ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.
ສຳລັບອຸປະກອນ ໄອທີ ທີ່ນຳມາ ມອບໃນຄັ້ງນີ້ ປະກອບມີ: ຄອມ ພິວເຕີແລັບທັອບ 28 ເຄື່ອງ, ແທັບ ເລັດ 28 ເຄື່ອງ ແລະ ເຄື່ອງພິມ ເອກະສານ 28 ເຄ່ືອງ, ລວມທັງໝົດ 84 ເຄ່ືອງ ໂດຍແຕ່ລະຕາແສງ ຈະໄດ້ຮັບອຸປະກອນ ປະເພດລະ 1 ເຄື່ອງ ເພື່ອນຳໄປໃຊ້ເຂົ້າໃນການປະຕິບັດ ວຽກງານ.ການສະໜອງອຸປະກອນ ໄອທີໃຫ້ແກ່ຂັ້ນຕາແສງ ເປັນການ ສະໜັບສະໜູນດ້ານວັດຖຸອຸປະກອນ ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການ ປະຕິບັດໜ້າທີ່ວຽກງານ ແລະ ຈະ ນຳໃຊ້ອຸປະກອນໃຫ້ເກີດປະໂຫຍດ ສູງສຸດ, ຖືກຕ້ອງຕາມຈຸດປະສົງ ຂອງວຽກງານການບໍລິຫານປົກ ຄອງຂັ້ນຕາແສງ. ເປັນການສະໜັບ ສະໜູນ ໃນການສ້າງເງື່ອນໄຂດ້ານ ວັດຖຸອຸປະກອນ ໃຫ້ແກ່ຂັ້ນຕາແສງ, ຊ່ວຍຍົກສູງປະສິດທິພາບການ ບໍລິຫານ, ການຈັດເກັບ, ຄົ້ນຄວ້າ ຂ້ໍມູນ, ການລາຍງານ ແລະ ການ ປະສານງານ ລະຫວ່າງ ຂັ້ນຕາແສງ ກັບຂັ້ນເມືອງ ແລະ ຂັ້ນແຂວງ ໃຫ້ ມີຄວາມວ່ອງໄວ ແລະ ທັນສະໄໝ.
ຂ່າວ: ຄຳພັນ ແກ້ວມະນີ
KPL