ຈີນ ຈະໄຂກອງປະຊຸມ APEC 18-19 ພະຈິກນີ້ : ເອເປັກ-ລາວໄດ້ຫຍັງຈາກ ເວທີນີ້?

17/11/2026 11:14
ຂປລ ທົ່ວໂລກຫັນສາຍຕາ ເບິ່ງກອງປະຊຸມສຸດຍອດ ຜູ້ນຳເສດຖະກິດອາຊີ-ປາຊີຟິກ APEC ຄັ້ງທີ 33 ໂດຍຈີນເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກ 2026 ທີ່ເມືອງເຊິນເຈີ້ນ ແຂວງກວາງຕຸ້ງ ພາຍໃຕ້ຫົວຂໍ້ “ສ້າງປະຊາຄົມອາຊີ-ປາຊີຟິກ ເພື່ອຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ”,

ຂປລ.ທົ່ວໂລກຫັນສາຍຕາ ເບິ່ງກອງປະຊຸມສຸດຍອດ ຜູ້ນຳເສດຖະກິດອາຊີ-ປາຊີຟິກ APEC ຄັ້ງທີ 33 ໂດຍຈີນເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກ 2026 ທີ່ເມືອງເຊິນເຈີ້ນ ແຂວງກວາງຕຸ້ງ ພາຍໃຕ້ຫົວຂໍ້ “ສ້າງປະຊາຄົມອາຊີ-ປາຊີຟິກ ເພື່ອຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ”, ຄາດວ່າ ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມ ລິກາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ແລະ ຜູ້ນຳສຳຄັນຈາກ ປະເທດຕ່າງໆ ຈະເຂົ້າຮ່ວມເພື່ອປຶກສາຫາລືແລກປ່ຽນ ຄວາມຄິດເຫັນ ຢ່າງສ້າງສັນ ແລະ ຊອກຫາແນວທາງ ສົ່ງເສີມການຄ້າ, ການລົງທຶນ, ການເຊື່ອມໂຍງເສດຖະກິດ ແລະ ແກ້ໄຂສະພາບ ຄວາມຂັດແຍ່ງສາກົນອື່ນໆ.

ໃນວັນທີ 4 ພະຈິກ, ສຳນັກຂ່າວຊິນຮົວ ໄດ້ອ້າງອີງຄຳເຫັນຂອງ ທ່ານ ຫວາງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນວ່າຈີນ ພ້ອມຮ່ວມມືກັບທຸກຝ່າຍ ເພື່ອຊຸກຍູ້ ໃຫ້ຊ່ວງສຸດທ້າຍ “ປີ APEC ຂອງຈີນ 2026” ປະສົບຜົນສຳເລັດ ແລະ ນຳໄປສູ່ໝາກຜົນ ຄວາມຮ່ວມມື ທີ່ເປັນຮູບປະທຳຍິ່ງໆຂຶ້ນ. ການເປັນເຈົ້າພາບ APEC ຄັ້ງນີ້ເປັນຄັ້ງທີ 3 ຂອງຈີນ ຕໍ່ຈາກຊຽງໄຮ້ໃນປີ 2001 ແລະ ປັກກິ່ງໃນປີ 2014. ໂດຍຈີນກຳນົດ 3 ບຸລິມະສິດສໍາຄັນຄື ການເປີດກວ້າງ, ນະວັດຕະກຳ ແລະ ການຮ່ວມມື. ທ່ານ ຫວາງ ອີ້ ຍັງຍົກໃຫ້ເຫັນວ່າຈີນ ໄດ້ຈັດກິດຈະກຳທີ່ກ່ຽວຂ້ອງ ຫລາຍກວ່າ 300 ຄັ້ງປະສົບຜົນ ສໍາເລັດຢ່າງຈົບງາມ ແລະ ພ້ອມຮ່ວມມືກັບ ສະມາຊິກທຸກຝ່າຍ ເພື່ອສ້າງປະຊາຄົມອາ ຊີ-ປາຊີຟິກ.

ບັນດານັກວິເຄາະ ໃຫ້ທັດສະນະຕໍ່ເວທີ ກອງປະຊຸມສຸດຍອດ ຜູ້ນຳເສດຖະກິດອາຊີ-ປາ ຊີຟິກ(APEC)ວ່າ: ຈີນເປັນເຈົ້າພາບຄັ້ງທີ 3 ນີ້ບໍ່ພຽງສະທ້ອນ ໃຫ້ຊາວໂລກເຫັນ ຄວາມເປັນຜູ້ນໍາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ແນວທາງນະໂຍບາຍອັນຖືກຕ້ອງຂອງ ຈີນທີ່ມີຕໍ່ໂລກ ພາຍນອກເທົ່ານັ້ນ ແຕ່ຍັງຢືນຢັນໃຫ້ເຫັນ ຄວາມສໍາເລັດອີກແງ່ມຸມໜຶ່ງ ຢູ່ນະ ຄອນເຊິນເຈີ້ນ ຈາກໝູ່ບ້ານຊາວປະມົງ ຫາປາໃນອະດີດ 40 ປີ ຜ່ານມາກາຍ ເປັນສູນກາງອຸດສາຫະກໍາ ເຕັກໂນໂລຊີແຖວໜ້າຂອງໂລກ (Sillicon valley) ໄດ້ ປະກອບ ສ່ວນຊຸກຍູ້ ຕ່ອງໂສ້ການຜະລິດ ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງ ທົ່ວໂລກອີກດ້ວຍ.

