ຂປລ
ໃນວັນທີ 14 ພະຈິກ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ XX ຢູ່ລາຊະອານາຈັກກຳປູເຈຍ ຕາມການເຊື້ອເຊີນ ຂອງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງລາຊະອານາຈັກ ກຳປູເຈຍ.
ຂປລ. ໃນໂອກາດນີ້, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ XX ໃນຄັ້ງນີ້. ຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ແລະ ໄດ້ເດີນທາງມາຢ້ຽມຢາມ ລາຊະອານາຈັກກຳປູເຈຍ ອີກຄັ້ງໜຶ່ງ ພາຍຫລັງການຢ້ຽມຢາມລັດຖະກິດ ໃນຕົ້ນປີ 2026 ທີ່ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 7 ປີ ແຫ່ງການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ໃນປີ 2026 ນີ້. ການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ແລະ ຈິງໃຈ ຊຶ່ງເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງທີ່ດີຕໍ່ກັນ, ພ້ອມທັງເປັນການຍົກລະດັບ ແລະ ເພີ່ມພູນຄູນສ້າງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ. ທ່ານ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈມາຍັງພະບາດສົມເດັດ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ມາໂດຍຕະຫລອດ, ນັບຕັ້ງແຕ່ໄລຍະການຕໍ່ສູ້ກູ້ຊາດ ຈົນເຖິງໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສະເດັດໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມເພື່ອສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ໃຫ້ ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມມນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະ ທານສະພາສູງແຫ່ງລາຊະອານາຈັກ ກໍາປູເຈຍ ຊຶ່ງໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືໃນຖານະຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ສະແດງອອກຜ່ານການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ຂອງຄະນະຜູ້ແທນຂັ້ນຕ່າງໆ, ທັງຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ. ສອງຝ່າຍໄດ້ຊົມເຊີຍຄວາມຄືບໜ້າຂອງລັດຖະບານສອງປະເທດ ທີ່ໄດ້ມີການຈັດຕັ້ງຜັນຂະຫຍາຍບັນດາການຕົກລົງ ແລະ ຜົນຂອງການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະແມ່ນຜົນການພົບປະສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ ແລະ ເຫັນດີເປັນເອກະພາບ ໃນການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ຮັດແໜ້ນການ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດລາວ- ກໍາປູເຈຍ ໃຫ້ນັບມື້ນັບຫລາຍຂຶ້ນ.
KPL