ຂປລ
ແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ
ຂປລ. ໂດຍຕອບສະໜອງຕາມໜັງສືເຊີນທາງການຂອງ ທ່ານ ເຟົາສຕິໂນ ໂບຈິ ຈີດີທີ III (Faustino “Bojie” G. Dy III), ປະທານສະພາຜູ້ແທນລາສະດອນແຫ່ງ ສາທາລະນະລັດ ຟີລິບປິນ, ທັງເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື AIPA ຄັ້ງທີ 47, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປ ລາວ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47 ພາຍໃຕ້ຫົວຂໍ້ “ລັດຖະສະພາ ໃນການປົກປັກຮັກສາສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຖືປະຊາຊົນເປັນແກນກາງຂອງອາຊຽນ” ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-22 ພະຈິກ 2026 ທີ່ນະຄອນ ຫລວງມະນີລາ, ສາທາລະນະລັດ ຟີລິບປິນ ເພື່ອປະຕິບັດພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບໃນຖານະທີ່ສະພາແຫ່ງຊາດລາວ ເປັນສະມາຊິກສົມບູນຂອງໄອປາ, ເປັນການສະແດງທັດສະນະຕໍ່ເນື້ອໃນກອງປະຊຸມໃນກອບບັນຫາການເມືອງ, ເສດຖະກິດ, ສັງຄົມ, ສະມາຊິກສະພາແຫ່ງຊາດເພດຍິງ, ສະມາຊິກສະພາແຫ່ງຊາດໜຸ່ມ ແລະ ວຽກງານພາຍໃນຂອງໄອປາ.
ນອກນີ້, ຍັງຈະໄດ້ແລກປ່ຽນຂໍ້ມູນຂ່າວສານກັບບັນດາຜູ້ແທນລັດຖະສະພາເພື່ອນມິດ ແນໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລັດຖະສະພາປະເທດສະມາຊິກໄອປາ ກັບ ລັດຖະສະພາປະເທດຜູ້ສັງເກດການ ແລະ ລັດຖະສະພາພາກພື້ນ.
KPL