ຂປລ
ປິດກອງປະຊຸມສະພາປະຊາຊົນ ນວ; ຮັບຮອງ 11 ມະຕິ ແລະ ຕອບຮັບ 61 ຂໍ້ສະເໜີຈາກປະຊາຊົນ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 13 ພະຈິກ 2026 ພາຍຫຼັງເປີດຢ່າງເປັນທາງການ ໃນວັນທີ 10 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ການນຳພັກ-ລັດຂອງນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V, ບັນດາປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ກອງປະຊຸມໄດ້ພ້ອມກັນສຸມເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃນການພິຈາລະນາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ ຕາມພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ. ໃນນັ້ນ, ໄດ້ມີຄວາມເປັນເອກະພາບຮັບຮອງອອກເປັນມະຕິຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຈຳນວນ 11 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ຄະນະກຳມະການປົກຄອງ, ອົງການຈັດຕັ້ງທີ່ກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ນະຄອນຫຼວງວຽງຈັນ ມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຊາວນະຄອນຫຼວງວຽງຈັນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 9 ເດືອນ ປີ 2026, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປີ 2027 ຂອງ ນວ, ພ້ອມນີ້ ກອງປະຊຸມໄດ້ສະເໜີໃຫ້ຄະນະກຳມະການປົກຄອງເລັ່ງຄົ້ນຄວ້າ ແລະ ແກ້ໄຂບັນດາຄາດໝາຍທີ່ມີຄວາມຄືບໜ້າຊ້າ ລວມທັງບັນຫາເຄັ່ງຮ້ອນໃນສັງຄົມ. ນອກນັ້ນ, ຍັງໄດ້ຮັບຟັງລາຍງານການຈັດຕັ້ງວາລະແຫ່ງຊາດ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ພິຈາລະນາຮັບຮອງແຜນຜັງເທສະບານຂອງເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ໂດຍເນັ້ນໃຫ້ມີການເຊື່ອມໂຍງແຜນຜັງກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນແມ່ບົດຂອງແຕ່ລະຂະແໜງການ ແລະ ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມສອດຄ່ອງກັນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ 3 ບັນຫາສຳຄັນ ຄື: ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ; ການຄຸ້ມຄອງວຽກງານແຮ່ທາດ ແລະ ຊັບພະຍາກອນທຳມະຊາດ; ສະພາບການສຶກສາ ໂດຍສະເພາະບັນຫານັກຮຽນປະລະການຮຽນ ແລະ ການຂາດແຄນຄູສອນຢູ່ເມືອງສັງທອງ ແລະ ເມືອງປາກງື່ມ; ໄດ້ພິຈາລະນາ, ຮັບຮອງເອົານິຕິກຳສ້າງໃໝ່ຂອງນະຄອນຫຼວງວຽງຈັນ 3 ສະບັບຄື: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາພາດເມັນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ ຢູ່ນະຄອນຫຼວງວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດໃນຕົວເມືອງນະຄອນຫຼວງວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ.
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົານິຕິກຳສະບັບປັບປຸງ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງນະຄອນຫຼວງວຽງຈັນ (ສະບັບປັບປຸງ), ພ້ອມນີ້ຍັງໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ຂອງອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນ (ພາກກາງ ແລະ ນະຄອນຫຼວງວຽງຈັນ) ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫຼວງວຽງຈັນ) ແລະ ກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງວຽງຈັນ ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ບັນດາອົງການດັ່ງກ່າວ ທີ່ໄດ້ພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບໃນວຽກງານກວດສອບ, ກວດກາ ແລະ ການດຳເນີນຄະດີຕາມຂະບວນການຍຸຕິທຳ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຕົວຈິງ ແລະ ມີຄວາມຍຸຕິທຳ ລວມເຖິງໄດ້ເອົາໃຈໃສ່ຜັນຂະຫຍາຍບັນດານິຕິກຳຂອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ກໍຄື ມະຕິຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ເຂົ້າໃນການປັບປຸງຂະບວນການຍຸຕິທຳໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ; ໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຶ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ໃນໄລຍະເກືອບໜຶ່ງປີ ໃນການປະຕິບັດຕາມພາລະບົດບາດຂອງຕົນໄດ້ມີຜົນສຳເລັດຫຼາຍດ້ານ.
ໃນຕະຫຼອດໄລຍະການດຳເນີນກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມໄດ້ຮັບສາຍດ່ວນຈາກປະຊາຊົນ ທັງໝົດ 52 ສາຍ, ສາມາດສັງລວມຄຳສະເໜີ ທັງໝົດ 61 ຂໍ້ ເປັນຕົ້ນ ບັນຫາທີ່ດິນ ແລະ ການຊົດເຊີຍ: ການຂໍອອກໃບຕາດິນໃໝ່, ການທວງຖາມຄ່າຊົດເຊີຍຈາກໂຄງການຕາຝັ່ງເຈື່ອນ-ໂຄງການກໍ່ສ້າງເສັ້ນທາງ, ພ້ອມທັງໄດ້ມີການສະເໜີໃຫ້ພິຈາລະນາຫົວໜ່ວຍລາຄາຊົດເຊີຍໂຄງການສະມາດຊີຕີ້ (Smart City) ທີ່ຕ່ຳເກີນໄປ; ບັນຫາສິ່ງແວດລ້ອມ ແລະ ການຂຸດຄົ້ນ: ຜົນກະທົບຈາກການລັກຂຸດຄົ້ນແຮ່ຄຳ, ການດູດຫີນ-ຊາຍທີ່ບໍ່ຖືກຕ້ອງ (ພາໃຫ້ເກີດບັນຫາດິນເຈື່ອນ, ສຽງດັງ ແລະ ແຫຼ່ງນ້ຳຂຸ່ນ); ບັນຫາພື້ນຖານໂຄງລ່າງ ແລະ ການຄຸ້ມຄອງຕົວເມືອງ: ຄວາມຊັກຊ້າໃນການສ້ອມແປງທາງ, ບັນຫາໄຟເຍືອງທາງ-ໄຟອຳນາດ, ມາດຕະການກຳຈັດສິ່ງເສດເຫຼືອ, ການກວດກາຄວບຄຸມນ້ຳໜັກລົດບັນທຸກ, ມົນລະພິດ-ຂີ້ຝຸ່ນຈາກລົດບັນທຸກ, ການຖົມຄອງ-ໜອງນ້ຳ ແລະ ບັນຫາສາຍໄຟບໍ່ເປັນລະບຽບ; ບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ: ກຸ່ມແກ້ງລົດກວນເມືອງ, ຈຸດມົ້ວສຸມສິ່ງເສບຕິດ, ຮ້ານກິນດື່ມເປີດກາຍໂມງສົ່ງສຽງດັງ ແລະ ການປ່ອຍສັດລ້ຽງຊະຊາຍຕາມທາງຫຼວງແຫ່ງຊາດ ກໍຄືທາງຫຼວງນະຄອນຫຼວງ; ບັນຫາການຄຸ້ມຄອງເສດຖະກິດ ແລະ ບໍລິການລັດ: ການກວດກາຄວາມຖືກຕ້ອງຂອງການຕັ້ງຕະຫຼາດໃໝ່, ຄວາມໂປ່ງໃສໃນການບໍລິຫານງານຂອງລັດວິສາຫະກິດລົດເມ ແລະ ຄວາມຊັກຊ້າຂອງລະບົບລົດເມດ່ວນ (BRT); ບັນຫາຍຸຕິທຳ ແລະ ລະບຽບກົດໝາຍ: ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ແກ່ຍາວ ແລະ ການກວດກາບຸກລຸກປຸກສ້າງໃນດິນເຂດສະຫງວນ. ຢ່າງໃດກໍຕາມ, ຄະນະຮັບຜິດຊອບ ໄດ້ນຳສົ່ງຄຳສະເໜີດັ່ງກ່າວໃຫ້ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ກໍຄືຄະນະຮັບຜິດຊອບ ໄດ້ນຳໄປຄົ້ນຄວ້າ, ແກ້ໄຂ ຫຼື ຫາກບັນຫາໃດໄດ້ຮັບການແກ້ໄຂແລ້ວ ກໍສະເໜີໃຫ້ມີການຊີ້ແຈງໃຫ້ຄວາມກະຈ່າງແຈ້ງ.
ຂ່າວ: ທະນູທອງ
KPL