ສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II

12/07/2024 22:27
Email Print 995
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 8-12 ກໍລະກົດ 2024 ໃຫ້ກຽດເຂົ້າຮ່ວມມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີເຈົ້າຄອງ, ຮອງເຈົ້າ ນະຄອນຫລວງວຽງຈັນ (ນວ), ພ້ອມດ້ວຍ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂັ້ນນະຄອນຫລວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ຊຸດທີ
II ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 8-12 ກໍລະກົດ 2024 ໃຫ້ກຽດເຂົ້າຮ່ວມມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີເຈົ້າຄອງ, ຮອງເຈົ້າ ນະຄອນຫລວງວຽງຈັນ (ນວ), ພ້ອມດ້ວຍ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂັ້ນນະຄອນຫລວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ກ່າວປິດກອງປະຊຸມ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7  ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໄດ້ຄົ້ນຄວ້າພິຈາລະນາ, ປະກອບຄໍາເຫັນ, ຕັ້ງຄໍາຊັກຖາມ ແລະ ຄໍາສະເໜີ, ແນະນໍາວິທີການແກ້ໄຂບັນ ຫາຂໍ້ຄົງຄ້າງຢ່າງມີປະຊາທິປະໄຕ, ມີເຫດມີຜົນ, ເຈາະຈົງ ເຂົ້າແຕ່ລະບັນຫາຢ່າງລະອຽດຖີ່ຖ້ວນ ແລະ ມີຄວາມເປັນເອກະພາບສູງ ຂອງບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະ ຄອນຫລວງວຽງຈັນ ໃນຖານະເປັນຕົວແທນ ຂອງປະຊາຊົນຊາວນະຄອນຫລວງ ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ໄດ້ຮັບຮອງເອົາບັນຫາສໍາຄັນ ຂອງ ນວ ໃນຫລາຍບັນຫາສຳຄັນ ເປັນຕົ້ນ ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງ, ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບ ການດໍາເນີນກອງປະຊຸມອາຊຽນ ຂອງ ນວ; ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິ ບັດ ບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ນວ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ບາງບັນຫາສໍາຄັນພື້ນຖານ ເປັນຕົ້ນ ຮັບຟັງລາຍງານການຈັດຕັ້ງປະຕິ ບັດ ແລະ ການຊົດເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີເພຍລາດ-ສະຖານີໄຟຟ້າ ນາຊາຍທອງ ນວ; ຮັບຟັງການລາຍງານ ກ່ຽວກັບມາດຕະການ ໃນການຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ; ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີເກີດ; ຮັບຟັງການລາຍງານ ກ່ຽວກັບມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງ ໃນ ນວ; ຮັບຟັງການລາຍງານ ກ່ຽວກັບການດໍາເນີນ ການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ ສົ່ງເສີມການທ່ອງທ່ຽວ ຢູ່ ນວ; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບ ຈາກໂຄງການພັດທະນາເນື້ອ ທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ; ຮັບຟັງການລາຍງານ ກ່ຽວກັບມາດຕະການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ໃຫ້ສາມາດຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າ ຈາກພາຍນອກ; ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດການລົບລ້າງໃບຕາດິນ 16 ຕອນ ທີ່ນອນໃນເຂດໂຄງການພັດທະນາ ສໍາປະທານບຶງສາລາຄໍາ ຂອງບໍລິສັດມິດຕະພາບພັດ ທະນາການກະເສດຈໍາກັດ ຢູ່ເມືອງຫາດຊາຍຟອງ; ຮັບຟັງການລາຍງານ ການເກັບກໍາຂໍ້ມູນການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າ ສະຫງວນແຫ່ງຊາດພູພະນັງ ແລະ ຮັບຟັງການລາຍງານ ກ່ຽວກັບວຽກງານທີ່ຕິດພັນກັບ ກອງບັນຊາການປ້ອງກັນຄວາມສະຫງົບ ນວ.



ພ້ອມນີ້
, ຍັງໄດ້ ຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້; ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານປີ 2023 ແລະ ແຜນການຈຸດສຸມປີ 2024 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ພາກກາງ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫລວງວຽງຈັນ ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 6 ເດືອນຕົ້ນປີ 2024; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 280/ນຍ, ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ; ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນວ,​ ຕິດພັນກັບແຜນ ການເຄື່ອນໄຫວພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ບາງບັນຫາສໍາຄັນຈໍານວນໜຶ່ງ ທີ່ພົວພັນກັບສະພາບພົ້ນເດັ່ນຂອງສັງຄົມ ແລະ ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງຜູ້ແທນໄດ້ຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມ ຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການ ປະຊາຊົນ ແລະ ພາກສ່ວນ ທີ່ກ່ຽວຂ້ອງ. ຕໍ່ບັນຫາທີ່ໄດ້ມີການລາຍງານ ແລະ ຊີ້ແຈງ ທີ່ກ່າວມານັ້ນ, ກອງປະຊຸມໄດ້ມອບໃຫ້ອົງການ ປົກຄອງນະຄອນຫລວງວຽງຈັນ, ພະແນກການ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດ ບັນດາເນື້ອໃນ, ວິທີການ, ມາດຕະການໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບາງບັນຫາບັນຫາຕ່າງໆທີ່ໄດ້ລາຍງານ, ຊີ້ແຈງແຕ່ລະຫົວຂໍ້ ແລະ ໃຫ້ຄໍາໝັ້ນສັນຍາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິຜົນ ແລະ ມີຜົນສັກສິດ, ພ້ອມທັງມີການລາຍງານຄືນໃຫ້ສະພາປະຊາຊົນ ນວ ເປັນລາຍລັກອັກສອນ ເພື່ອສະພາປະຊາຊົນ ກໍຄື ສະມາຊິກສະພາປະຊາຊົນ ຈະສືບຕໍ່ຕິດຕາມກວດກາ ຢ່າງໃກ້ສິດຕື່ມອີກ.

ຜົນສໍາເລັດ ກອງປະຊຸມ ໃນຄັ້ງນີ້, ແມ່ນໝາກຜົນຂອງການລວມສູນສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນເຈົ້າການ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະ ມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນ ຫາສໍາຄັນ ພື້ນຖານຂອງ ນວ, ແມ່ນການຕັດສິນໃຈສູງຂອງອົງການປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງໃນການສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ລະອົງການໄດ້ຮັບຜິດຊອບ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ ນວ ພວມຜະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ຈັດຕັ້ງ ບັນດາແຜນກການ ແລະ ຄາດໝາຍຂອງແຜນການປີ 2024 ໃຫ້ບັນລຸຜົນ.

ໂອກາດນີ້, ທ່ານ ອານຸພາບ ຕຸນາລົມ ຍັງໄດ້ໄດ້ຮຽກຮ້ອງມາຍັງ ຄະນະປະ ຈໍາສະພາປະຊາຊົນ, ບັນດາຄະນະກໍາມະການ, ຄະນະເລຂາທິການ, ອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ພ້ອມກັນ ຜັນຂະຫຍາຍບັນດາມະຕິ ກອງປະຊຸມຄັ້ງນີ້ ທີ່ໄດ້ຮັບຮອງ ເຂົ້າໃນການປະຕິບັດວຽກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.

    • ໂທລະເລກສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄວາມເສົ້າສະຫລົດໃຈ

      8/17/2026 11:29:29 AM

      ເມື່ອບໍ່ດົນມານີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ່ົງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ຫລີ ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຕ່ໍກັບການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ອະດີດກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ຊຸດທີ 14 ແລະ 15, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

    • ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມການເມືອງ

      ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

      8/17/2026 9:27:13 AM

      ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ads
ads

Top