5983

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 15.10.2024 ປີທີ 23 ສະບັບທີ 6.038 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ]k;{9u o Ia fc|h o dkorq ;ra oIj ;,,n lv'/j kp gxu fdv'xt-5 , vkdvovk-Po c]t vkdvo-q ,.-h vk-Po 16j s];'rt[k' lv'okpq d ]k;{9u o Ij ;,gxu fxh kp leg]a fdkod+ lh k'vk7ko3I'\= ,t3slq f ]a f4t,q o8u 8j k'xtgmfltst]a f leg]a f1h P,1k, lxx ]k; vk-Po{]5 d-e[;d ln [8+ glu ,0tspkpdkorq ;ra oIj ;,,n okpq d]a f4t,q o8u 4tcs]'zq o dv'xt-5 ,l5 fpvfvk-Po ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ເຊິ່ງມີເນື້ອໃນດັ່ງນີ້: ສະບາຍດີ ບັນດາທ່ານ ຜູ້ຕາງໜ້າສື່ ມວນຊົນ, ທ່ານ ຍິງ ແລະ ທ່ານ ຊາຍ, ຂ້າພະເຈົ້າ ມີຄວາມປິຕິຍິນດີຕ້ອນ ຮັບບັນດາທ່ານຜູ້ຕາງໜ້າ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ ກອງປະຊຸມຖະແຫລງຂ່າວ ຜົນຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມ ສຸດຍອດ ທີ່ກ່ຽວຂ້ອງ ພາຍໃຕ້ ຄໍາຂວັນ “ເພີ່ມທະວີການເຊື່ອມຈອດແລະຄວາມ ເຂັ້ມແຂງອາຊຽນ” ທີ່ໄດ້ຈັດ ຂຶ້ນໃນ ວັນທີ 9-11 ຕຸລາ 2024. ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານ ຮັບຊາບໂດຍລວມ ຜົນຂອງບັນດາກອງ ຂປລ. ວັນທີ 11 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີແຫ່ງສປປລາວ ໄດ້ຖະແຫລງ ຜົນສຳເລັດກອງປະຊຸມ ສຸດຍອດອາ ຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາ dP,lts]v' ;a ovksko3]d le,tokxa [x5 'goN v.oIj k'76 j ,n dko7Q o7;h k[q f7a fsp= h dq f\kp ຂປລ. ໂດຍຕອບສະໜອງຕາມຄໍາ ເຊື້ອເຊີນຂອງ ສະຫາຍ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫລີ ສຽງ ນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ ແລະ ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ທີ່ ສປປ ລາວ ໃນລະ ເຫລືອລ້າ ຈາກລັດຖະບານ ສປ ຈີນ, ມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງ ຫວ່າງວັນທີ 9-12 ຕຸລາ 2024 ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ການພົວພັນຮ່ວມມື ຂປລ. ໃນວັນທີ 12 ຕຸລາ 2024 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ສຽງ ນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າ ຮ່ວມພິທີເປີດປ້າຍ ຜົນສຳເລັດການກໍ່ ສ້າງອາຄານໂຮງໝໍມະໂຫສົດ ຢູ່ນະ ຄອນຫລວງວຽງຈັນ ໂດຍການຊ່ວຍ ຂປລ. ຄວາມທຸກຍາກ ແລະ ໄພອຶດ ຫີວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫລາຍສະຕະວັດແລ້ວ ເຊິ່ງອົງການອາຫານ ແລະ ການກະ ເສດ ຂອງສະຫະປະຊາຊາດ ໄດ້ກຳນົດ ເອົາ ວັນທີ 16 ຕຸລາ ຂອງທຸກໆປີເປັນ ວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມ ທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນ ມາ. ລັດຖະບານ ແຫ່ງ ສປປ ລາວ ເຫັນ ໄດ້ຄວາມສຳຄັນ ຂອງວຽກງານດັ່ງ ກ່າວ, ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງ ຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມ ແຕ່ ປີ 2003 ເປັນຕົ້ນມາ. ໃນວັນທີ 11 ຕຸລາ 2024 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສີກໍາ ແລະ ປ່າໄມ້ ໄດ້ຖະ ແຫລງຂ່າວເນື່ອງໃນໂອກາດວັນອາ * ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ສະຫະລັດອາເມລິກາ ແອນໂທນີບຣິງເກນ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນໃນງານຖະແຫລງຂ່າວໃນໂອ ກາດຢ້ຽມຢາມສປປລາວເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ44- 45 ແລະ ກອງປະຊຸມປິ່ນອ້ອມກ່ຽວ ຂ້ອງ ເຊິ່ງທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນໄຊ ສີພັນດອນ ທີ່ໃຫ້ ກຽດຕ້ອນຮັບຢ່າງອຸ່ນອົບອຸ່ນ ແລະເປັນ ເຈົ້າພາບກອງປະຊຸມຄັ້ງນີໄດ້ດີຫລາຍ ພ້ອມດຽວກັນນີ້ ທ່ານລັດຖະມົນຕີກະ ຊວງການຕ່າງປະເທດ ສະຫະລັດອາ ເມລິກາ ຍັງໄດ້ຢໍ້າເຖິງສາຍພົວພັນການ ຮ່ວມມືຂອງສະຫະລັດອາເມລິກາ ກັບ ບັນດາປະເທດອາຊຽນ ກໍຄື ສປປ ລາວ ອີກດ້ວຍ ໃນນັ້ນໄດ້ກ່າວເຖິງບາງເນື້ອ ໃນສໍາຄັນ ແລະ ຍົກໃຫ້ເຫັນສາຍພົວ ພັນການຮ່ວມມືແບບກວມລວມຂອງ ສອງປະເທດສປປລາວແລະສະຫະລັດ ອາເມລິກາໃນໄລຍະຜ່ານມາໂດຍໄດ້ ສ້າງຕັ້ງຂຶ້ນໃນປີ 2016 ເຊິ່ງທັງສອງ ປະເທດພວກເຮົາໄດ້ສືບຕໍ່ເຮັດວຽກ ຮ່ວມກັນຢ່າງຕໍ່ເນື່ອງ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນທີ່ດີ ງາມເພື່ອຕອບສະໜອງຄວາມຕ້ອງ ການຂອງປະຊາຊົນລາວບັນດາເຜົ່າ ນັ້ນແມ່ນຄວາມຮັບຜິດ ຊອບຂອງພວກ ເຮົາດັ່ງນັ້ນ ໜຶ່ງໃນສິ່ງທີ່ພວກເຮົາໄດ້ ກ່າວມາ ແມ່ນໃນການເຮັດວຽກຮ່ວມ ກັນໃຫ້ຫລາຍກວ່າເກົ່າໃນການຊ່ວຍ ເຫລືອສ້າງຂີດຄວາມສາມາດໃນການ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ10 ຕຸລາ 2024ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊາວີເອ ເບັດແຕນລ໌ (Mr. Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ລັດຖະມົນຕີ ກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາ ຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍ ຄະນະ ທີ່ໄດ້ເດີນທາງມາຮ່ວມພິທີເຊັນ ສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້(TAC) ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ. F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ກະຊວງການເງິນ ແຫ່ງ ສປປ ລາວ ກໍຄື ກົມສ່ວຍສາອາກອນ ໄດ້ເປັນເຈົ້າພາບຈັດກອງປະຊຸມວຽກ ງານສ່ວຍສາອາກອນອາຊຽນ(WGAFT) ຄັ້ງທີ 19 ແລະ ກອງປະຊຸມ ວຽກງານອາ ກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນ ທີ 14-16 ຕຸລາ 2024 ຢູ່ແຂວງ F ອ່ານຕໍ່ໜ້າ 2 ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາ ປັບປຸງເນື້ອໃນຮ່າງຄູ່ມືການຄົ້ນຄວ້າ ບົດຄັດຫຍໍ້ກົດໝາຍ ໃນວັນທີ 1213 ຕຸລາ 2024 ຜ່ານມາ, ທີ່ເມືອງ ວັງວຽງ ແຂວງວຽງຈັນ ໂດຍການ ເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ, ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.ທັງນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດ ໝາຍ ແລະ ລາຍການປະເມີນ-ກວດ ກາຄຸນນະພາບການຄົ້ນຄວ້າຄັດຫຍໍ້ ກົດໝາຍ. ການສໍາມະນາຄັ້ງນີ້, ມີຄວາມ ໝາຍສໍາຄັນ ແລະ ຈໍາເປັນຢ່າງພາວະ ວິໄສ ເພາະວ່າວຽກງານຄົ້ນຄວ້າຄັດ ຫຍໍ້ຮ່າງກົດໝາຍ ເພື່ອເປັນຂໍ້ມູນໃຫ້ ແກ່ຄະນະປະຈໍາສະພາ ແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນການ ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາກົດໝາຍຕ່າງໆ ໃນກອງ ປະຊຸມສະໄໝສາມັນຂອງສະພາແຫ່ງ ຊາດ. ນອກນັ້ນ, ຍັງເປັນບ່ອນອີງພື້ນ ຖານໃນການເຄື່ອນໄຫວວຽກງານຕົວ ຈິງ, ເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຄົບຖ້ວນ ແລະ ສົມບູນ ກ່ອນຈະນໍາ ໄປ ທາບທາມລະດົມຄວາມເຫັນຈາກພາກ ສ່ວນກ່ຽວຂ້ອງພາຍໃນສະພາແຫ່ງ ຊາດ(ສພຊ); ປຶກສາຫາລືການກໍານົດ ແຜນການຈັດກອງປະຊຸມທາບທາມ F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/10/2024 xtgmf]k; ລາວ-ຈີນ... ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນ ຄົງຍາວນານ ຕາມທິດ 4 ດີ ກໍຄື ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ ລະຫວ່າງສອງປະເທດ ໃຫ້ເລິກ ເຊິ່ງກວ່າເກົ່າ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະ ມົນຕີ ໂດຍການເຂົ້າຮ່ວມຂອງຄະນະ ນຳສອງປະເທດ ນໍາໂດຍສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍນາຍົກລັດຖະມົນຕີ ຫລີ ສຽງ ຫລັງຈາກນັ້ນ, ນາຍົກລັດຖະມົນ ຕີຂອງສອງປະເທດ ແລະ ຄະນະໄດ້ດໍາ ເນີນການພົບປະສອງຝ່າຍຢ່າງເປັນ ທາງການ ເພື່ອຮ່ວມກັນທົບທວນຄືນ ການພົວພັນຮ່ວມມືສອງຝ່າຍໃນດ້ານ ຕ່າງໆ ພ້ອມທັງກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ສະຫາຍນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ສະ ແດງຄວາມຍິນດີຕ້ອນຮັບແລະຕີລາຄາ ສູງຕໍ່ການເດີນທາງມາເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ແລະ ສືບຕໍ່ດໍາ ເນີນການຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນຄັ້ງນີ້, ພ້ອມທັງໄດ້ ຕາງໜ້າພັກ, ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄໍາອວຍພອນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍ ນ້ອງ ເນື່ອງໃນໂອກາດສະເຫລີມສະ ຫລອງວັນສະຖາປະນາ ສາທາລະນະ ລັດ ປະຊາຊົນຈີນ ຄົບຮອບ 75 ປີ ໃນ ຕົ້ນເດືອນຕຸລາ 2024 ຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ທັງ ທາງກວ້າງ ແລະ ທາງເລິກ, ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດ “ແຜນແມ່ ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ“ ສະບັບໃໝ່ (2024- 2028) ຢ່າງຕັ້ງໜ້າ ແລະ ກ້າວເຂົ້າສູ່ ລວງເລິກ ດ້ວຍມາດຕະຖານ, ຄຸນນະ ພາບ ແລະ ລະດັບທີ່ສູງກວ່າເກົ່າ. ພ້ອມ ນີ້, ສອງຝ່າຍໄດ້ແຈ້ງສະພາບການຢູ່ ພາຍໃນປະເທດ ໂດຍສັງເຂບໃຫ້ກັນ ຊາບພ້ອມທັງໄດ້ສະຫລຸບຕີລາຄາໝາກ ຜົນຂອງການພົວພັນຮ່ວມມືໃນໄລຍະ ຜ່ານມາ, ໄດ້ລົງເລິກປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຕໍ່ກັບການຮ່ວມ ມືດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານ ເສດຖະກິດ-ການຄ້າ ແລະ ການລົງທຶນ ແມ່ນນັບມື້ນັບໄດ້ຮັບການຂະຫຍາຍ ຕົວ ແລະ ມີໝາກຜົນຕົວຈິງດີຂຶ້ນເທື່ອ ລະກ້າວ ໂດຍມູນຄ່າການຄ້າສອງຝ່າຍ ລາວ-ຈີນ ໃນ 8 ເດືອນຕົ້ນປີ 2024 ສາມາດບັນລຸໄດ້ ປະມານ 5,53 ຕື້ໂດ ລາສະຫະລັດ ເພີ່ມຂຶ້ນ 26,5%, ມູນຄ່າ ການລົງທຶນຂອງ ສປ ຈີນ ຍັງຄອງ ອັນດັບຕົ້ນ ຂອງການລົງທຶນຈາກຕ່າງ ປະເທດ; ການດໍາເນີນງານບໍລິຫານ ໂຄງການລົດໄຟ ລາວ-ຈີນ ໄດ້ຮັບຜົນ ສໍາເລັດເປັນກ້າວໆ ເຊິ່ງນັບຕັ້ງແຕ່ເປີດ ນໍາໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນ ມາ ສາມາດຂົນສົ່ງຜູ້ໂດຍສານ ໄດ້ທັງ ໝົດ 6 ລ້ານກວ່າເທື່ອຄົນ, ຂົນສົ່ງສິນ ຄ້າໄດ້ທັງໝົດປະມານ 10 ລ້ານໂຕນ; ການປະຕິບັດບັນດາໂຄງການຊ່ວຍ ເຫລືອລ້າຂອງຈີນ ແມ່ນນັບມື້ນັບມີປະ ສິດທິຜົນ. ພ້ອມນັ້ນ, ສອງຝ່າຍເຫັນດີຮ່ວມ ກັນ ທີ່ຈະສືບຕໍ່ເລັ່ງລັດການຈັດຕັ້ງຜັນ ຂະຫຍາຍເນື້ອໃນຈິດໃຈ ຄວາມເຫັນດີ ເປັນເອກະພາບການຂອງການນໍາສູງ ສຸດຂອງສອງພັກ, ສອງລັດຖະບານ ໂດຍສະເພາະຮ່ວມກັນເອົາໃຈໃສ່ຊຸກຍູ້ ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາລາວ-ຈີນສະບັບໃໝ່ໃຫ້ເປັນຮູບປະ ທໍາຍິ່ງຂຶ້ນ; ສືບຕໍ່ກົນໄກການພົບປະ ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງທັງສອງຝ່າຍ ໃຫ້ເປັນປົກກະຕິ ລວມທັງການແລກ ປ່ຽນການຮ່ວມມືໃນສາຍພັກ, ອົງການ ນິຕິບັນຍັດ ແລະ ອົງການຕຸລາການ ໃຫ້ ເກີດດອກອອກຜົນ; ສືບຕໍ່ສະໜັບສະ ໜູນເຊິ່ງກັນ ແລະ ກັນ ໃນທຸກເວທີພາກ ພື້ນ ແລະ ສາກົນ; ສືບຕໍ່ເອົາໃຈໃສ່ສ້າງ ແຜນພັດທະນາປິ່ນອ້ອມທາງລົດໄຟ ລາວ-ຈີນ ເພື່ອເຮັດໃຫ້ແຜນພັດທະນາ ຂອງສອງປະເທດເຊື່ອມໂຍງກັນ ແລະ ເຮັດໃຫ້ການນໍາໃຊ້ທາງລົດໄຟ ລາວ- ຈີນ ມີປະສິດທິຜົນສູງສຸດ; ຍິນດີສືບຕໍ່ ປຶກສາຫາລື ກ່ຽວກັບການເຊື່ອມໂຍງ ເຊື່ອມຈອດດ້ານຄົມມະນາຄົມລະຫວ່າງ ສາມປະເທດ ສປ ຈີນ, ສປປ ລາວ ແລະ ສສ ຫວຽດນາມ ລວມທັງການເຊື່ອມ ຕໍ່ໄປຍັງພາກໃຕ້ຂອງ ສປປ ລາວ ໄປ ກໍາປູເຈຍ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ ສ້າງແຜນແມ່ບົດການຮ່ວມມືດ້ານເສດ ຖະກິດ,ການຄ້າແລະເຕັກນິກລະຫວ່າງ ລາວ-ຈີນ ເພື່ອເປັນບ່ອນອີງໃນການປະ ຕິບັດໂຄງການຮ່ວມມືທີ່ເປັນຮູບປະທໍາ ລະຫວ່າງສອງປະເທດ; ສືບຕໍ່ການ ຮ່ວມມືດ້ານການຄ້າ, ການທະນາຄານ, ການລົງທຶນ, ການພັດທະນາພື້ນຖານ ໂຄງລ່າງອື່ນໆທີ່ສໍາຄັນ ແລະ ການ ທ່ອງທ່ຽວ. ສະຫາຍນາຍົກລັດຖະມົນຕີສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງ ທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນຕື່ມ ໂດຍສະເພາະໃນປີທ່ອງ ທ່ຽວລາວ 2024 ນີ້, ລັດ ຖະບານລາວ ໄດ້ມີນະໂຍບາຍຍົກ ເວັ້ນວີຊາໃຫ້ແກ່ ນັກທ່ອງທ່ຽວຈາກຕ່າງປະເທດ ລວມ ທັງ ສປ ຈີນ ທີ່ມີຈຸດປະສົງເຂົ້າມາທ່ອງ ທ່ຽວລາວເປັນຄະນະ. ພ້ອມນີ້, ກໍໄດ້ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບ ສ່ວນອັນໃຫຍ່ຫລວງໃນການພັດທະ ນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ກໍຄື ການສະໜັບສະໜູນຊ່ວຍເຫລືອ ທາງດ້ານວັດຖຸອຸປະກອນ, ພາຫະນະ ທີ່ຈໍາເປັນ ແລະ ຍັງໄດ້ໃຫ້ຄໍາປຶກສາທີ່ມີ ຄຸນຄ່າ ເຮັດໃຫ້ການເປັນປະທານ ອາ ຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນຂະນະດຽວກັນ, ສະຫາຍນາ ຍົກລັດຖະມົນຕີ ຫລີ ສຽງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ ແລະ ໄດ້ຢືນຢັນຈະສືບຕໍ່ໃຫ້ການ ຮ່ວມມື ແລະ ສະໜັບສະໜູນສປປ ລາວ ໃນວຽກງານປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໂດຍສະ ເພາະການເຊື່ອມໂຍງເຊື່ອມຈອດ, ບັນ ດາໂຄງການພັດທະນາພື້ນຖານໂຄງ ລ່າງ, ດ້ານການຄ້າ-ການລົງທຶນ, ການ ພັດທະນາດ້ານພະລັັງງານໄຟຟ້າ ແລະ ການຮ່ວມພັດທະນາດ້ານວິທະຍາ ສາດ-ເຕັກໂນໂລຊີ ເພື່ອເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືສອງ ຝ່າຍ ໃຫ້ນັບມື້ນັບຈະເລີນງອກງາມ ຂຶ້ນເລື້ອຍໆ, ພ້ອມທັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ຢ່າງຈົບງາມ. ພາຍຫລັງສໍາເລັດການພົບປະ ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນພິທີລົງນາມເອກະ ສານຮ່ວມມືສອງຝ່າຍ ກ່ຽວກັບການ ເຊື່ອມໂຍງເຊື່ອມຈອດກັນ, ເສດຖະ ກິດ-ການຄ້າ, ການກວດກາສຸຂະອະ ນາໄມ, ການພັດທະນາສີຂຽວ ແລະ ຍືນຍົງ, ການຮ່ວມມືໃນຂົງເຂດອຸດ ສາຫະກໍາ, ວິທະຍາສາດເຕັກໂນໂລຊີ, ທ້ອງຖິ່ນ ແລະ ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ ໂດຍສະເພາະແນໃສ່ຍົກລະດັບ, ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ. ໃນຕອນບ່າຍວັນດຽວກັນ, ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ຄະນະ ໄດ້ເຂົ້າຮ່ວມງານ ລ້ຽງຕ້ອນຮັບທາງການ ເປັນກຽດຈັດ ໂດຍ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນັ້ນ, ສອງນາຍົກລັດຖະມົນຕີ ລາວ-ຈີນຍັງໄດ້ເຂົ້າຮ່ວມພິທີເປີດປ້າຍ ສໍາເລັດໂຄງການກໍ່ສ້າງໂຮງໝໍມະໂຫ ສົດຫລັງໃໝ່ ອີກດ້ວຍ. ພາບ: ອ່າຍຄຳ ກຽມສະຫລອງ... ຫານໂລກ, ວັນສາກົນ ແລະ ສັບປະດາ ແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປີ2024ວ່າ:ການໂຮມຊຸມນຸມແລະລະ ລຶກເຖິງ 2 ວັນດັ່ງກ່າວ ແມ່ນມີຄວາມ ໝາຍຄວາມສຳຄັນ ບໍ່ສະເພາະແຕ່ແນ ໃນການພົບປະຄັ້ງນີ້,ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຂົ້າຮ່ວມກອງປະຊຸມຢູ່ສປປ ລາວ ຄັ້ງນີ້ ເຊິ່ງເປັນການເດີນທາງ ມາ ສປປ ລາວ ຄັ້ງທີສອງ ໃນປີ 2024 ຂອງ ທ່ານຮອງນາຍົກລັດຖະມົນຕີ ລຸກຊໍາບວກ ທີ່ມີຄວາມໝາຍຄວາມສຳ ຄັນຫລາຍ, ທັງເປັນການຢໍ້າຄືນໃຫ້ເຫັນ ເຖິງການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບແລະການຮ່ວມ ມືອັນດີ ລະຫວ່າງ ສປປ ລາວ ແລະ ຣາ ຊະອານາຈັກ ລຸກຊໍາບວກ ໃຫ້ສືບຕໍ່ຂະ ຫຍາຍຕົວຍິ່ງໆຂຶ້ນໄປ ໂດຍສະເພາະ ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະກັນ,ລວມເຖິງການຮ່ວມມືເພື່ອການ ພັດທະນາໃນຂົງເຂດຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວຽກງານສົ່ງເສີມວິຊາ ຊີບ, ສາທາລະນະສຸກແລະ ອື່ນໆ. ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ແຈ້ງສະພາບການ ພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວແລະ ການດໍາເນີນຍຸດທະສາດຫັນ ປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ ແລະ ການເປັນປະທານອາ ຊຽນຂອງ ສປປ ລາວ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍລຸກ ຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອອັນ ລໍ້າຄ່າ ແກ່ ສປປ ລາວ ຕະຫລອດໄລຍະ ຜ່ານມາ ເຊິ່ງການຊ່ວຍເຫລືອດັ່ງກ່າວ ປະກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດກໍຄືການ ພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ແນໃສ່ ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍ ພັດທະນາ ໃນຊຸມປີຕໍ່ໜ້າແລະຊ່ວຍໃຫ້ສປປລາວ ບັນລຸເປົ້າໝາຍແຜນການພັດທະນາ ແບບຍືນຍົງຂອງ ອົງການ ສປຊ ໃນປີ 2030. ພ້ອມກັນນີ້, ສອງຝ່າຍ ໄດ້ປຶກ ສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງ ໄປກົງມາ ແລະ ເຫັນດີຈະສືບຕໍ່ຮ່ວມມື ກັນຢ່າງໃກ້ຊິດໃນການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະ ບານ ທີ່ມີຢູ່ແລ້ວ ໃຫ້ສໍາເລັດຜົນຕາມ ຄາດໝາຍ, ພ້ອມທັງແລກປ່ຽນຄຳຄິດ ຄຳເຫັນກ່ຽວກັບການສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ໃນ ສປປ ລາວ. ໂອ ກາດນີ້, ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ຊົມເຊີຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ, ພ້ອມທັງສະແດງ ຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບແລະການຮ່ວມ ມືລະຫວ່າງສປປລາວແລະ ຣາຊະອາ ນາຈັກລຸກຊຳບວກ ໃຫ້ແຕກດອກອອກ ຜົນຍິ່ງໆຂຶ້ນ, ພ້ອມທັງ ຢືນຢັນຈະສືບຕໍ່ ໃຫ້ການຊ່ວນເຫລືອການພັດທະນາຢູ່ ສປປ ລາວ ຕື່ມອີກໃນຕໍ່ໜ້າ. ນອກຈາກ ການປຶກສາຫາລືວຽກງານສອງຝ່າຍ, ທັງສອງທ່ານ ຍັງໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນ ໃຈຮ່ວມກັນ. ໃນວັນດຽວກັນນີ້, ກໍໄດ້ມີພິທີລົງ ນາມເຂົ້າເປັນພາຄີຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີຕາ ເວັນອອກສຽງໃຕ້ (TAC) ຂອງປະ ເທດລຸກຊຳບວກຕາງໜ້າລົງນາມໂດຍ ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະ ມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳ ບວກໂດຍມີບັນດາລັດຖະມົນຕີຕ່າງປະ ເທດອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາ ຄະນະຜູ້ແທນ ເຂົ້າຮ່ວມເປັນສັກຂີພິ ຍານ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຮັບລຸກຊຳບວກ ເຂົ້າເປັນພາຄີ ຂອງສົນທິສັນຍາ TAC ທີ່ເຮັດໃຫ້ຈໍາ ນວນພາຄີຂອງສົນທີສັນຍາດັ່ງກ່າວ ເພີ່ມເປັນ 55 ພາຄີ ໃນປັດຈຸບັນ ແລະ ໄດ້ຢ້ຳວ່າ ການເຂົ້າເປັນພາຄີສົນທິສັນ ຍາ TAC ຂອງລຸກຊຳບວກ ສະແດງ ໃຫ້ເຫັນການຮັບຮູ້ຫລັກການພື້ນຖານ ຂອງອາຊຽນ, ທັງສະແດງໃຫ້ເຫັນ ຄວາມໝາຍໝັ້ນຂອງລຸກຊຳບວກທີ່ຈະ ຮ່ວມມືກັບອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອ ການພັດ ທະນາໃນພາກພື້ນ. ພ້ອມນີ້, ທ່ານ ຊາວີເອ ເບັດແຕນລ໌ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ການຄ້າຕ່າງປະ ເທດແລະລັດຖະມົນຕີຮ່ວມມື ເພື່ອການ ພັດທະນາ ແລະ ວຽກງານມະນຸດສະ ທຳ ຂອງລຸກຊຳບວກກໍໄດ້ປະກາດ ຄວາມກຽມພ້ອມຂອງລຸກຊຳບວກ ເພື່ອທີ່ຈະຮ່ວມມືກັບອາຊຽນ ກໍຄື ການ ເສີມຂະຫຍາຍການພົວພັນກັບແຕ່ລະ ປະເທດສະມາຊິກອາຊຽນ. ທີ່ກ່ຽວຂ້ອງ ພ້ອມດ້ວຍ ທູດຈີນ ປະຈຳ ລາວ ແລະ ແຂກຖືກເຊີນ ທັງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດຖະ ບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ ໃຫ້ການຊ່ວຍເຫລືອອັນລໍ້າຄ່າໃນການ ກໍ່ສ້າງປັບປຸງ ແລະ ຍົກລະດັບ ໂຮງໝໍ ມະໂຫສົດ ແຫ່ງນີ້ ເຊິ່ງໄດ້ວາງສີລາ ລຶກ ໂຄງການໃນເດືອນພະຈິກ 2017 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ປະທານປະ ເທດ ແຫ່ງ ສປ ຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ປະ ທານປະເທດ ແຫ່ງ ສປປ ລາວ ໃນ ເວລານັ້ນ. ພ້ອມນີ້, ທ່ານຍັງສະແດງ ຄວາມຫວັງວ່າພາຍຫລັງໂຄງການສໍາ ເລັດ ຈະກາຍເປັນສະຖານທີ່ປິ່ນປົວ, ຮັກສາຄົນເຈັບທີ່ທັນສະໄໝທີ່ສຸດ, ມີ ລະບົບວິທະຍາການປິ່ນປົວທີ່ຄົບຊຸດ ທີ່ສຸດ, ທັງມີປະສິດທິຜົນສູງທີ່ສຸດໃນ ການຮັບໃຊ້ປະຊາຊົນ, ທັງກາຍເປັນສັນ ຍາລັ ກແຫ່ງມິດຕະພາບ ແລະ ຄວາມ ຮ່ວມມືຂອງສອງຊາດ ລາວ-ຈີນ ນໍາ ອີກ ແລະ ຫວັງວ່າ: ລັດຖະບານຈີນ ຈະ ສືບຕໍ່ສະໜັບສະໜູນຊ່ວຍເຫລືອການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຖານະທີ່ເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ບົນຈິດໃຈ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວຈີນ ຮ່ວມກັນ. ສະເພາະວຽກງານສາ ທາລະນະສຸກ ນອກຈາກການຍົກລະ ດັບດ້ານໂຄງລ່າງພື້ນຖານ ແລະ ອຸປະ ກອນເຄື່ອງມີແລ້ວ ການຍົກລະດັບຂີດ ຄວາມສາມາດ ດ້ານບຸກຄະລາກອນ ການແພດ ໃຫ້ສົມຄູ່ ຍັງແມ່ນບັນຫາ ສໍາຄັນ ທີ່ຕ້ອງໄດ້ເອົາໃຈໃສ່ ສະນັ້ນ, ເພື່ອຮັບປະກັນການປົກປັກຮັກສາ ແລະນໍາໃຊ້ຢ່າງມີປະສິດທິຜົນສູງແລະ ຍືນຍົງນັ້ນ ຫວັງວ່າ ຈະໄດ້ຮັບການສະ ໜັບສະໜູນຈາກສະຫາຍຈີນຕື່ມອີກ ລວມທັງໃຫ້ໂຮງໝໍຕ່າງໆ ຂອງສອງ ປະເທດ ໃຫ້ມີໂອກາດໃນການຮ່ວມມື ກັນດ້ານວິຊາການ, ຍົກລະດັບບຸກຄະລາ ກອນການຄຸ້ມຄອງ ແລະ ເຕັກນິກການ ປິ່ນປົວຮັກສາ ໃຫ້ນັບມືນັບຫລາຍຂຶ້ນ. ພ້ອມດຽວກັນນີ້, ທ່ານ ຫລີ ສຽງ ຍັງໄດ້ສະແດງຄວາມຊົມເຊີຍມາຍັງ ຜົນສຳເລັດ ຂອງການກໍ່ສ້າງອາຄານ ໂຮງໝໍມະໂຫສົດ ເຊິ່ງໃນປີ2017ການ ນຳສູງສຸດຂອງຈີນ ແລະ ລາວ ໄດ້ຮ່ວມ ວາງສີລາລຶກໂຄງການ ດ້ວຍຄວາມ ເອົາໃຈໃສ່ ຂອງສອງປະເທດ, ຜ່ານ ຜ່າຄວາມຫຍຸ້ງຍາກນາງໆປະການ ມາຮອດປັດຈຸບັນ ເຮັດໃຫ້ການກໍ່ສ້າງ ອາຄານໂຮງໝໍມະໂຫສົດສຳເລັດ ຕາມເປົ້າໝາຍ ເຊິ່ງໂຮງໝໍແຫ່ງນີ້, ໄດ້ ກາຍມາເປັນໂຮງໝໍກວມລວມ ແລະ ມີຄວາມທັນສະໄໝ ເປັນບ່ອນສຶກສາ ການແພດທີ່ໃຫຍ່ທີ່ສຸດ ແລະ ເງື່ອນໄຂ ດີທີ່ສຸດໃນທົ່ວປະເທດລາວ, ມີບົດບາດ ສຳຄັນໃນການປິ່ນປົວ ແລະ ສ້າງຜົນ ປະໂຫຍດຫລາຍສຸດ ໃຫ້ປປະຊາຊົນ ລາວບັນດາເຜົ່າ, ອາຄານໂຮງໝໍມີ ຄວາມສວຍງາມປະສົມປະສານກັບ ວັດທະນະທຳ ລາວ-ຈີນ ແລະ ສະແດງ ໃຫ້ເຫັນເຖິງມິດຕະພາບ ລາວ-ຈີນ ຈົ່ງ ໝັ້ນຍືນ, ເປັນໜຶ່ງໃນໂຄງການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ລະຫວ່າງ ຈີນ-ລາວ. ໃນໄລຍະຜ່ານມາ ພາຍໃຕ້ ການຊີ້ນຳແຜນຍຸດທະສາດ ຂອງສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດລາວ ໄດ້ພ້ອມກັນ ສ້າງສາຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ລາວ-ຈີນ ທີ່ໄດ້ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ, ໄດ້ ເພີ່ມທະວີການເຊື່ອມໂຍງທາງດ້ານ ຍຸດທະສາດ, ສ້າງໂຄງການພື້ນຖານ ໂຄງລ່າງ ເປັນຈຳນວນຫລາຍ ເຊິ່ງ ໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ພັດ ທະນາເສດຖະກິດ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນ. ອາຊຽນ-ລຸກຊຳບວກ... ໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບ ຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈ ເຖິງຄວາມທຸກຍາກ ແລະ ໄພອຶດຫີວ, ແຕ່ຍັງແມ່ນເພື່ອໃຫ້ມີກຳລັງໃຈ, ມີ ຄວາມກ້າຫານ ແລະ ມີຄວາມສາມາດ ບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫີວ, ພ້ອມທັງຮຽກຮ້ອງໃຫ້ທຸກ ພາກສ່ວນມີສ່ວນຮ່ວມໃນການຜະລິດ ສະບຽງອາຫານ ໃຫ້ຫລາກຫລາຍ, ມີປະສິດທິພາບ ແລະ ຍືນຍົງ. ການສະ ເຫລີມສະຫລອງວັນອາຫານໂລກ ໃນ ປີ 2024 ນີ້ແມ່ນຄົບຮອບ 44 ປີ, ລະ ນຶກເຖິງວັນສາກົນແລະສັບປະດາແຫ່ງ ຊາດ ເພື່ອລຶບລ້າງຄວາມທຸກຍາກຈະ ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 23 ຕຸລາ 2024, ທີ່ນະຄອນຫລວງ ວຽງຈັນ, ພາຍໃຕ້ຄໍາຂວັນ: “ສິດໃນ ການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກເຮົາ ພ້ອມກັນກ້າວໄປ” ໂອກາດນີ້, ທ່ານ ລິນຄໍາ ດວງສະ ຫວັນ ໄດ້ຕາງໜ້າໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມເປັນເຈົ້າພາບຈັດ ພິທີສະເຫລີມສະຫລອງຢ່າງເປັນທາງ ການໃນປີນີ້, ຮຽກຮ້ອງມາຍັງທົ່ວພັກ ທົ່ວລັດ ທົ່ວປວງຊົນລາວທັງຊາດ ຕະ ຫລອດຮອດບັນດາຄູ່ຮ່ວມພັດທະນາ ຕ່າງໆ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນ ເຈົ້າການສະເຫລີມສະຫລອງ ວັນອາ ຫານໂລກ, ວັນສາກົນ ແລະ ສັບປະດາ ແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໃນປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດ ໝາຍກໍຄືການຮ່ວມກັນຈັດຕັ້ງປະຕິບັດ ວຽກງານການຜະລິດສະບຽງອາຫານ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ເພື່ອເປົ້າໝາຍການຫລຸດພົ້ນອອກ ຈາກຄວາມທຸກຍາກ ແລະ ຮັບປະກັນ ໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ ມີໂພຊະນາການ ຢ່າງມີປະສິດທິພາບ ແລະ ຍືນຍົງ. ສອງນາຍົກ... ເປີດກອງປະຊຸມ... ຫລວງພະບາງ ສປປ ລາວ ໂດຍການ ເປັນປະທານກ່າວເປີດຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມ ສ່ວຍສາອາ ກອນກະຊວງການເງິນ, ມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງ ຫົວໜ້າກົມສ່ວຍສາອາກອນ, ມີຄະນະ ຜູ້ແທນບັນດາປະເທດສະມາ ຊິກອາ ຊຽນ, ກອງເລຂາອາຊຽນ, ອົງການ OECD, ADB, WHO ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນຂີດໝາຍທີ່ ສໍາຄັນຂອງບັນດາປະເທດສະມາຊິກອາ ຊຽນ ໂດຍສະເພາະຜູ້ຊ່ຽວຊານວຽກ ງານສ່ວຍສາອາກອນ ໄດ້ແລກປ່ຽນ ດ້ານການແຂ່ງຂັນວຽກສ່ວຍສາອາ ກອນ, ນະໂຍບາຍດ້ານວຽກງານສ່ວຍ ສາອາກອນ ພາຍຫລັງການຈັດຕັ້ງປະ ຕິບັດເສົາຄໍ້າທີ່ສອງ, ການຄຸ້ມຄອງ ການຈັດເກັບລາຍຮັບອາກອນແບບ ດີຈິຕອນ ແລະ ປັນຍາປະດິດ(AI), ຄວາມຄືບໜ້າໃນການປັບປຸງສົນທິສັນ ຍາສ່ວຍສາອາກອນDTAໃນອາຊຽນ, ອາກອນຫັກໄວ້ຈ່າຍ, ການຄຸ້ມຄອງອາ ກອນມູນຄ່າເພີ່ມໃນການສະໜອງສິນ ຄ້າ, ການບໍລິການລະຫວ່າງປະເທດ, ລວມທັງທິດທາງແຜນການໃນຕໍ່ໜ້າ ກ່ຽວກັບນະໂຍບາຍທາງກົງດ້ານສ່ວຍ ສາອາກອນໃນຂົງເຂດອາຊຽນ, ພ້ອມ ທັງໄດ້ທົບທວນຄືນບຸລິມະສິດປະຈຳປີ 2024 ຂອງກອງປະຊຸມ AFT ແລະ SF-ET ອີກດ້ວຍ. ພ້ອມກັນນີ້, ບັນດາຜູ້ແທນກອງປ ະ ຊຸມໄດ້ປະສາຫາລື, ແລກປ່ຽນບາງບັນ ຫາກ່ຽວກັບຄວາມຄືບໜ້າຂອງ ບັນ ດາກອງປະຊຸມລະດັບສູງ ທີ່ຕິດພັນກັບ ປະຊາຄົມເສດຖະກິດອາຊຽນ ຫລັງປີ 2025,ແຜນຍຸດທະສາດປະຊາຄົມເສດ ຖະກິດອາຊຽນແຕ່ປີ 2026-2030 ແລະ ບັນດາບັນຫາປິ່ນອ້ອມຈາກກອງ ປະຊຸມລະດັບສູງ, ການຈັດຕັ້ງປະຕິບັດ ກົນໄກນະໂຍບາຍທາງດ້ານສ່ວຍສາ ອາກອນ, ຜົນກະທົບການລົງທຶນໂດຍ ກົງຈາກຕ່າງປະເທດ (FDI) ແລະ ບົດ ບາດຂອງຂະແໜງສ່ວຍສາອາກອນ ຂອງແຕ່ລະປະເທດທີ່ຈະຕ້ອງປະຕິບັດ ໃນການແຂ່ງຂັນພາຍຫລັງນໍາໃຊ້ເສົາ ຄໍ້າທີສອງ. ນອກນີ້, ຍັງໄດ້ສົນທະນາແລກ ປ່ຽນບົດຮຽນກ່ຽວກັບສົນທິສັນຍາ, ນະໂຍບາຍອາກອນ, ການອອກໃບແຈ້ງ ໜີ້, ການປະຕິບັດພັນທະອາກອນຫັກ ໄວ້ຢູ່ບ່ອນຈ່າຍ, ການເກັບອາກອນຊັບ ສິນຄຣິບໂຕ crypto, ການຄຸ້ມຄອງ ອາກອນດິຈິຕອນ. ທັງນີ້, ກໍເພື່ອແນໃສ່ ສ້າງລະບົບຂະແໜງສ່ວຍສາອາກອນ ອາຊຽນ ໃຫ້ມີຄວາມເປັນອັນໜຶ່ງອັນ ດຽວ ແລະ ສະເໝີພາບຢ່າງມີປະສິດທິ ພາບປະສິດທິຜົນສູງຂຶ້ນ. ທັງເປັນການ ເສີມຂະຫຍາຍສ້າງສາຍພົວພັນ, ທີ່ເປັນ ພື້ນຖານໃຫ້ແກ່ການຮ່ວມມືປະສານ ສົມທົບກັນໃນອະນາຄົດ, ເພື່ອກໍານົດ ທິດທາງເພື່ອກ້າວໄປສູ່ການຄຸ້ມຄອງ ສ່ວຍສາອາກອນ ທີ່ສະເໝີພາບ, ມີປະ ສິດທິພາບ ແລະ ຍືນຍົງຍິ່ງຂຶ້ນ ເພື່ອ ກ້າວເຂົ້າສູ່ການເຊື່ອມຈອດ ແລະ ມີ ຄວາມເຂັ້ມແຂງຍິ່ງຂຶ້ນໃນຂົງເຂດອາ ຊຽນ ແລະ ພາກພື້ນສາກົນ. ສຳມະນາ... ລະດົມຄວາມເຫັນ ຈາກພາກສ່ວນ ກ່ຽວຂ້ອງພາຍໃນ ສພຊ ແລະ ພາຍ ນອກ. ທ່ານ ສິນທະລາ ຫລ້າສຸກສະໄໝ ໄດ້ມີຄໍາເຫັນວ່າ: ຕະຫລອດການຈັດ ຕັ້ງປະຕິບັດວຽກງານຄົ້ນຄວ້າຄັດຫຍໍ້ ຂອງສະຖາບັນຄົ້ນຄວ້ານິຕິກໍາສະພາ ແຫ່ງຊາດ ແມ່ນຍັງບໍ່ທັນມີນິຕິກໍາເປັນ ບ່ອນອ້າງອີງໃນການຈັດຕັ້ງປະຕິບັດ ເປັນຕົ້ນ ການສະໜອງບົດຄົ້ນຄວ້າ, ຂໍ້ມູນການສົມທຽບກົດໝາຍໃຫ້ຄະ ນະປະຈໍາສະພາແຫ່ງຊາດ ແລະ ສະ ມາ ຊິກສະພາແຫ່ງຊາດ. ສະນັ້ນ, ຈຶ່ງ ຮຽກຮ້ອງໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ກອງປະຊຸມສຸມເນື້ອໃນຈິດໃຈໃນການ ປະກອບຄໍາເຫັນ, ແລກປ່ຽນກັບວິທະ ຍາກອນ ເພື່ອໃຫ້ຄູ່ມືສະບັບນີ້ເປັນວິທະ ຍາສາດໄປຕາມໂຄງຮ່າງ, ຮູບແບບ ແລະ ຈຸດພິເສດຂອງສະພາແຫ່ງຊາດ. ສໍາມະນາກອນ ໄດ້ຮັບຟັງການສະ ເໜີ ແລະ ແລກປ່ຽນຄວາມເຫັນຕໍ່ເນື້ອ ໃນສຳຄັນຄື: ຮ່າງຄູ່ມືການຄົ້ນຄວ້າ ຄັດຫຍໍ້ ກົດໝາຍຂອງສະຖາບັນຄົ້ນ ຄວ້ານິຕິກຳສະພາແຫ່ງຊາດ, ແບບ ໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດ ໝາຍ, ລາຍການປະເມີນ-ກວດກາຄຸນ ນະພາບການຄົ້ນຄວ້າຄັດຫຍໍ້ກົດໝາຍ, ປຶກສາຫາລື ແລະ ກຳນົດແຜນຈັດກອງ ປະຊຸມທາບທາມລະດົມຄວາມຄິດເຫັນ ໃສ່ຮ່າງຄູ່ມືຈາກພາກສ່ວນກ່ຽວຂ້ອງ ພາຍໃນສະພາແຫ່ງຊາດ ແລະ ພາຍ ນອກ. ຂ່າວ: ບຸນເກີດ ວົງໄຊຍາ

RkJQdWJsaXNoZXIy MTc3MTYxMQ==