ຂປລ
ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໄດ້ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນ 22 ທ່ານ ໄດ້ປະກອບຄຳເຫັນຕໍ່ເນື້ອໃນຈຳນວນ 29 ມາດຕາ ກວມເອົາ 39 ເນື້ອໃນ ແລະ ໄດ້ຖືກພິຈາລະນາຮັບຮອງເອົາດ້ວຍຄະແນນເຫັນດີ 97,51%; ກອງປະຊຸມຮຽບຮຽງຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ເນື້ອໃນມີຄວາມຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມຂຶ້ນຕື່ມກ່ອນສະເໜີປະທານສະພາແຫ່ງຊາດພິຈາລະນາລົງລາຍເຊັນ ແລະ ສະເໜີປະທານປະເທດອອກລັດຖະດຳລັດປະກາດໃຊ້.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ກວດກາຄືນເນື້ອໃນທີ່ຄະນະວິຊາການໄດ້ປັບປຸງຕາມຄຳເຫັນຂອງ ສສຊ ແລະ ບັນຫາອື່ນໆທີ່ເຫັນວ່າຍັງບໍ່ສອດຄ່ອງ, ບໍ່ຈະແຈ້ງ ຫຼື ຍັງບໍ່ທັນຮັດກຸມ ກໍໄດ້ຍົກຂຶ້ນມາປຶກສາຫາລື ເພື່ອຮັບປະກັນໃຫ້ກົດໝາຍສະບັບດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ. ພ້ອມນັ້ນ, ບາງບັນຫາທີ່ກອງປະຊຸມບໍ່ສາມາດຕົກລົງເປັນເອກະພາບກັນໄດ້ ລວມທັງບັນຫາທີ່ໄດ້ຕົກລົງໃນກອງປະຊຸມຄັ້ງນີ້ ຈະໄດ້ລາຍງານ ແລະ ສະເໜີຂໍຄຳເຫັນຈາກກອງປະຊຸມ ຄປຈສພຊ ເພື່ອພິຈາລະນາກ່ອນສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
KPL