ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາ

15/10/2024 14:32
Email Print 102
ຂປລ ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ 2024 ຈັດ​ຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ ຄະນະປະຈໍາ ສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດ ຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ
2024 ຈັດ​ຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ ຄະນະປະຈໍາ ສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດ ຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.



ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ບົດລາຍງານຜົນການຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ
2015, ບົດລາຍງານຮ່າງແຜນກະກຽມ ແລະ ດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ບົດລາຍງານ ແລະ ຂໍທິດຊີ້ນໍາບັນຫາພົ້ນເດັ່ນ ໃນການກະກຽມການເປັນເຈົ້າ ພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45, ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີ ຂອງລັດຖະບານ ກ່ຽວກັບການສະເໜີຂໍ ໃຫ້ຄະນະປະຈໍາສະພາແຫ່ງຊາດ ພິ ຈາລະນາ ຮັບຮອງເອົາສັນຍາໂອນຫຸ້ນ ໂຄງການເຂື່ອນໄຟຟ້າຫີນບູນ ແລະ ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງ ປະທານອົງການກວດສອບ ປະຈໍາພາກເໜືອ.



ຂ່າວ: ອາລິນ ສຸພິມມະປະດິດ

KPL

ຂ່າວອື່ນໆ

    • ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນການເມືອງ

      ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ

      10/15/2024 3:59:20 PM

      ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການ ກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ

    • ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013ການເມືອງ

      ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013

      10/15/2024 2:01:34 PM

      ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ​ແອັກ​ແມັກ (ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມ.

    • ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນການເມືອງ

      ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

      10/14/2024 8:20:58 PM

      ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ

    • ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍການເມືອງ

      ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ

      10/14/2024 8:14:21 PM

      ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.

    • ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນການເມືອງ

      ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ

      10/14/2024 3:25:01 PM

      ຂປລ. ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ​ໃນວັນທີ 11 ຕຸລາ 2024 ຜ່ານ​ມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.

ads
ads

Top