ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

17/11/2026 06:15
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

ໃນໂອກາດນີ້, ທ່ານ ທະນູໄຊ  ບັນຊາລິດ ໄດ້ກ່າວຕ້ອນຮັບຄະນະ ຜູ້ແທນດ້ວຍຄວາມຍິນດີ ແລະ ຂອບ ໃຈຕໍ່ລັດຖະບານ ແລະ ປະຊາຊົນ  ສ ເກົາຫລີ ທີ່ຜ່ານມາໄດ້ໃຫ້ການ ຊ່ວຍເຫລືອ ແລະ ສະໜັບສະໜູນ ຫລາຍໂຄງການພັດທະນາຢູ່ແຂວງ ອັດຕະປື ຊ່ຶງມີສ່ວນສຳຄັນໃນການ ປັບປຸງພື້ນຖານໂຄງລ່າງ, ຍົກລະດັບຄຸນນະພາບຊີວິດ ແລະ ສົ່ງເສີມການ ພັດທະນາໃນຫລາຍຂົງເຂດ ຊຶ່ງ ສະທ້ອນໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ. ພ້ອມ ທັງແນະນຳພາບລວມກ່ຽວກັບ ສະພາບພູມສາດ, ຈຸດພິເສດ, ທ່າ ແຮງ ແລະ ທິດທາງການພັດທະນາ ຂອງແຂວງອັດຕະປື ຊຶ່ງເປັນແຂວງ ທາງພາກໃຕ້ຂອງ ສປປ ລາວ ມີ ຊາຍແດນຕິດຕໍ່ກັບຫວຽດນາມ ແລະ  ກຳປູເຈຍ ໂດຍມີເສັ້ນທາງເລກທ  18B ເປັນເສັ້ນທາງຄົມມະນາຄົມ ສຳຄັນ ເຊ່ືອມຕ່ໍແຕ່ເທສະບານ ແຂວງໄປຫາຊາຍແດນຫວຽດນາມ  ຊ່ຶງເປັນທ່າແຮງໃນການພັດທະນາ ການຄ້າ, ການລົງທຶນ ແລະ ການ ບໍລິການຂ້າມແດນ.

ຜ່ານມາ, ລັດຖະບານ ແລະ ປະ  ຊາຊົນ ສ ເກົາຫລີ ໄດ້ຊ່ວຍເຫລືອ ແຂວງອັດຕະປືຜ່ານອົງການ KOICA, K-EXIM ແລະ KO-FIH ໃນຫລາຍຂົງເຂດ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການ ຮັບມືກັບການປ່ຽນແປງດິນຟ້າ ອາກາດ, ການປັບປຸງການບໍລິການ ສາທາລະນະສຸກ, ການພັດທະນາ ສີມືແຮງງານ, ການຄຸ້ມຄອງໄພ  ພິບັດ, ການຍົກສູງຜົນຜະລິດກະສິ ກຳ ແລະ ການປົກປ້ອງເດັກ. ນອກ ນັ້ນ, ຍັງມີໂຄງການລົງທຶນຈາກ ພາກເອກະຊົນ ສ ເກົາຫລີ ທີ່ໄດ້ຮັບ ອະນຸຍາດລົງທຶນຢູ່ແຂວງຈຳນວນ  3 ໂຄງການ ມູນຄ່າລວມ 411,2 ລ້ານໂດລາສະຫະລັດ, ໃນນັ້ນ 2 ໂຄງການດ້ານພະລັງງານໄຟຟ້າ ແລະ 1 ໂຄງການກໍ່ສ້າງເສັ້ນທາງ ຮູບແບບ BOT. ຂະນະທີ່ປີ 2024 ໄດ້ມີການເຊັນບົດບັນທຶກຄວາມ ເຂົ້າໃຈ 1 ໂຄງການ ກ່ຽວກັບການ ສຶກສາສຳຫລວດການປູກພືດຜັກ ແລະ ການປູກມອນລ້ຽງມ້ອນເພ່ືອ ຜະລິດເສັ້ນໄໝ ພ້ອມທັງສ້າງໂຮງ ງານຂະໜາດນ້ອຍຢູ່ແຂວງອັດ  ຕະປື.     ຂ່າວ: ສ. ໄຊຄຳສອນ

KPL

ຂ່າວອື່ນໆ

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

ads
ads

Top