ທ່ານ ສີ ຈິ້ນຜິງ ໂອ້ລົມກັບ ປະທານາທິບໍດີ ອິນໂດເນເຊຍ ຜ່ານທາງໂທລະສັບ

15/10/2024 16:58
Email Print 117
ຂປລ ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ໂອ້ລົມກັບ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ອິນໂດເນເຊຍ ຜ່ານທາງ ໂທລະສັບ ຕາມການນັດໝາຍ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 14 ຕຸລານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ໂອ້ລົມກັບ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ອິນໂດເນເຊຍ ຜ່ານທາງ ໂທລະສັບ ຕາມການນັດໝາຍ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ: ທ່ານ ໂຈໂກ ວີໂດໂດ ໄດ້ເດີນທາງ ມາຢ້ຽມຢາມ ສປ ຈີນ 8 ຄັ້ງ ໃນໄລຍະ ດຳລົງຕຳແໜ່ງ ປະທານາ ທິບໍດີ ອິນໂດເນເຊຍ ເປັນເວລາ 10 ປີ ແລະ ໄດ້ພົບປະກັນ ສອງຝ່າຍ  12 ຄັ້ງ, ພ້ອມກັນ ນຳພາ ສອງປະເທດ ເລີ່ມເປີດໂສມໜ້າໃໝ່ ແຫ່ງການຮ່ວມກັນສ້າງ ປະຊາຄົມ ຮ່ວມຊາຕາກຳ, ສ້າງສະພາບການ ຮ່ວມມື ຍຸດທະສາດ ຮອບດ້ານ. ທ່ານ ສີ ຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ສປ ຈີນ ຍິນດີຮ່ວມກັບ ອິນໂດເນເຊຍ ຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ, ເພື່ອເຮັດໃຫ້ ການຮ່ວມມື ສອງປະເທດ ສ້າງຜົນປະໂຫຍດ ໃຫ້ປະຊາຊົນ ສອງຊາດ ຫລາຍກວ່າເກົ່າ. ສປ ຈີນ ຍິນດີຮ່ວມກັບ ອິນໂດເນເຊຍ ພ້ອມກັນ ຊຸກຍູ້ ໃຫ້ປະເທດ ຢູ່ເຂດໂລກໃຕ້ ສາມັກຄີ ແລະ ຮ່ວມມືກັນ, ປົກປັກຮັກສາ ຜົນປະໂຫຍດຮ່ວມ ຂອງປະເທດ ພວມພັດທະນາ ຢ່າງຫລວງຫລາຍ, ຊຸກຍູ້ ການພັດທະນາ, ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນ ລະພາບ ຂອງພາກພື້ນ ກໍຄື ຂອງໂລກ.ຈາກນັ້ນ  ທ່ານໂຈໂກ ວີໂດໂດ ກ່າວວ່າ: ຂອບໃຈນຳ ສປ ຈີນ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ເສດຖະກິດ ຂອງອິນໂດເນເຊຍ, ທາງລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ໄດ້ກາຍເປັນ ແບບຢ່າງ ການຮ່ວມມື ທີ່ສອງຝ່າຍ ຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ ການນຳພາ ຂອງລັດຖະບານ ອິນໂດເນເຊຍ ຊຸດໃໝ່, ການພົວພັນ ລະຫວ່າງ ສອງປະເທດ ຈະສືບຕໍ່ ຮັກສາ ທ່ວງທ່າ ຂະຫຍາຍຕົວ ທີ່ດີງາມຕໍ່ໄປ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top