ຂປລ
ໃນຕອນເຊົ້າວັນທີ 16 ພະຈິກ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດ ນາມ-ກຳປູເຈຍ.
ຂປລ. ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທາສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ.ໃນການພົບປະດັ່ງກ່າວ, ຜູ້ນໍາສາມພັກຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ພ້ອມທັງໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດໃນໄລຍະຜ່ານມາ ຊຶ່ງສາມຝ່າຍໄດ້ ມີການປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ການໄປມາຫາສູ່ກັນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການພົບປະກັນຂອງສາມປະເທດຢ່າງປົກກະຕິ. ພ້ອມກັນນີ້, ຜູ້ນໍາຂອງສາມພັກໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດລວມທັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ຜູ້ນໍາຂອງສາມພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານທີ່ສາມພັກ, ສາມປະເທດສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ສາມຝ່າຍໄດ້ມີໃຫ້ແກ່ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ຜູ້ນໍາຂອງສາມພັກຍັງໄດ້ຕີລາຄາສູງ ທີ່ສາມຝ່າຍສືບຕໍ່ຮັກສາໄດ້ກົນໄກການພົບປະ ລະຫວ່າງ ກົມການເມືອງ, ລັດຖະບານ, ກະຊວງ-ອົງການ ແລະ ທ້ອງຖິ່ນຂອງສາມປະເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາຫາລືກ່ຽວກັບການຮ່ວມມືຂອງສາມປະເທດ. ພ້ອມກັນນີ້, ຜູ້ນໍາຂອງສາມພັກ ໄດ້ຢືນຢັນຄືນຢ່າງໜັກແໜ້ນວ່າ ທັງສາມພັກ ແລະ ສາມປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມພັກ, ສາມລັດ ແລະ ປະຊາຊົນ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
KPL