7409

7totz6h cmo]k; g0Q kIj ;,dv'xt-5 ,]a f4t,q o8u 8j k'xtgmfvk-Po c]t [a ofkdv'xt-5 ,dj P;0h v' le,tok]tfa [l6 'le]a [ z6h ;j kdkomtok7kodk' 7A 'mu 62 8 c0;'rkdg|n v Ia [2a 'dkogzu pczj g-nj v,-b , 2 fe]a fle7a o0v']a f4t[ko okpq d]a f4t,q o8u g0Q kIj ;,dv'xt-5 ,l5 fpvf vk-Po 7A 'mu 49 c]t dv'xt-5 ,dj P;0h v' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 17.11.2026 ປີທີ 25 ສະບັບທີ 6.564ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 2່ າໍ່ ໜ້າ z6h oe 3 ra d Ij ;,xb dlksk]n grnj vgruj ,mt;u dkorq ;ra oIj ;,,n ທ່ານ ທອງລຸນ ສີສຸລິດ (ຜູ້ທີ 2 ນັບຈາກຊ້າຍຫາຂວາ) ທ່ານ ພົງສະຫວັນ ສີສຸລາດ (ໜ້າ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ xtmkoxtgmf csj ' lxx ]k; g0Q kIj ;, dv'xt-5 ,l5 fpvf/ia '3d32ou 7A 'mu XX ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 4 ນັບຈາກຂວາຫາຊ້າຍ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ ສະຫາຍ ທອງລຸນ ສີສຸລິດ (ຂວາ) ທ່ານ ອາດສະພັງທອງ ສີພັນດອນ (ກາງ) c0j '0a oc]j oIk2,kikmvolkdq o ,y f8trk[ ]k;{9u o xt9exu 2026 F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນລະຫວ່າງວັນທີ 1516ພະຈິກ2026ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາປູ ເຈຍ, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເຂົ້າ ຮ່ວມກອງປະຊຸມສຸດຍອດຝຣັງໂກ ໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ ຫົວຂໍ້ “ການລົງທຶນຄືນໃໝ່ໃນ ສັນຕິພາບ ເພື່ອຄວາມຈະເລີນຮຸ່ງ ເຮືອງຮ່ວມກັນ ແລະ ສະຖຽນລະ ພາບທີ່ຍືນຍົງ”ໂດຍມີບັນດາປະ ມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາ ຊິກສົມບູນ, ປະເທດສະມາຊິກສົມ ທົບ ແລະ ປະເທດສະມາຊິກສັງເກດ ການ ຂອງອົງການຝຣັງໂກໂຟນີ ສາກົນ(OIF) ເຂົ້າຮ່ວມ. ພ້ອມ ຂປລ. ກອງປະຊຸມເຜີຍແຜ່ດໍາ ລັດວ່າດ້ວຍ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ສະບັບເລກ ທີ 126/ລບ ແລະ ດໍາລັດວ່າດ້ວຍ ພະນັກງານທ້ອງຖິ່ນທີ່ເຮັດວຽກນໍາ ອົງການຕ່າງປະເທດ ປະຈໍາ ສປປ ລາວ ສະບັບເລກທີ 12/ລບ ຈັດຂຶ້ນ ໃນວັນທີ 12 ພະຈິກ 2026 ຜ່ານ ມາ ຢູ່ແຂວງຫລວງພະບາງ ພາຍ ໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຂະແໜງການທີ່ກ່ຽວ ຂ້ອງຈາກ 8 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫລວງນ້ຳທາ, ອຸ ດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫລວງ ພະບາງ, ຫົວພັນ ແລະ ແຂວງຊຽງ ຂວາງ ເຂົ້າຮ່ວມ. ຂປລ. ທະນາຄານ ແຫ່ງ ສປປ ລາວ (ທຫລ) ເປັນເຈົ້າພາບ ແລະ ປະທານຈັດສໍາມະນາລະດັບສູງ ສໍາລັບຜູ້ວ່າການທະນາຄານກາງ SEACEN ຄັ້ງທີ 62 (The 62nd SEACEN Governors’ Conference) ແລະ ກອງປະ ຊຸມສະພາບໍລິຫານຜູ້ວ່າການທະ ນາຄານກາງ SEACEN BOG ຄັ້ງທີ 46 (The 46th SEACEN Boa r d o f Gove r no r s ’ Meet ing) ໃນວັນທີ 12-13 ພະຈິກ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ ທຫລ, ມີບັນດາຜູ້ວ່າ ການ, ຮອງຜູ້ວ່າການທະນາຄານ ກາງ ຂອງປະເທດທີ່ເປັນສະມາຊິກ la [xtfk;a fmtotme-k;|5j , 9u o{vk-Po xt9exu 2026 ຂປລ. ໃນຕອນເຊົ້າວັນທີ16 ພະ ຈິກ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາ ຂປລ. ສະຖາບັນແມ່ນໍ້າຂອງ ຮ່ວມກັບສູນການສື່ສານວັດທະນະ ທຳສາກົນ ຂອງກຸ່ມສື່ສານສາກົນ ຈີນ (CICG) ແລະ ບໍລິສັດພະ ລັງງານສາກົນແມ່ນໍ້າລ້ານຊ້າງແມ່ນໍ້າຂອງ ຈໍາກັດ ຈັດງານສັບ ປະດາວັດທະນະທຳຊາວໜຸ່ມ ຈີນອາຊຽນ 2026 ໃນວັນທີ 13 ພະຈິກ 2026 ຢູ່ນະຄອນຫລວງ ວຽງຈັນ ພາຍໃຕ້ຫົວຂໍ້: “ການ ເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນ ສ້າງອະນາຄົດທີ່ຍືນຍົງ” ໂດຍມີ ຂປລ. ໃນວັນທີ 15 ພະຈິກ 2026 ທີ່ມະນີລາ, ສາທາລະນະ ລັດ ຟີລິບປິນ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ນີ້, ຍັງມີການປຶກສາຫາລືໃນຫົວຂໍ້ ສະເພາະຄື: “ການເສີມສ້າງສັນຕິ ພາບ: ໂຄງການລວມໝູ່ລວມເອົາ ຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫລາກ ຫລາຍຂອງພວກເຮົາ” ຂອງບັນ ດາປະເທດສະມາຊິກ. ໃນໂອກາດນີ້, ທ່ານປະທານ ປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ຂອງສູນ SEACEN, ຊ່ຽວຊານ ຈາກສະຖາບັນຕ່າງໆ, ບັນດາກົມທຽບເທົ່າກົມ ພາຍໃນ ທຫລ ແລະ ທະນາຄານທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ. ຊຸດສໍາມະນາລະດັບສູງດັ່ງກ່າວ ຈັດຂຶ້ນພາຍໃຕ້ຫົວຂໍ້: “ບັນດາທະ ນາຄານກາງຂອງອາຊີ ໃນທ່າມ ກາງການປັບໂຄງສ້າງຄືນໃໝ່ຂອງ ລະບົບເສດຖະກິດ-ການເງິນໂລກ: ການນໍາທາງທ່າມກາງກະແສການ ເງິນທີ່ແຕກແຍກ ແລະ ຄວາມບໍ່ ສົມດຸນຂອງເສດຖະກິດໂລກ” ໃນ ຮູບແບບເວທີເສວະນາ (Panel Discussion) ເພື່ອປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ໂດຍເນັ້ນໃສ່ການປ່ຽນແປງທາງ ທ່ານ ສະເຫລີມໄຊ ກົມມະສິດ (ຜູ້ທີ 1 ນັບຈາກຂວາຫາຊ້າຍ) ທ່ານ ຢູ້ ອິ້ງຟູ້ (Yu Yingfu) ຮອງ ປະທານກຸ່ມສື່ສານສາກົນຈີນ, ທ່ານ ພູວຽງ ພົງສະຫວັດດີ ກຳມະການ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ, ເລຂາຊາວໜຸ່ມຄະນະ ໂຄສະນາອົບຮົມສູນກາງພັກ, ທ່ານ ຫລີ ຫ້າວ (Li Hao) ທີ່ປຶກສາສະ ຖານທູດຈີນ ປະຈຳ ລາວ, ທ່ານ ຫລົວ ເວີ້ຍຈ້ຽນ (Luo Weijian) ຫົວໜ້າສູນວັດທະນະທຳຈີນ ປະຈຳ ລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງ F ອ່ານຕໍ່ໜ້າ 7່ າໍ່ ໜ້າ ອາຊຽນ ຄັ້ງທີ 49 ແລະ ກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງພິທີ ການເຜີຍແຜ່ດໍາລັດວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ສະບັບເລກທີ126/ລບ ແລະ ດໍາລັດວ່າດ້ວຍພະນັກງານ ທ້ອງຖິ່ນ ທີ່ເຮັດວຽກນໍາອົງການ ຕ່າງປະເທດ ປະຈໍາ ສປປ ລາວ ສະ ບັບເລກທີ 12/ລບ ຄັ້ງນີ້, ກໍເພື່ອ ໃຫ້ພະນັກງານທີ່ເຮັດວຽກຕົວຈິງ ຈາກ 8 ແຂວງພາກເໜືອ ແລະ ພະນັກງານອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກ ຢູ່ແຂວງຫລວງພະບາງ ມີຄວາມ ເຂົ້າໃຈ ແລະ ກໍາໄດ້ບັນດາຫລັກ ການ, ຂັ້ນຕອນ, ສິດ ແລະ ພັນທະ ຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນດໍາ ລັດທັງສອງສະບັບນີ້, ເພື່ອໄປນໍາ ໃຊ້ເຂົ້າໃນການປະຕິບັດວຽກງານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 17/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຜູ້ນຳ 3 ພັກ...ູ້ັ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ແລະ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ພັກປະຊາຊົນກໍາປູເຈຍ, ປະທານສະ ພາສູງແຫ່ງລາຊະອານາຈັກກໍາປູ ເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດ ນາມ-ກຳປູເຈຍ ໂດຍການເປັນເຈົ້າ ພາບຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ພັກປະຊາຊົນກໍາປູເຈຍ, ປະທານ ສະພາສູງແຫ່ງລາຊະອານາຈັກກໍາ ປູເຈຍ ໃນໂອກາດເຂົ້າຮ່ວມກອງ ປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ ນອກ ແລະ ທິດທາງການຮ່ວມມື ໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍ ຕ່າງໆ ຄຽງຄູ່ກັບການເສີມສ້າງບົດ ບາດແກນກາງຂອງອາຊຽນ ແລະ ການຮັກສາສົມດຸນໃນການພົວພັນ ກັບຄູ່ຮ່ວມມືພາຍນອກ. ກອງປະ ຊຸມໄດ້ຍົກບັນຫາສິ່ງທ້າທາຍທີ່ບໍ່ ແມ່ນການທະຫານ ເປັນຕົ້ນ ການ ກໍ່ການຮ້າຍ, ການສໍ້ໂກງທາງອິນ ເຕີເນັດ, ການຄ້າມະນຸດ ແລະ ຢາ ເສບຕິດ, ໄພພິບັດທາງທໍາມະຊາດ ແລະ ໝອກຄວັນຂ້າມແດນ ທີ່ສົ່ງ ຜົນກະທົບ ແລະ ຮຽກຮ້ອງໃຫ້ມີ ການພົວພັນປະສານງານພາຍໃນ ອາຊຽນ ເພື່ອແກ້ໄຂບັນຫາຮ່ວມ ກັນ. ກອງປະຊຸມໄດ້ເຫັນດີຕໍ່ການ ສະເໜີເປັນປະທານອາຊຽນຂອງ ຕີມໍແລັດສະເຕ ໃນປີ 2029. ສຳລັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ທົບທວນ ຄືນຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາ ຊຽນ ກ່ຽວກັບມຽນມາ, ແລກປ່ຽນ ຄໍາຄິດຄຳເຫັນກ່ຽວກັບບັນຫາພາກ ພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ເປັນຕົ້ນ ບັນຫາຄວາມໝັ້ນຄົງດ້ານພະລັງ ງານ ແລະ ສະບຽງອາຫານ. ຜູ້ນໍາ ອາຊຽນ ໄດ້ເນັ້ນຄວາມສໍາຄັນການ ເພີ່ມທະວີການປະສານງານ ແລະ ການພັດທະນາເຄືອຂ່າຍພະລັງ ງານອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດ ເກີດຂຶ້ນໃນຕໍ່ໜ້າ, ຊຸກຍູ້ໃຫ້ເພີ່ມທະ ວີການຮ່ວມມືຂອງບັນດາຂະແໜງ ການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງ ງານ, ການຄ້າ ແລະ ຂະແໜງການ ອື່ນໆ ເພື່ອກຽມຄວາມພ້ອມໃນການ ຮັບມືກັບວິກິດການດ້ານພະລັງງານ ໃນອະນາຄົດ. ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າ ຮ່ວມກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າ ຈາກສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນສໍາຄັນ ຂອງສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ ຜ່ານການເຮັດ ໜ້າທີ່ການທູດດ້ານລັດຖະສະພາ ຢ່າງຕັ້ງໜ້າ ໃນຂະບວນການການ ສ້າງປະຊາຄົມອາຊຽນ ໃຫ້ນັບມື້ ນັບເຂັ້ມແຂງ ແລະ ເພື່ອຄວາມເປັນ ຢູ່ທີ່ດີຂອງປະຊາຊົນອາຊຽນ. ໃນກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ແລະ ບັນດາຜູ້ຕາງ ໜ້າສະພາທີ່ປຶກສາທຸລະກິດອາ ຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ ຕີລາຄາສູງຕໍ່ການປະກອບສ່ວນ ອັນສຳຄັນຂອງສະພາທຸລະກິດ ອາຊຽນໃນການກຳນົດແຜນບູລິ ມະສິດຂອງພາກທຸລະກິດ ໃນປີ 2026. ພ້ອມກັນນີ້, ທ່ານຍັງໄດ້ ຢໍ້າເຖິງຄວາມສຳຄັນຂອງການ ຍົກລະດັບສັນຍາການຄ້າດ້ານສິນ ຄ້າອາຊຽນ (ATIGA), ການດຳ ເນີນງານຕາມສັນຍາຂອບເສດຖະ ກິດດີຈິຕອນອາຊຽນ (DEFA) ໃຫ້ເກີດໝາກຜົນ ແລະ ການນຳ ໃຊ້ສັນຍາການຮ່ວມມືເສດຖະກິດ ແບບຮອບດ້ານລະດັບພາກພື້ນ (RCEP) ກັບສັນຍາເຂດການ ຄ້າເສລີຂອງອາຊຽນ ໃຫ້ເກີດປະ ໂຫຍດສູງສຸດ. ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງ ໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາ ຊຽນ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນໍາ ຕໍ່ຂໍ້ສະເໜີຂອງຊາວໜຸ່ມ“ຊາວໜຸ່ມ ອາຊຽນກ້າວສູ່ອະນາຄົດທີ່ເຂັ້ມ ແຂງ, ຫັນເປັນດີຈິຕອນ ແລະ ກວມ ລວມ”. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ຕໍ່ບົດບາດ ແລະ ການປະກອບ ສ່ວນອັນສຳຄັນຂອງຊາວໜຸ່ມອາ ຊຽນ ໃນການສ້າງອະນາຄົດຂອງ ອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍຊຸກຍູ້ໃຫ້ຊາວໜຸ່ມອາ ຊຽນ ສືບຕໍ່ຜັນຂະຫຍາຍການຮ່ວມ ມືໃນດ້ານຕ່າງໆ ຢ່າງມີຫົວຄິດປະ ດິດສ້າງ ແລະ ມີຄວາມຮັບຜິດຊອບ ສູງ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ສະເໜີໃຫ້ອາຊຽນ ສ້າງ ໂອກາດໃຫ້ຊາວໜຸ່ມອາຊຽນ ສາ ມາດເຂົ້າເຖິງເຕັກໂນໂລຊີທີ່ທັນສະ ໄໝ ແລະ ນຳໃຊ້ດີຈິຕອນໃຫ້ເກີດ ປະສິດທິຜົນສູງສຸດ. ຂປລ.ໃນວັນທີ14ພະຈິກ2026 ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມ ດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມປຶກສາຫາລື ບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ອາຊຽນກ່ຽວກັບມຽນມາ, ກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ, ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32, ກອງປະຊຸມສະພາປະ ສານງານອາຊຽນ ຄັ້ງທີ 39 ແລະ ພິທີລົງນາມເອກະສານເຂົ້າເປັນພາ ແຫ່ງ ສປປ ລາວ ກ່າວຄໍາເຫັນໂດຍ ໄດ້ຕີລາຄາສູງຕໍ່ເນື້ອໃນຫົວຂໍ້ຂອງ ກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຄັ້ງນີ້ ຊຶ່ງສະແດງໃຫ້ ເຫັນເຖິງຄວາມສໍາຄັນ ແລະ ແທດ ເໝາະກັບສະພາບການຂອງໂລກ ໃນປັດຈຸບັນ ທ່າມກາງທີ່ບັນດາປະ ເທດກໍາລັງພັດທະນາທີ່ຮັກຫອມ ສັນຕິພາບ ໄດ້ຢືນຢັນຄືນຄວາມ ໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອ ຍົກສູງບົດບາດຂອງຂອບການ ຮ່ວມມືແບບຫລາຍຝ່າຍ ເພື່ອສ້າງ ສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ ໂດຍຮ່ວມ ກັນຊອກຫາຊ່ອງທາງ ເພື່ອຜ່ານ ຜ່າອຸປະສັກທ່າມກາງສິ່ງທ້າທາຍ ປັດຈຸບັນ. ພ້ອມນີ້, ທ່ານປະທານປະ ເທດ ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ປະເທດເຈົ້າພາບ ແລະ ບັນດາປະເທດສະມາຊິກອົງການ ຝຣັງໂກໂຟນີສາກົນ ໃນການໃຫ້ ການຊ່ວຍເຫລືອ ສປປ ລາວ ໃນໄລ ຍະຜ່ານມາແລະ ໄດ້ຢໍ້າຄືນວ່າສປປ ລາວ ຈະສືບຕໍ່ມີສ່ວນຮ່ວມຢ່າງ ສ້າງສັນໃນຄວາມພະຍາຍາມຮ່ວມ ກັນ ເພື່ອດໍາເນີນນະໂຍບາຍຮ່ວມມື, ພາຍໃຕ້ຄຳຂວັນ “ຄວາມສະເໝີ ພາບ, ຄວາມຈິງໃຈຊ່ວຍເຫລືອກັນ ແລະ ກັນ ແລະ ຄວາມສາມັກຄີ” ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫລັກການ ຮ່ວມມືຫລາຍຝ່າຍ. ບົນຈິດໃຈດັ່ງ ກ່າວ, ສປປ ລາວ ໄດ້ຢືນຢັນຄວາມ ພ້ອມໃນການປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນວຽກງານທີ່ປິ່ນອ້ອມ ຂອງອົງການຝຣັງໂກໂຟນີສາກົນ, ລວມທັງການຊຸກຍູ້ການພົວພັນ ຮ່ວມມືລະຫວ່າງ ອາຊຽນ ແລະ ອົງການຝຣັງໂກໂຟນີສາກົນ ໃຫ້ ຫລາຍຂຶ້ນ. ໃນໄລຍະເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ທ່ານປະທານປະເທດແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສາ ທາລະນະລັດ ສັງຄົມນິຍົມ ຫວຽດ ນາມ; ພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ພະ ມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ;ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ທ່ານ ອິກນາຊິໂອ ກາສ ຊິດ ຮອງປະທານາທິບໍດີ ແຫ່ງ ສະ ມາພັນທະລັດ ສະວິດ ແລະ ພ້ອມກັນ ນັ້ນກໍໄດ້ມີການພົບປະສາມຝ່າຍ (ລາວ-ຫວຽດນາມ-ກຳປູເຈຍ) ເພື່ອປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າລະຫວ່າງ ສປປ ລາວ ກັບບັນດາປະເທດດັ່ງ ກ່າວໃນຕໍ່ໜ້າ. ພ້ອມກັນນີ້, ຍັງມີການຈັດງານ ວາງສະແດງໝູ່ບ້ານຝຣັງໂກໂຟນີ (Village de la Francophonie) ທີ່ເປັນກິດຈະກໍາໜຶ່ງທີ່ປິ່ນອ້ອມ ກອງປະຊຸມສຸດຍອດດັ່ງກ່າວ ໃນ ລະຫວ່າງວັນທີ 13-17 ພະຈິກ 2026 ໂດຍມີການເຂົ້າຮ່ວມຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຊຶ່ງໄດ້ປະກອບສ່ວນ ໃນການວາງສະແດງແລະຈໍາໜ່າຍ ສິນຄ້າ ແລະ ຜະລິດຕະພັນຈາກ ບໍລິສັດ ຂອງ ສປປ ລາວ ໂດຍສະ ເພາະແມ່ນວິສາຫະກິດສ່ວນບຸກ ຄົນຫັດຖະກໍາຕໍ່າຫູກແດນສະຫວັນ (Weaving Craft Densavanh Individual Enterprise). ອົງການຝຣັງໂກໂຟນີສາກົນ ແມ່ນອົງການຈັດຕັ້ງສາກົນ ລະ ຫວ່າງລັດຖະບານຂອງບັນດາ ປະເທດທີ່ໃຊ້ພາສາຝຣັ່ງ ໄດ້ຮັບ ການສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ 21 ປະ ເທດທີ່ໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າອົງການ ຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ, ເຄື່ອນໄຫວທາງດ້ານ ການຝຶກອົບຮົມວິຊາຊີບ ແລະ ເຕັກ ນິກ ແລະ ດ້ານວັດທະນະທໍາ. ໃນ ປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຝຣັງໂກໂຟນີສາກົນ ຫລື Organisation Internationale de la Francophonie (OIF) ໂດຍມີຈຸດປະສົງ ເພື່ອສົ່ງເສີມການ ສຶກສາ, ການຝຶກອົບຮົມວິຊາຊີບ ແລະ ເຕັກນິກ; ການພັດທະນາແບບ ຍືນຍົງ; ການຮັກສາສັນຕິພາບ, ການເຄົາລົບລະບົບປະຊາທິປະໄຕ ແລະ ສິດທິມະນຸດ ແລະ ເຄົາລົບ ຄວາມຫລາກຫລາຍທາງດ້ານວັດ ທະນະທຳ ໃນບັນດາປະເທດສະມາ ຊິກນໍາກັນ. ອົງການ OIF ໄດ້ສ້າງ ກົດບັດຂອງຕົນຂຶ້ນ ໃນປີ 1997 ແລະ ດັດແກ້ໃໝ່ ໃນປີ 2005 ເພື່ອກຳນົດພາລະບົດບາດ ແລະ ແນວທາງການເຄື່ອນໄຫວຂອງ ອົງການ. ປັດຈຸບັນ, ອົງການດັ່ງ ກ່າວເປັນອົງການທີ່ກວ້າງຂວາງ ມີສະມາຊິກທັງໝົດ 90 ປະເທດ (54 ປະເທດສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ແລະ 27 ປະເທດສະມາຊິກສັງເກດ ການ) ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ຫລວງປາຣີ, ສ ຝຣັ່ງ. ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມທົບຂອງ ປະທານປະເທດ... XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ. ໃນການພົບປະດັ່ງກ່າວ, ຜູ້ນໍາ ສາມພັກຕ່າງກໍໄດ້ສະແດງຄວາມ ປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ພ້ອມທັງໄດ້ປຶກສາຫາລື ແລະ ຕີລາ ຄາໝາກຜົນຂອງການພົວພັນຮ່ວມ ມືລະຫວ່າງສາມພັກ, ສາມປະເທດ ໃນໄລຍະຜ່ານມາ ຊຶ່ງສາມຝ່າຍ ໄດ້ ມີການປະສານສົມທົບ ແລະ ຮ່ວມມື ຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ ການໄປມາຫາສູ່ກັນ, ການແລກ ປ່ຽນຂໍ້ມູນຂ່າວສານ ແລະ ການພົບ ປະກັນຂອງສາມປະເທດຢ່າງປົກ ກະຕິ. ພ້ອມກັນນີ້, ຜູ້ນໍາຂອງສາມ ພັກ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະ ພັກ, ແຕ່ລະປະເທດ ລວມທັງໄດ້ ແລກປ່ຽນຄຳຄິດເຫັນກ່ຽວກັບສະ ພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດຽວກັນນີ້, ຜູ້ນໍາ ຂອງສາມພັກ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາ ຄັນ, ຮອບດ້ານທີ່ສາມພັກ, ສາມປະ ເທດສາມາດຍາດມາໄດ້, ສະແດງ ຄວາມຮູ້ບຸນຄຸນແລະຂອບໃຈຕໍ່ການ ສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະກັນທີ່ສາມຝ່າຍໄດ້ມີໃຫ້ແກ່ກັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປົກປັກຮັກສາແລະສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ. ຜູ້ນໍາຂອງສາມພັກ ຍັງໄດ້ຕີລາ ຄາສູງ ທີ່ສາມຝ່າຍສືບຕໍ່ຮັກສາໄດ້ ສະຫາຍ ທອງລຸນ ສີສຸລິດ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ສະຫາຍ ໂຕ ເລິມ ກົນໄກການພົບປະ ລະຫວ່າງ ກົມ ການເມືອງ, ລັດຖະບານ, ກະຊວງອົງການແລະທ້ອງຖິ່ນຂອງສາມປະ ເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາ ຫາລືກ່ຽວກັບການຮ່ວມມືຂອງ ສາມປະເທດ. ພ້ອມກັນນີ້, ຜູ້ນໍາຂອງ ສາມພັກ ໄດ້ຢືນຢັນຄືນຢ່າງໜັກ ແໜ້ນວ່າ ທັງສາມພັກ ແລະ ສາມ ປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າ ແຫ່ງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມພັກ, ສາມລັດ ແລະ ປະຊາຊົນ ສາມຊາດ ລາວ-ຫວຽດນາມ-ກໍາ ປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ອົງການຝຣັງໂກໂຟນີສາກົນ ໃນ ປີ 1972 ແລະ ໄດ້ເຂົ້າເປັນສະ ມາຊິກສົມບູນຂອງອົງການດັ່ງ ກ່າວ ນັບແຕ່ປີ 1991 ເປັນຕົ້ນມາ. ນັບແຕ່ນັ້ນມາ, ສປປ ລາວ ໄດ້ເອົາ ໃຈໃສ່ເຄື່ອນໄຫວ ແລະ ປະກອບ ສ່ວນເຂົ້າໃນວຽກງານຕ່າງໆຂອງ ອົງການຝຣັງໂກໂຟນີສາກົນຢ່າງ ຕັ້ງໜ້າ. ແຜນຍຸດທະສາດຂອງອົງການ 2026-2030 ແມ່ນສຸມໃສ່ເຮັດ ໃຫ້ອົງການຝຣັງໂກໂຟນີສາກົນ ມີ ຄວາມເຂັ້ມແຂງ, ເສີມຂະຫຍາຍ ບົດບາດຂອງຕົນໃນເວທີສາກົນ, ການຫັນເປັນດີຈິຕອນ ແລະ ນະວັດ ຕະກໍາ, ການພັດທະນາແບບຍືນຍົງ ໂດຍເນັ້ນໃສ່ການພັດທະນາຊາວ ໜຸ່ມ ແລະ ແມ່ຍິງ. ເປີດກອງປະຊຸມຢ່າງເປັນທາງ ການ ຈັດຂຶ້ນໃນຕອນເຊົ້າວັນທີ 15 ພະຈິກ 2026 ໂດຍການເປັນປະ ທານຂອງ ທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາ ລະນະລັດຟີລິບປິນໃນນາມປະທານ ອາຊຽນ 2026 ໂດຍການເຂົ້າຮ່ວມ ຂອງຜູ້ນຳອາຊຽນ, ຕາງໜ້າຄະ ນະຜູ້ແທນ ແລະ ເລຂາທິການໃຫຍ່ ອາຊຽນ. ພາຍຫລັງສໍາເລັດການເຂົ້າຮ່ວມ ພິທີເປີດ, ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແບບຄົບຄະນະ ແລະ ແບບວົງແຄບ, ກອງປະຊຸມ ພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາ ລັດຖະສະພາລະຫວ່າງຊາດອາ ຊຽນ, ກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ກັບບັນດາຜູ້ຕາງໜ້າ ຈາກສະພາທີ່ປຶກສາທຸລະກິດອາ ຊຽນ ແລະ ກອງປະຊຸມພົບປະລະ ຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ ຕາງໜ້າຊາວໜຸ່ມອາຊຽນ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ, ບັນດາຜູ້ ນໍາອາຊຽນ ໄດ້ຮັບຊາບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດບັນດາ ບຸລິມະສິດ ສໍາລັບການເປັນປະທານ ອາຊຽນຂອງ ຟິລິບປິນ, ລວມທັງ ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ຄວາມໝັ້ນຄົງຂອງພາກພື້ນ ໂດຍ ສະເພາະການຮັບປະກັນຄວາມໝັ້ນ ຄົງດ້ານພະລັງງານ ແລະ ສະບຽງ ອາຫານຂອງພາກພື້ນແລະໄດ້ແລກ ປ່ຽນຄຳຄິດເຫັນກ່ຽວກັບການຮັດ ແໜ້ນການພົວພັນກັບຄູ່ຮ່ວມມືພາຍ ນາຍົກລັດຖະມົນຕີ...ົັົີ ຄະນະຜູ້ແທນລາວ...ູ້ ຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້. ກອງປະຊຸມ ປຶກສາຫາລືບໍ່ເປັນ ທາງການແບບເປີດກວ້າງກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນກ່ຽວກັບມຽນ ມາ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ ແນໃສ່ເພື່ອ ຊ່ວຍມຽນມາ ໃນການຊອກຫາວິທີ ແກ້ໄຂສະພາບການໃນມຽນມາ ໂດຍວິທີການທີ່ມຽນມາເປັນເຈົ້າ ການແລະມຽນມານໍາພາ. ກອງປະ ຊຸມສືບຕໍ່ຊຸກຍູ້ໃຫ້ມີການພົບປະກັບ ມຽນມາຢ່າງເປັນປົກກະຕິ ເພື່ອຮັບ ຊາບຄວາມຄືບໜ້າພາຍໃນມຽນມາ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າ ໃນຂະບວນການສ້າງປະ ຊາຄົມອາຊຽນ ໂດຍສະເພາະອາ ຊຽນ, ການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຂອງສາມເສົາຄໍ້າ ປະຊາຄົມ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ. ພ້ອມນີ້, ໄດ້ປຶກສາຫາລືກ່ຽວກັບການສະເໜີ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສ່ຽງໃຕ້ ຂອງບັນດາປະເທດ ນອກພາກພື້ນ ທີ່ມີຄວາມສົນໃຈ ຮ່ວມມືກັບອາຊຽນ; ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກຳນົດທິດ ທາງກ່ຽວກັບການພົວພັນຮ່ວມມື ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍ ນອກໃນຕໍ່ໜ້າ, ພ້ອມທັງເຫັນດີສືບ ຕໍ່ສົ່ງເສີມການພົວພັນກັບຄູ່ຮ່ວມມື ພາຍນອກໂດຍຍຶດໝັ້ນການສົ່ງເສີມ ບົດບາດຄວາມເປັນແກນກາງຂອງ ອາຊຽນ, ຖືເອົາຜົນປະໂຫຍດລວມ ແລະ ບຸລິມະສິດຂອງອາຊຽນເປັນ ຫລັກ ແລະ ສອດຄ່ອງກັບວິໄສທັດ ອາຊຽນ 2045. ນອກນີ້, ກອງປະ ຊຸມໄດ້ປຶກສາຫາລືກ່ຽວກັບການ ໝູນວຽນ ການເປັນປະເທດປະສານ ງານຂອງບັນດາຄູ່ເຈລະຈາຂອງ ອາຊຽນ ຊຶ່ງ ສປປ ລາວ ຈະຮັບໜ້າ ທີ່ເປັນປະເທດປະສານງານໃຫ້ແກ່ ການພົວພັນຮ່ວມມືອາຊຽນ-ຈີນ ສໍາລັບສົກປີ 2027-2030 ຕາມ ຮອບວຽນ. ການຮັບໜ້າທີ່ເປັນປະ ເທດປະສານງານດັ່ງກ່າວ ຈະເປັນ ໂອກາດໃຫ້ ສປປ ລາວ ມີບົດບາດ ໃນການຊຸກຍູ້ ແລະ ກຳນົດທິດທາງ ການຮ່ວມມືລະຫວ່າງ ອາຊຽນ ແລະ ສປ ຈີນ ໃຫ້ມີຄວາມຕໍ່ເນື່ອງ ແລະ ໃຫ້ເກີດຜົນເປັນຮູບປະທຳ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32 ໄດ້ຮັບຊາບຄວາມຄືບ ໜ້າການຈັດຕັ້ງປະຕິບັດວຽກງານ ແລະກິດຈະກໍາຂອງບັນດາຂະແໜງ ການພາຍໃຕ້ເສົາຄ້ຳປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ. ກອງປະຊຸມໄດ້ປຶກສາຫາລືທິດທາງ ການຮ່ວມໃນຕໍ່ໜ້າເພື່ອສືບຕໍ່ສ້າງ ປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມ ແຂງ ໂດຍໄດ້ຊຸກບັນດາຂະແໜງ ການກ່ຽວຂ້ອງ ສືບຕໍ່ຮັດແໜ້ນການ ຮ່ວມມືແລະສືບຕໍ່ຈັດຕັ້ງປະຕິບັດແຜນ ຍຸດທະສາດປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ພາຍໃຕ້ວິ ໄສທັດປະຊາຄົມອາຊຽນ 2045. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 39 ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງເປັນຕົ້ນແມ່ນຫົວຂໍ້ປຶກສາຫາ ລື ແລະ ເອກະສານຜົນຂອງກອງປະ ຊຸມສຸດຍອດ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍ ງານຕ່າງໆ ເປັນຕົ້ນ ບົດລາຍງານ ຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດ ລາຍງານກອງປະຊຸມສະພາປະຊາ ຄົມການເມືອງ-ຄວາມໝັ້ນຄົງອາ ຊຽນ ຄັ້ງທີ 32, ບົດລາຍງານກອງ ປະຊຸມສະພາປະຊາຄົມເສດຖະກິດ ອາຊຽນ ຄັ້ງທີ 28, ບົດລາຍງານ ກອງປະຊຸມສະພາປະຊາຄົມວັດທະ ນະທຳ-ສັງຄົມ ຄັ້ງທີ 36 ແລະ ບັນ ດາບົດລາຍງານທີ່ກ່ຽວຂ້ອງ ເພື່ອ ນໍາສະເໜີຕໍ່ກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 49. ໃນຕອນບ່າຍວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດ ຍັງໄດ້ເຂົ້າຮ່ວມພິທີ ລົງນາມເອກະສານເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ ໂດຍ ໄຊປຣັດ, ສະໂລວາກີ ແລະ ສະໂລວານີ ຊຶ່ງເຮັດໃຫ້ຈໍາ ນວນພາຄີຂອງສົນທິສັນຍາດັ່ງ ກ່າວ ເພີ່ມເປັນ 65 ປະເທດ. ການ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສ່ຽງໃຕ້ ຂອງປະເທດນອກ ພາກພື້ນ ໄດ້ສະແດງໃຫ້ເຫັນການ ຮັບຮູ້ຫລັກການພື້ນຖານຂອງອາ ຊຽນ ແລະ ທັງສະແດງໃຫ້ເຫັນ ຄວາມໝາຍໝັ້ນ ທີ່ຈະຮ່ວມມືກັບ ອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ.

17/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 2a '.sh Iv[fh ko g[y j '.sh Iv[7v[ Ia [,n .sh ma odko sa o9kddkox6 d/a '{]h P'la f c[[xt4q ,xt4ko l6 j ;y mtpklkf lk,kflh k']kpIa [ 1,6 8N d;j kdu [ ຂປລ. ໃນຍຸກທີ່ຂໍ້ມູນຂ່າວສານ ເຄື່ອນໄຫວໄວກວ່າທີ່ເຮົາຄິດ, ພຽງ ແຕ່ກົດໜ້າຈໍໂທລະສັບບໍ່ເທົ່າໃດຄັ້ງ ຂ່າວສານເລື່ອງໃດໜຶ່ງກໍສາມາດ ແຜ່ກະຈາຍໄປທົ່ວສັງຄົມ ແລະ ຂ້າມປະເທດໄດ້ພາຍໃນເວລາອັນ ສັ້ນ. ສຽງວິພາກວິຈານ, ການ ສະແດງຄວາມຄິດເຫັນຕໍ່ປະເດັນ ຕ່າງໆຈຶ່ງກາຍເປັນສິ່ງທີ່ພົບເຫັນໄດ້ ເປັນປົກກະຕິໃນສື່ສັງຄົມອອນລາຍ. ແຕ່ສິ່ງທີ່ໜ້າຄິດ ກໍຄື ເຮົາຄວນຮັບມື ກັບສຽງເຫລົ່ານີ້ແນວໃດ?ຄວນປ່ອຍ ຜ່ານ, ຄວນຮັບຟັງ, ຄວນຊີ້ແຈງ ຫລື ຄວນລົງມືແກ້ໄຂ?. ກ່ຽວ ກັບບັນຫານີ້ ມີຫລາຍທັດສະນະ ແຕກຕ່າງກັນ. ບາງຄົນເຫັນວ່າບໍ່ ຄວນໃສ່ໃຈກັບທຸກກະແສທີ່ເກີດຂຶ້ນ ເພາະບາງເລື່ອງເປັນພຽງການວິ ພາກວິຈານທົ່ວໄປ ຫລື ການສ້າງ ກະແສເພື່ອຄວາມສົນໃຈ. ບາງຄົນ ເຫັນວ່າຄວນຕິດຕາມຮັບຟັງ ເພື່ອ ຊອກຮູ້ບັນຫາແຕ່ຕ້ອງຮູ້ຈັກກັ່ນ ກອງບໍ່ເຊື່ອທຸກສິ່ງທີ່ອ່ານ ແລະ ບໍ່ ຄວນສະຫລຸບຈາກຂໍ້ມູນພຽງດ້ານ ດຽວ. ຂະນະທີ່ອີກບາງຄົນເຫັນວ່າ ບັນຫາທີ່ມີມູນຄວາມຈິງ ແລະ ສົ່ງ ຜົນກະທົບຕໍ່ສັງຄົມ ຕ້ອງໄດ້ຮັບການ ຊີ້ແຈງ ແລະ ແກ້ໄຂຢ່າງທັນການ. ແທ້ຈິງແລ້ວການຮັບມືກັບກະ ແສຂອງສື່ອອນລາຍ ບໍ່ຄວນໃຊ້ວິທີ ດຽວກັບທຸກກໍລະນີ. ບາງເລື່ອງ ຄວນປ່ອຍໃຫ້ຜ່ານໄປ, ບາງເລື່ອງ ຄວນຕິດຕາມກວດສອບ, ບາງ ເລື່ອງຄວນຊີ້ແຈງໃຫ້ສັງຄົມເຂົ້າໃຈ ແລະ ບາງເລື່ອງຕ້ອງຮີບຮ້ອນແກ້ ໄຂ ຫລື ຈັດການຕາມຂັ້ນຕອນ ກົດໝາຍ. ສິ່ງສຳຄັນຄື ຕ້ອງຮູ້ຈັກ ໄຈ້ແຍກວ່າ ສຽງໃດເປັນຄຳຕິຊົມ ທີ່ມີປະໂຫຍດ, ສຽງໃດເປັນຂ່າວລື ແລະ ສຽງໃດເປັນການບິດເບືອນ ຂໍ້ມູນ. ສຳລັບສັງຄົມລາວ ການໃຊ້ ສື່ສັງຄົມອອນລາຍໄດ້ຂະຫຍາຍ ຕົວຢ່າງໄວວາໃນໄລຍະຫລາຍປີ ຜ່ານມາ. ຈາກໃນອະດີດທີ່ການ ເຂົ້າເຖິງອິນເຕີເນັດຍັງມີຂໍ້ຈຳກັດ ທັງດ້ານລາຄາ, ອຸປະກອນ ແລະ ເຄືອຂ່າຍ ມາຮອດປັດຈຸບັນການ ໃຊ້ງານກາຍເປັນສິ່ງໃກ້ຕົວຂອງ ຄົນທຸກເພດທຸກໄວ. ໂທລະສັບມືຖື ມີລາຄາຫລາກຫລາຍ, ເຄືອຂ່າຍ ອິນເຕີເນັດທີ່ຄວບຄຸມກວ້າງຂຶ້ນ ແລະ ຄ່າໃຊ້ບໍລິການທີ່ມີທາງເລືອກ ລ້ວນເປັນປັດໄຈຊ່ວຍໃຫ້ປະຊາຊົນ ເຂົ້າເຖິງຂໍ້ມູນຂ່າວສານໄດ້ສະດວກ ຂຶ້ນ ຊຶ່ງກາຍເປັນຊ່ອງທາງສຳຄັນ ໃນການຮັບຂ່າວສານ, ຕິດຕາມສະ ຖານະການ ແລະ ສະແດງຄວາມ ຄິດເຫັນ. ບາງປະເດັນທີ່ກຳລັງ ເປັນກະແສໃນປະເທດເພື່ອນບ້ານ ກໍສາມາດແຜ່ເຂົ້າມາສູ່ສັງຄົມລາວ ໄດ້ຢ່າງວ່ອງໄວຍ້ອນມີພາສາ ແລະ ວັດທະນະທຳທີ່ໃກ້ຄຽງກັນ. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ກະແສ ຂ່າວສານໃນໂລກອອນລາຍບໍ່ໄດ້ ຈຳກັດຢູ່ພຽງພາຍໃນປະເທດໃດ ໜຶ່ງແຕ່ສາມາດຂ້າມພົມແດນ ແລະ ສົ່ງຜົນຕໍ່ຄວາມຮັບຮູ້ຂອງຄົນໃນ ອີກສັງຄົມໜຶ່ງໄດ້. ສິ່ງທີ່ໜ້າເປັນ ຫ່ວງ ກໍຄື ຫລາຍປະເດັນທີ່ຖືກຍົກ ຂຶ້ນມາສ້າງກະແສ ບໍ່ທັນມີການ ກວດສອບຂໍ້ແທ້ຈິງຢ່າງຮອບດ້ານ ກໍມີຄົນເຂົ້າມາກົດມັກ, ແບ່ງປັນ ແລະ ສະແດງຄວາມເຫັນກັນຢ່າງ ຄຶກຄື້ນແລ້ວ. ບາງຂ່າວໃຊ້ຫົວຂໍ້ທີ່ ຮຸນແຮງ ຫລື ຊວນໃຫ້ຕົກໃຈ ເພື່ອ ດຶງດູດຄວາມສົນໃຈ. ບາງເນື້ອ ໃນກໍນຳເອົາຄວາມຈິງພຽງສ່ວນ ໜຶ່ງມາຂະຫຍາຍເກີນຈິງ, ເພີ່ມສີ ສັນ ຫລື ຕັດຕໍ່ບາງສ່ວນໃຫ້ຜູ້ອ່ານ ເຂົ້າໃຈຜິດ. ທັງໝົດນີ້ມັກເກີດຂຶ້ນ ເພື່ອແລກກັບຍອດຜູ້ເຂົ້າຊົມ, ຍອດ ການແບ່ງປັນ ແລະ ລາຍຮັບຈາກ ການສ້າງເນື້ອໃນອອນລາຍ. ໃນປັດຈຸບັນຄວາມທ້າທາຍຍິ່ງມີ ຫລາຍຂຶ້ນເມື່ອມີການນຳພາບ ແລະ ວິດີໂອເກົ່າມາໃຊ້ປະກອບຂ່າວໃໝ່, ການຕັດຕໍ່ສຽງ, ການສ້າງບັນຊີ ປອມ ລວມທັງການນຳເອົາປັນຍາ ປະດິດ (AI) ມາສ້າງພາບ ຫລື ສຽງທີ່ຄ້າຍຄືຂອງຈິງ. ຖ້າຜູ້ຮັບ ຂ່າວສານຂາດວິຈາລະນະຍານກໍ ອາດຫລົງເຊື່ອ ແລະ ສົ່ງຕໍ່ຂໍ້ມູນທີ່ ຜິດພາດໄປໂດຍບໍ່ຮູ້ຕົວ. ຈາກຂ່າວ ລືເລັກໆ ຈຶ່ງອາດກາຍເປັນປະເດັນ ໃຫຍ່ສ້າງຄວາມເຂົ້າໃຈຜິດ ແລະ ສົ່ງຜົນກະທົບຕໍ່ບຸກຄົນ ຫລື ສັງຄົມ ໂດຍລວມ. ຫາກພິຈາລະນາໃຫ້ດີ ກະແສໃນໂລກອອນລາຍ ກໍບໍ່ຕ່າງ ຈາກຂ່າວລືປາກຕໍ່ປາກໃນສະໄໝ ກ່ອນ. ບາງເລື່ອງເປັນພຽງຄຳເວົ້າ ຫລິ້ນ, ບາງເລື່ອງເປັນການຕີຄວາມ ຜິດພາດ, ບາງເລື່ອງມີມູນຄວາມຈິງ ພຽງເລັກນ້ອຍ ແຕ່ຖືກເລົ່າຕໍ່ເຕີມ ແຕ່ງຈົນກາຍເປັນອີກເລື່ອງໜຶ່ງ. ຍິ່ງມີຜູ້ສົ່ງຕໍ່ຫລາຍຄົນຂໍ້ມູນກໍອາດ ຖືກບິດເບືອນໄປຈາກຕົ້ນສະບັບ. ໃນ ອະດີດຂ່າວລືອາດໃຊ້ເວລາຫລາຍ ມື້ກວ່າຈະໄປຮອດອີກບ້ານໜຶ່ງ, ແຕ່ໃນຍຸກນີ້ ພຽງບໍ່ເທົ່າໃດວິນາທີ ຂໍ້ມູນກໍສາມາດແຜ່ກະຈາຍໄປໄດ້ ທົ່ວໂລກ. ດັ່ງນັ້ນ, ຜູ້ໃຊ້ສື່ສັງຄົມ ຈຶ່ງຄວນມີວິຈາລະນະຍານໃນການ ຮັບຂ່າວສານ. ກ່ອນຈະເຊື່ອຄວນ ກວດສອບແຫລ່ງຂ່າວ; ກ່ອນຈະ ແບ່ງປັນຄວນຄິດເຖິງຜົນກະທົບ ແລະ ກ່ອນຈະສະແດງຄວາມເຫັນ ຄວນພິຈາລະນາຂໍ້ເທັດຈິງໃຫ້ຮອບ ດ້ານ. ບໍ່ຄວນໃຫ້ອາລົມ ຫລື ຄວາມ ເຊື່ອສ່ວນຕົວມາເປັນຕົວກຳນົດວ່າ ຂ່າວໃດຈິງ ຫລື ຂ່າວໃດປອມ. ໂດຍ: ໄໝຄໍາຍ້ອມສິນໍ້ິ ຂປລ. ການຫັນປ່ຽນແນວຄິດ ຈາກການຜະລິດແບບທຳມະຊາດ ແບບປະຖົມປະຖານສູ່ການປູກຝັງ ແລະ ລ້ຽງສັດແບບວິທະຍາສາດ ແລະ ເປັນສິນຄ້າ ຖືເປັນເສັ້ນທາງ ສຳຄັນທີ່ຊ່ວຍຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນ ຄວາມທຸກຍາກ ແລະ ກ້າວໄປສູ່ ຄວາມຮັ່ງມີທີ່ສາມາດສ້າງລາຍ ຮັບໄດ້ 1,6 ຕື້ກວ່າກີບຕໍ່ປີ ເໝືອນ ດັ່ງທ່ານ ລືໄຊ ສຸຂະວົງ ພ້ອມດ້ວຍ ຄອບຄົວທີ່ກ້າຄິດ, ກ້າຕັດສິນໃຈ ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນ ການຜະລິດກະສິກຳຈົນສາມາດ ສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວ. ທ່ານ ລືໄຊ ສຸຂະວົງ ຄອບຄົວຕົວ ແບບຂອງກອງບັນຊາການທະຫານ ນະຄອນຫລວງ ໄດ້ເລົ່າສູ່ຟັງວ່າ: ກ່ອນໜ້ານີ້ ຄອບຄົວໄດ້ປູກຝັງລ້ຽງສັດ ມາຫລາຍສິບປີແຕ່ຍັງບໍ່ ທັນໄດ້ຜະລິດເປັນສິນຄ້າສົ່ງອອກ, ເຮັດຕາມທຳມະຊາດຕາມມີຕາມ ເກີດ ເພື່ອຂາຍຕາມທ້ອງຕະຫລາດ ທົ່ວໄປ ແຕ່ຜົນຜະລິດໄດ້ໜ້ອຍ, ລາຍ ຮັບບໍ່ພຽງພໍກັບຄວາມຮຽກຮ້ອງ ຕ້ອງການຂອງການໃຊ້ຈ່າຍພາຍໃນ ຄອບຄົວຍ້ອນວ່າພາຍໃນຄອບຄົວ ມີຫລາຍຄົນ ເຮັດໃຫ້ຄ່າໃຊ້ຈ່າຍນັບ ມື້ສູງຂຶ້ນ, ມາຮອດປີ 2024 ທັງ ຄອບຄົວຈຶ່ງໄດ້ປຶກສາ ແລະ ເປັນ ເອກະພາບກັນຕັດສິນໃຈຫັນເອົາ ການປູກຝັງ-ລ້ຽງສັດ ໃຫ້ກາຍເປັນ ສິນຄ້າສົ່ງອອກ ເພື່ອສ້າງລາຍຮັບ ໝູນໃຊ້ເຂົ້າໃນການແກ້ໄຂຊີວິດ ການເປັນຢູ່ຂອງຄອບຄົວໃຫ້ນັບມື້ ດີຂຶ້ນເທື່ອລະກ້າວ ໂດຍໄດ້ຖືເອົາ ການລ້ຽງສັດປີກເປັນຫລັກ ແລະ ລ້ຽງປາໃສ່ໜອງ ພ້ອມກັນນີ້, ກໍຍັງ ໄດ້ລ້ຽງງົວ ແລະ ລ້ຽງໝູຈຳນວນ ໜຶ່ງ ແຕ່ຍັງບໍ່ໄດ້ລ້ຽງເປັນສິນຄ້າ, ລ້ຽງພໍໄດ້ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວແຕ່ກໍບໍ່ໄດ້ລະຖິ້ມການ ປູກຝັງ ເນື່ອງຈາກວ່າໄດ້ທຳການ ປູກຝັງມາດົນແລ້ວ. ການສ້າງ ເສດຖະກິດຄອບຄົວເບື້ອງຕົ້ນໃນ ປີ 2024 ໂດຍສະເພາະແມ່ນການ ລ້ຽງໄກ່, ຄອບຄົວໄດ້ໄປຖອດຖອນ ບົດຮຽນພຶດຕິກຳຕົວຈິງນຳຫລາຍ ພາກສ່ວນ, ສຶກສາຄວາມເປັນໄປ ໄດ້ກ່ຽວກັບສະຖານທີ່ລ້ຽງ, ສຶກສາ ວິທີການລ້ຽງໄກ່ຄັກແນ່, ວິທີການ ຕ້ານພະຍາດລະບາດ, ຄິດໄລ່ງົບ ປະມານໃນການສ້າງສະຖານທີ່ ລ້ຽງ, ຊອກຫາແນວພັນໄກ່ທີ່ຈະ ນຳເອົາມາລ້ຽງ. ຈາກນັ້ນ, ກໍໄດ້ ເອກະພາບກັນພາຍໃນຄອບຄົວ ແລະ ຕັດສິນໃຈນຳເອົາໄກ່ສາມສາຍ ພັນ ແລະ ໄກ່ລາດມາລ້ຽງ, ສ່ວນ ແຮງງານຕົ້ນຕໍແມ່ນຄົນໃນຄອບຄົວ ແລະ ຈ້າງກຳມະກອນຈຳນວນ ໜຶ່ງ. ຈາກນັ້ນ, ກໍໄດ້ເຊີນວິຊາການ ທີ່ກ່ຽວຂ້ອງເຂົ້າມາກວດກາສະ ຖານທີ່, ພາຍຫລັງກວດກາຜ່ານກໍ ໄດ້ເຮັດໜັງສືຂໍອະນຸມັດຕາມແຕ່ລະ ຂັ້ນຕອນ ແລະ ໄດ້ເລີ່ມລົງທຶນສ້າງ ຄອກໄກ່ຂະໜາດ 15 x 75 ແມັດ, ລົງທຶນຊື້ໄກ່ມາລ້ຽງງວດທຳອິດ 10.000 ໂຕ (ໄກ່ລາດ 5.000 ໂຕ ແລະ ໄກ່ສາມສາຍພັນ 5.000 ໂຕ) ມູນຄ່າທັງໝົດ 180 ລ້ານກີບ, ຊື້ຫົວອາຫານ 150 ລ້ານກີບ, ຊື້ແກບໃສ່ຄອກໄກ່ 20 ລ້ານກີບ, ຊື້ຢາປົວພະຍາດ-ຍາບຳລຸງ 50 ລ້ານກີບ ແລະ ຊື້ວັດຖຸອຸປະກອນຮັບ ໃຊ້ຕ່າງໆ ລວມລາຍຈ່າຍງວດທໍາ ອິດທັງໝົດ 800 ລ້ານກີບ, ລ້ຽງ ໄດ້ປະມານ 75 ວັນສາມາດຂາຍ ອອກ ໄດ້ເງິນ 600 ລ້ານກີບ. ຈາກ ນັ້ນ, ໄດ້ນຳໄກ່ເຂົ້າມາລ້ຽງຕື່ມອີກ 10.000 ໂຕ, ໂດຍໄດ້ລ້ຽງແບບ ໝູນວຽນ ປີ 1 ສາມາດລ້ຽງໄດ້ 4 ງວດ, ງວດລະ 10.000 ໂຕ, ລາຍ ຮັບພາຍຫລັງຫັກຕົ້ນທຶນ ໄດ້ 200300 ລ້ານກີບຕໍ່ງວດ ໂດຍລວມ ແລ້ວດ້ານການລ້ຽງໄກ່ແມ່ນສ້າງ ລາຍຮັບໄດ້ 1 ຕື້ກວ່າກີບຕໍ່ປີ. ດ້ານ ການລ້ຽງປາ ງວດທຳອິດ ໄດ້ນຳ ເຂົ້າມາລ້ຽງ 60.000 ໂຕ, ແຕ່ຜົນ ໄດ້ຮັບແມ່ນຫລຸດຄາດໝາຍ ເນື່ອງ ຈາກວ່າ ນຳປາເຂົ້າມາລ້ຽງຫລາຍ ເກີນໄປເຮັດໃຫ້ປາບໍ່ຈະເລີນເຕີບໂຕ ເຕັມໄວ, ງວດຕໍ່ມາໄດ້ຂະຫຍາຍ ໜອງປາເພີ່ມຕື່ມຄາດຄະເນວ່າຊຸດ ນີ້ ຈະໄດ້ຮັບຜົນດີກວ່າເກົ່າ. ໃນຕົ້ນ ປີ 2026 ໄດ້ນໍາເອົາເປັດເຂົ້າມາ ລ້ຽງເພີ່ມຕື່ມ ຈໍານວນ 5.000 ໂຕ ມູນຄ່າ 175 ລ້ານກີບ ໂດຍໄດ້ ລ້ຽງແບບໝູນວຽນຄືກັນກັບລ້ຽງ ໄກ່, ລ້ຽງໄດ້ 3 ເດືອນສາມາດຂາຍ ອອກໄດ້, ງວດທຳອິດໄດ້ກຳໄລ 100 ລ້ານກວ່າກີບ, ງວດທີ 2 ໄດ້ ກໍາໄລ 80-100 ລ້ານກີບ, ດ້ານ ການປູກຝັງ ໄດ້ປູກເຂົ້າ+ສາລີ ໃນ ເນື້ອທີ່ 2,5 ເຮັກຕາ, ຂາຍເຂົ້າທີ່ ເຫລືອກິນພາຍໃນຄອບຄົວ ໄດ້ 10-20 ລ້ານກີບຕໍ່ປີ, ຂາຍສາລີ ໄດ້ 20-30 ລ້ານກີບຕໍ່ປີ, ໄດ້ປູກ ໝາກແຕງ, ໝາກຖົ່ວ ແລະ ປູກຜັກ ຕາມລະດູການຕື່ມອີກ. ສຳລັບຕົ້ນ ທຶນໃນການສ້າງເສດຖະກິດຄອບ ຄົວເບື້ອງຕົົ້ນແມ່ນໄດ້ມາຈາກຂາຍ ຜົນຜະລິດຕ່າງໆພາຍໃນຄອບຄົວທີ່ ໄດ້ເກັບທ້ອນມາກ່ອນໜ້ານີ້, ບວກ ກັບການປະຢັດອົດອອມເງິນເດືອນ, ສ່ວນເນື້ອທີ່ທຳການຜະລິດເປັນດິນ ເດີມຂອງພໍ່ແມ່ໃຫ້ມາ ລວມທັງໝົດ ມີ 3,5 ເຮັກຕາກວ່າ. ໃນນັ້ນ, ເນື້ອ ທີ່ລ້ຽງໄກ່ສະເພາະເຮືອນໄກ່ ແມ່ນ 15x75 ແມັດ, ໜອງລ້ຽງປາ 35x75 ແມັດ. ທ່ານ ລືໄຊ ສຸຂະວົງ ໃຫ້ຮູ້ຕື່ມ ວ່າ: ການຈຳໜ່າຍຜົນຜະລິດ ລວມ ທັງການລ້ຽງສັດ ແລະ ປູກຝັງແມ່ນ ຍັງບໍ່ທັນໄດ້ເຊັນສັນຍາແນ່ນອນ ປັດຈຸບັນນີ້, ແມ່ນຍັງຈຳໜ່າຍແບບ ຂາຍສົ່ງ-ຂາຍຍ່ອຍໃຫ້ແມ່ຄ້າຊາວ ຂາຍທົ່ວໄປ, ສົ່ງໃຫ້ຕະຫລາດຕ່າງໆ ແລະ ຕ່າງແຂວງມາຮັບຊື້ເຖິງທີ່ ໂດຍສັງລວມແລ້ວນັບແຕ່ຄອບຄົວ ຕັດສິນໃຈຜະລິດເປັນສິນຄ້າແຕ່ປີ 2024 ເປັນຕົ້ນມາ ສາມາດສ້າງ ລາຍຮັບຈາກການປູກຝັງ-ລ້ຽງສັດ ໄດ້ທັງໝົດ 1,6 ຕື້ກວ່າກີບຕໍ່ປີ. ສຳລັບທິດທາງແຜນການໃນຕໍ່ ໜ້ານີ້, ຈະສືບຕໍ່ປັບປຸງສະຖານທີ່ ທຳການຜະລິດໃຫ້ແໜ້ນໜາຖາ ວອນ, ຂະຫຍາຍການປູກຝັງ-ລ້ຽງ ສັດເພີ່ມຕື່ມເປັນຕົ້ນແມ່ນຈະເພີ່ມ ການປູກພືດລົ້ມລຸກຕາມລະດູການ, ຂະຫຍາຍການລ້ຽງປາໃຫ້ຫລາຍຂຶ້ນ ໄປຄຽງຄູ່ກັບການລ້ຽງສັດປີກແບບ ໝູນວຽນ ເພື່ອສ້າງລາຍຮັບເຂົ້າ ຄອບຄົວໃຫ້ໄດ້ຫລາຍກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==