ສປ ຈີນ-ປາກິດສະຖານ ມອບ-ຮັບໂຄງການກໍ່ສ້າງສະໜາມບິນສາກົນໃໝ່ກວາດາ

15/10/2024 16:47
Email Print 128
ຂປລ ພິທີມອບ-ຮັບ ໂຄງການ ກໍ່ສ້າງ ສະໜາມບິນ ສາກົນໃໝ່ ກວາດາ ຂອງປາກິດສະຖານ ທີ່ ສປ ຈີນ ຊ່ວຍກໍ່ສ້າງ ໄດ້ຈັດຂຶ້ນ ຢູ່ປາກິດສະຖານ. ສະໜາມບິນ ສາກົນໃໝ່ ກວາດາ ແມ່ນເລີ່ມກໍ່ສ້າງ ມາແຕ່ ເດືອນຕຸລາ ປີ2019

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 14 ຕຸລານີ້, ພິທີມອບ-ຮັບ ໂຄງການ ກໍ່ສ້າງ ສະໜາມບິນ ສາກົນໃໝ່ ກວາດາ ຂອງປາກິດສະຖານ ທີ່ ສປ ຈີນ ຊ່ວຍກໍ່ສ້າງ ໄດ້ຈັດຂຶ້ນ ຢູ່ປາກິດສະຖານ. ສະໜາມບິນ ສາກົນໃໝ່ ກວາດາ ແມ່ນເລີ່ມກໍ່ສ້າງ ມາແຕ່ ເດືອນຕຸລາ ປີ2019, ເປັນໜຶ່ງ ໃນໂຄງການ ຕົວແບບ ຕາມແລວ ເສດຖະກິດຈີນ-ປາກິດສະຖານ. ເດືອນມິຖຸນາປີ2024 ໄດ້ສຳເລັດ ການທົດລອງບິນ ຢູ່ສະໜາມບິນ ດັ່ງກ່າວ ເຊິ່ງເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ ສະໜາມບິນແຫ່ງນີ້ ໃກ້ຈະເປີດ ນຳໃຊ້ແລ້ວ. ການກໍ່ສ້າງ ແລະ ນຳໃຊ້ ສະໜາມບິນສາກົນໃໝ່ ກວາດາ ຈະປັບປຸງ ຊີວິດ ການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ໃຫ້ດີຂຶ້ນ, ພ້ອມທັງ ສ້າງຜົນປະໂຫຍດ ອັນໃຫຍ່ຫລວງ ຕໍ່ການພັດທະນາ ເຂດອ້ອມຂ້າງ ອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top