ກຽມສະຫລອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

11/10/2024 16:19
Email Print 488
ຂປລ ຂປລ. ຄວາມທຸກຍາກ ແລະ ໄພອຶດຫີວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫລາຍສະຕະວັດແລ້ວ ເຊິ່ງ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນມາ.



ຂປລ. ຄວາມທຸກຍາກ ແລະ ໄພອຶດຫີວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫລາຍສະຕະວັດແລ້ວ ເຊິ່ງ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນມາ. ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສຳຄັນ ຂອງວຽກງານ ດັ່ງກ່າວ
, ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ຂອງທຸກໆປີ ເປັນ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ ປີ 2003 ເປັນຕົ້ນມາ.

ໃນວັນທີ 11 ຕຸລາ 2024 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສີກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວເນື່ອງໃນໂອກາດ ວັນອາຫານໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບ​ລ້າງ​ຄວາມທຸກ​ຍາກ ປີ 2024 ວ່າ: ການໂຮມຊຸມນຸມ ແລະ ລະລຶກເຖິງ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍ ຄວາມສຳຄັນ ບໍ່ສະເພາະແຕ່ ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກຍາກ ແລະ ໄພອຶດຫີວ, ແຕ່ຍັງແມ່ນເພື່ອໃຫ້ມີກຳລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກ ຄວາມທຸກຍາກ ແລະ ໄພອຶດຫີວ, ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຜະລິດສະບຽງອາຫານ ໃຫ້ຫລາກຫລາຍ, ມີປະສິດທິພາບ ແລະ ຍືນຍົງ. ການສະເຫລີມສະຫລອງ ວັນອາຫານໂລກ ໃນປີ 2024 ນີ້ແມ່ນຄົບຮອບ 44 ປີ, ລະນຶກເຖິງ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງ ຄວາມທຸກຍາກ ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 23 ຕຸລາ 2024, ທີ່ ນະຄອນຫລວງວຽງຈັນ, ພາຍໃຕ້ຄໍາຂວັນ: “ສິດໃນການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປ”

ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕາງໜ້າໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມເປັນເຈົ້າພາບ ຈັດພິທີສະເຫລີມສະຫລອງ ຢ່າງເປັນທາງການໃນປີນີ້, ຮຽກຮ້ອງມາຍັງທົ່ວພັກ ທົ່ວລັດ ທົ່ວປວງຊົນລາວທັງຊາດ ຕະຫລອດຮອດບັນດາ ຄູ່ຮ່ວມພັດທະນາຕ່າງໆ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການ ສະເຫລີມສະຫລອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກໃນປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ກໍຄື ການຮ່ວມກັນຈັດຕັ້ງປະຕິບັດ ວຽກງານການຜະລິດສະບຽງອາຫານ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ເພື່ອເປົ້າໝາຍການຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັບປະກັນໃຫ້ທຸກຄົນສາມາດ ເຂົ້າເຖິງອາຫານທີ່ມີໂພຊະນາການ ຢ່າງມີປະສິດທິພາບ ແລະ ຍືນຍົງ.

KPL

ຂ່າວອື່ນໆ

ads
ads

Top