ຂປລ
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.
ຂປລ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາຫ້ອງວ່າການສູນກາງພັກຊຶ່ງໄດ້ຕີລາຄາຜົນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ VII ໃນ 5 ປີຜ່ານມາຢ່າງຮອບ ດ້ານໂດຍສະເພາະແມ່ນຜົນສໍາເລັດໃນການປະຕິບັດພາລະບົດບາດ, ໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກດ້ານເນື້ອໃນ, ການປະສານງານ ແລະ ການບໍລິຫານຮັບໃຊ້ການນໍໍາ, ການປັບປຸງກົງຈັກຈັດຕັ້ງ; ການກໍ່ສ້າງພັກ ແລະ ພະນັກງານ; ການຄຸ້ມຄອງ, ກວດກາ ແລະ ປ້ອງກັນພາຍໃນ; ການພັດທະນາພື້ນຖານວັດຖຸ-ເຕັກນິກ ແລະ ການຫັນ ເປັນທັນສະໄໝ; ວຽກງານອົງການຈັດຕັ້ງມະຫາຊົນ; ວຽກງານພິພິທະພັນ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ; ວຽກງານປະຕິຮູບລັດວິສາຫະກິດ ແລະ ວຽກງານການພົວພັນຮ່ວມມືກັບຫ້ອງວ່າການປະເທດເພື່ອນມິດ; ໄດ້ສໍາເລັດການປະຕິບັດແຜນພັດທະນາ ຫ້ອງວ່າການສູນກາງພັກທີ່ປະກອບດ້ວຍ 4 ແຜນງານໃຫຍ່, 24 ໂຄງການຈຸດສຸມ ແລະ 81 ກິດຈະກໍາ ຊຶ່ງສາມາດບັນລຸໄດ້ ສະເລ່ຍ 79,1% ຂອງແຜນການ.
ກອງປະຊຸມໃຫຍ່ໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໄລຍະປີ 2026-2030 ເພື່ອສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ເພື່ອຕໍ່ຍອດບັນດາຜົນສໍາເລັດທີ່ເປັນພື້ນຖານໃນໄລຍະຜ່ານມາເຂົ້າໃນການຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ ຂອງຫ້ອງວ່າການສູນກາງພັກເພື່ອຊ່ວຍສູນກາງພັກນໍາພາ-ຊີ້ນໍາ, ອໍານວຍຄວບຄຸມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທຳ, ບົນພື້ນຖານນັ້ນ ໄດ້ຮັບຮອງເອົາ 5 ທິດທາງລວມ, 7 ຄາດໝາຍສູ້ຊົນ, 8 ແຜນວຽກຈຸດສຸມ ຕົ້ນຕໍ ແລະ ຫັນເປັນ 7 ແຜນງານ ແລະ 42 ໂຄງການ.
ພ້ອມນີ້, ກອງປະຊຸມໃຫຍ່ ໄດ້ພິຈາລະນາການສໍາຫລວດກວດກາການເຄື່ອນໄຫວນໍາພາລວມຂອງຄະນະບໍລິຫານງານພັກ ສະໄໝທີ VII (2021- 2025). ຄະນະບໍລິຫານງານພັກຫ້ອງວ່າການສູນກາງພັກຍາມໃດກໍເປັນຫລັກແຫລ່ງ, ເປັນຄັນທຸງນໍາໜ້າ ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມີຄວາມເປັນເອກະພາບ, ເປັນປຶກແຜ່ນໃນທົ່ວອົງຄະນະພັກ; ຕັ້ງໜ້ານໍາພາ-ຊີ້ນໍາການປະຕິບັດໜ້າທີ່ການ ເມືອງຕາມກົດລະບຽບຂອງພັກ ດ້ວຍຄວາມຮັບຜິດຊອບສູງ, ປະດິດສ້າງ ແລະ ຍາດໄດ້ຜົນສໍາເລັດເປັນຢ່າງດີ.
ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຫ້ອງວ່າການສູນກາງພັກ ຊຸດໃໝ່ສະໄໝ ທີ VIII, 15 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກໄດ້ເລືອກຕັ້ງເອົາຄະນະປະຈໍາພັກ 5 ສະຫາຍ, ຍິງ 0 ສະຫາຍ, ກອງປະຊຸມໄດ້ເລືອກເອົາ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກສືບຕໍ່ເປັນເລຂາຄະນະພັກ ອີກສະໄໝໜຶ່ງ, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກເປັນຮອງເລຂາຄະນະພັກ, ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ເປັນປະທານກວດກາພັກ; ເລືອກຕັ້ງເອົາ ສະຫາຍ ວອນສາລີ ຂັດທິຍະ ແລະ ສະ ຫາຍ ນາງ ສີສະໄໝ ນາມແກ່ນທ້າວ ເປັນຮອງປະທານກວດກາ.
ໃນໂອກາດນີ້, ສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍ ຕໍ່ການນຳພາ-ຊີ້ນຳປະຕິບັດໜ້າທີ່ການເມືອງຂອງຫ້ອງວ່າການສູນກາງພັກ ແລະ ໄດ້ຊີ້ທິດເຍືອງທາງ, ຝາກຄວາມຫວັງ- ຄວາມເຊື່ອໝັ້ນໄວ້ນໍາຄະນະບໍລິຫານງານພັກ, ສະມາຊິກພັກ-ພະນັກງານທົ່ວຫ້ອງວ່າການສູນກາງພັກສືບຕໍ່ເສີມຂະຫຍາຍຜົນສໍາເລັດ, ມູນເຊື້ອ ແລະ ບົດຮຽນ, ປັດໄຈໃໝ່ຂອງອົງຄະນະພັກ ທີ່ຜ່ານມານັ້ນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ຮອບດ້ານ ແລະ ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າໃນການເປັນ ເສນາທິການທີ່ຈົງຮັກພັກດີ, ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ຫັນທັນ ສະໄໝເປັນກ້າວໆ.
KPL