຂໍ້ມູນຂ່າວສານ ວຽກປ້ອງກັນ ແລະ ຕອບໂຕ້ໄພພິບັດທໍາມະຊາດ; ການຫັນເປັນທັນສະໄໝ (ດີຈິຕອນ) ໃນຂົງເຂດວຽກແຮງງານ ແລະ ສະຫວັດດີການສັງຄົມ; ສືບຕໍ່ປະສານສົມທົບ ແລະ ໃຫ້ການຮ່ວມມືກັບ ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃນການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານ ແລະ ອາສາສະໝັກຫວຽດນາມ ທີ່ຕົກຄ້າງຢູ່ແຜ່ນດິນລາວ ໃຫ້ກັບຄືນບ້ານເກີດເມືອງນອນ ແລະ ກຽມເຂົ້າຮ່ວມກອງປະຊຸມປະຈໍາປີ 2025 ແລະ ອື່ນໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຂອງແຕ່ລະຂະແໜງການ ຮສສ ຢ່າງແຂງແຮງ.



ຈາກນັ້ນ
, ທ່ານ ດ່າວ ຫງ໋ອກ ຢຸງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຮອບດ້ານ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ກໍຄື ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ສະພາວັດທະນະທໍາ-ສັງຄົມອາຊຽນ 2 ຄັ້ງຜ່ານມາ ແລະ ບັນດາກອງປະຊຸມ ປິ່ນອ້ອມອື່ນໆ ເຊິ່ງເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຍິນດີໃຫ້ການສະໜັບສະໜູນ ວຽກງານການຮວ່ມມືຮອບ ດ້ານຂອງສອງກະຊວງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top