ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ

14/10/2024 20:14
Email Print 551
ຂປລ ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.



ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ
(ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.

ການສໍາມະນາຄັ້ງນີ້, ມີຄວາມໝາຍສໍາຄັນ ແລະ ຈໍາເປັນຢ່າງພາວະວິໄສ ເພາະວ່າວຽກງານຄົ້ນ ຄວ້າຄັດຫຍໍ້ ຮ່າງກົດໝາຍ ເພື່ອເປັນຂໍ້ມູນໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນການປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາກົດໝາຍຕ່າງໆ ໃນກອງປະຊຸມ ສະໄໝສາມັນ ຂອງສະພາແຫ່ງຊາດ. ນອກນັ້ນ, ຍັງເປັນບ່ອນອີງພື້ນຖານ ໃນການເຄື່ອນໄຫວວຽກງານຕົວຈິງ, ເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຄົບຖ້ວນ ແລະ ສົມບູນ ກ່ອນຈະນໍາໄປທາບທາມ ລະດົມຄວາມເຫັນຈາກພາກສ່ວນກ່ຽວຂ້ອງ ພາຍໃນສະພາແຫ່ງຊາດ (ສພຊ); ປຶກສາຫາລືການກໍານົດແຜນ ການຈັດກອງປະຊຸມທາບທາມ ລະດົມຄວາມເຫັນ ຈາກພາກສ່ວນກ່ຽວຂ້ອງພາຍໃນ ສພຊ ແລະ ພາຍນອກ.




ທ່ານ ສິນທະລາ ຫລ້າສຸກສະໄໝ ​ໄດ້ມີຄໍາເຫັນວ່າ: ຕະຫລອດການຈັດຕັ້ງປະຕິບັດວຽກງານຄົ້ນ ຄວ້າຄັດຫຍໍ້ຂອງສະຖາບັນຄົ້ນຄວ້າ ນິຕິກໍາສະພາແຫ່ງຊາດ ແມ່ນຍັງບໍ່ທັນມີນິຕິກໍາເປັນບ່ອນອ້າງອີງ ໃນການຈັດຕັ້ງປະຕິບັດ ເປັນຕົ້ນ ການສະໜອງບົດຄົ້ນຄວ້າ
, ຂໍ້ມູນການສົມທຽບກົດໝາຍ ໃຫ້ຄະນະປະຈໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ກອງປະຊຸມສຸມເນື້ອໃນຈິດໃຈ ໃນການປະກອບຄໍາເຫັນ, ແລກປ່ຽນກັບວິທະຍາກອນ ເພື່ອໃຫ້ຄູ່ມືສະບັບນີ້ ເປັນວິທະຍາສາດໄປຕາມໂຄງຮ່າງ, ຮູບແບບ ແລະ ຈຸດພິເສດຂອງ ສະພາແຫ່ງຊາດ.

ສໍາມະນາກອນ ໄດ້ຮັບຟັງການສະເໜີ ແລະ ແລກປ່ຽນຄວາມເຫັນຕໍ່ເນື້ອໃນສຳຄັນຄື: ຮ່າງຄູ່ມືການຄົ້ນຄວ້າຄັດຫຍໍ້ ກົດໝາຍຂອງສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ, ແບບໂຄງຮ່າງບົດຄົ້ນ ຄວ້າຄັດຫຍໍ້ກົດໝາຍ, ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ, ປຶກສາຫາລື ແລະ ກຳນົດແຜນຈັດກອງປະຊຸມ ທາບທາມລະດົມ ຄວາມຄິດເຫັນໃສ່ຮ່າງຄູ່ມື ຈາກພາກສ່ວນກ່ຽວຂ້ອງພາຍໃນ ສະພາແຫ່ງຊາດ ແລະ ພາຍນອກ.

ຂ່າວ-ພາບ: ບຸນເກີດ ວົງໄຊຍາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top