ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດນອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງ

17/11/2026 09:54
ຂປລ ໃນວັນທີ 15 ພະຈິກ 2026 ທີ່ມະນີລາ, ສາທາລະນະລັດ ຟີລິບປິນ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງພິທີເປີດກອງປະຊຸມຢ່າງເປັນທາງການ ຈັດຂຶ້ນໃນຕອນເຊົ້າວັນທີ 15 ພະຈິກ 2026.

ຂປລ.  ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026 ໂດຍການເຂົ້າຮ່ວມຂອງຜູ້ນຳອາຊຽນ, ຕາງໜ້າຄະນະຜູ້ແທນ ແລະ ເລຂາທິການໃຫຍ່ອາຊຽນ.  ພາຍຫລັງສໍາເລັດການເຂົ້າຮ່ວມພິທີເປີດ, ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ ແລະ ແບບວົງແຄບ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ກັບບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ ແລະ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບຸລິມະສິດ ສໍາລັບການເປັນປະທານອາຊຽນຂອງ ຟິລິບປິນ, ລວມທັງແລກປ່ຽກຄຳຄິດຄຳເຫັນກ່ຽວກັບ ຄວາມໝັ້ນຄົງຂອງພາກພື້ນ ໂດຍສະເພາະການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານຂອງພາກພື້ນ ແລະ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຮັດແໜ້ນການພົວພັນກັບຄູ່ຮ່ວມມືພາຍນອກ ແລະ ທິດທາງການຮ່ວມມື ໃນຕໍ່ໜ້າເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ຄຽງຄູ່ກັບການເສີມສ້າງບົດບາດແກນກາງຂອງອາຊຽນ ແລະ ການຮັກສາສົມດຸນໃນການພົວພັນກັບຄູ່ຮ່ວມມືພາຍນອກ. ກອງປະຊຸມໄດ້ຍົກບັນຫາສິ່ງທ້າທາຍທີ່ບໍ່ແມ່ນການທະຫານ ເປັນຕົ້ນ ການກໍ່ການຮ້າຍ, ການສໍ້ໂກງທາງອິນເຕີເນັດ, ການຄ້າມະນຸດ ແລະ ຢາ ເສບຕິດ, ໄພພິບັດທາງທໍາມະຊາດ ແລະ ໝອກຄວັນຂ້າມແດນ ທີ່ສົ່ງຜົນກະທົບ ແລະ ຮຽກຮ້ອງໃຫ້ມີການພົວພັນປະສານງານພາຍໃນອາຊຽນ ເພື່ອແກ້ໄຂບັນຫາຮ່ວມກັນ. ກອງປະຊຸມໄດ້ເຫັນດີຕໍ່ການສະເໜີເປັນປະທານອາຊຽນຂອງຕີມໍແລັດສະເຕ ໃນປີ 2029. 

ສຳລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ, ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ເປັນຕົ້ນບັນຫາຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ. ຜູ້ນໍາອາຊຽນ ໄດ້ເນັ້ນຄວາມສໍາຄັນການເພີ່ມທະວີການປະສານງານ ແລະ ການພັດທະນາເຄືອຂ່າຍພະລັງງານອາຊຽນ ໃຫ້ປະກົດຜົນເປັນຈິງເພື່ອຮັບປະກັນຄວາມສ່ຽງທີ່ອາດເກີດຂຶ້ນໃນຕໍ່ໜ້າ, ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງງານ, ການຄ້າ ແລະ ຂະແໜງການອື່ນໆ ເພື່ອກຽມຄວາມພ້ອມໃນການຮັບມືກັບວິກິດການດ້ານພະລັງງານໃນອະນາຄົດ. 

ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນສໍາຄັນ ຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຜ່ານການເຮັດໜ້າທີ່ການທູດດ້ານລັດຖະສະພາຢ່າງຕັ້ງໜ້າ ໃນຂະບວນການການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເພື່ອຄວາມເປັນຢູ່ທີ່ດີຂອງປະຊາຊົນອາຊຽນ.

ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດ ອາຊຽນໃນການກຳນົດແຜນບູລິມະສິດຂອງພາກທຸລະກິດ ໃນປີ 2026. ພ້ອມກັນນີ້, ທ່ານຍັງໄດ້ຢໍ້າເຖິງຄວາມສຳຄັນຂອງການຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA), ການດຳເນີນງານຕາມສັນຍາຂອບເສດຖະກິດດີຈິຕອນອາຊຽນ (DEFA) ໃຫ້ເກີດໝາກຜົນ ແລະ ການນຳໃຊ້ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ກັບສັນຍາເຂດການຄ້າເສລີຂອງອາຊຽນ ໃຫ້ເກີດປະໂຫຍດສູງສຸດ. 

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນໍາຕໍ່ຂໍ້ສະເໜີຂອງຊາວໜຸ່ມ “ຊາວໜຸ່ມອາຊຽນກ້າວສູ່ອະນາຄົດທີ່ເຂັ້ມແຂງ, ຫັນເປັນດີຈິຕອນ ແລະ ກວມລວມ”. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມອາຊຽນ ໃນການສ້າງອະນາຄົດຂອງອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງໂດຍຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ສືບຕ່ໍຜັນຂະຫຍາຍການຮ່ວມມືໃນດ້ານຕ່າງໆຢ່າງມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ອາຊຽນສ້າງ ໂອກາດໃຫ້ຊາວໜຸ່ມອາຊຽນສາ ມາດເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ນຳໃຊ້ດີຈິຕອນໃຫ້ເກີດປະສິດທິຜົນສູງສຸດ.

KPL

ຂ່າວອື່ນໆ

ads
ads

Top