ເມື່ອກ່ອນຫລາຍຄົນ ມັກເວົ້າວ່າສິນຄ້າຈີນ ຄຸນນະພາບຕໍ່າ ແລະ ຊື້ໃຊ້ແລ້ວເປ່ເພງ່າຍ, ຄໍາເວົ້າແບບນັ້ນກໍາລັງຈາງຫາຍໄປເລື້ອຍໆ ເພາະຈີນກຳລັງກ້າວເຂົ້າສູ່ ຍຸກໃໝ່ຂອງ ການພັດທະນາ ຈາກເດີມທີ່ໂລກຮູ້ຈັກຈີນ ໃນຖານະ“ໂຮງງານຂອງໂລກ” ຫລື ສູນກາງການຜະລິດ ອຸດສາຫະກຳ ປັດຈຸບັນຈີນກຳລັງປ່ຽນຜ່ານ ໄປສູ່ປະເທດ ທີ່ຂັບເຄື່ອນ ດ້ວຍນະວັດ ຕະກຳ, ເຕັກໂນໂລຊີ ແລະ ການຜະລິດມູນຄ່າສູງ ດ້ວຍຄຸນນະພາບບໍ່ຫລຸດລື່ນ ກັນກັບຜະລິດຕະພັນຂອງປະເທດຕາເວັນຕົກ ພັດທະນາແລ້ວ. ຕົວຢ່າງ: ຖ້າເບິ່ງໃນ ພາບໃຫຍ່ຈີນ ກຳລັງປ່ຽນຈາກການຜະລິດໃນຈີນ (Made in China) ໄປສູ່ການຄິດຄົ້ນ ແລະ ສ້າງສັນໂດຍຈີນເອງ (Created in China). ນີ້ຄືແກ່ນສໍາຄັນຂອງຍຸດທະສາດ ການພັດທະນາ ແບບສີສັນ ຂອງຈີນໃນຊ່ວງ 2026-2030 ໂດຍສະເພາະປັນ ຍາປະດິດ (AI), ຫຸ່ນຍົນມະນຸດ, ຊິບເຊັມມິຄອນດັກເຕີ, ເຕັກໂນໂລຊີຄວອນຕຳ, ເຕັກໂນໂລຊີຊີວະພາບ ແລະ ລົດໄຟ ຟ້າອື່ນໆ.

ຂ່າວຕ່າງປະເທດຈາກ ລອຍເຕີໄດ້ລາຍງານວັນທີ 8 ພະຈິກນີ້ໂດຍອ້າງຄໍາເວົ້າ ຂອງປະທານາທິບໍດີ ໂດນັລ ທຣຳວ່າຕົນຈະໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ ປະທານປະ ເທດຈີນ ແລະ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍໃນກອງປະຊຸມ ສຸດຍອດຜູ້ນຳ APEC ທີ່ຈີນເພື່ອປຶກສາຫາລື ກ່ຽວກັບບັນຫາຄໍາຄັນ ຫລາຍຢ່າງໂດຍ ສະເພາະການຮ່ວມມື ດ້ານການຄ້າ,ການລົງທຶນ ແລະ ການຢຸດຕິສົງຄາມອື່ນໆ.

ກອງປະຊຸມສຸດຍອດ ຜູ້ນຳເສດຖະກິດອາຊີ-ປາຊີຟິກ(APEC)  ຄັ້ງທີ 33ຄາດວ່າ ຈະມີ  21 ສະມາຊິກເຂດເສດຖະກິດເຂົ້າຮ່ວມຄື: ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ເກົາຫລີໃຕ້, ອົດສະຕຣາລີ, ການາດາ, ເມັກຊິໂກ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ໄທ, ຫວຽດນາມ, ຟີລິບປິນ, ບຣູໄນ, ຊີລີ, ເປຣູ, ປາປົວນິວກີນີ, ນິວຊີແລນ, ຮົງກົງ ແລະ ອື່ນໆ.

ກ່ຽວກັບກອງປະຊຸມ ສຸດຍອດ ຜູ້ນໍາອາຊີ-ປາຊີຟິກຈະໄຂຂຶ້ນອາທິດນີ້, ອາດເຮັດຜູ້ອ່ານ ຕັ້ງຄໍາຖາມວ່າລາວແມ່ນສະມາຊິກເອເປັກບໍ່?,ລາວສາມາດເຂົ້າຮ່ວມ ກອງປະຊຸມຄັ້ງ ນີ້ໄດ້ ຫລື ບໍ່?  ແລະ ລາວຈະໄດ້ຜົນປະໂຫຍດຫຍັງ? ຄວາມຈິງແລ້ວ APEC ມີສະມາຊິກ 21 ປະເທດເຂດເສດຖະກິດ ແຕ່ລາວ ບໍ່ແມ່ນສະມາຊິກ. ດັ່ງນັ້ນ ລາວຈຶ່ງບໍ່ມີສິດ ເຂົ້າຮ່ວມໃນ ຖານະຜູ້ນໍາ ປະເທດສະມາຊິກ ແລະ ມີພຽງບໍລິສັດລາວ ສາມາດເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳ ພາກທຸລະກິດເອເປັກ (APEC,CEOSummit) ທີ່ເຊິນເຈີ້ນ ໄດ້ໃນນາມ ພາກທຸລະກິດ ບໍ່ແມ່ນໃນຖານະຜູ້ນຳ. ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ລາວຢູ່ນອກຂອບເສດຖະກິດ ອາຊີ-ປາຊີຟິກ. ກົງກັນຂ້າມ ລາວຍິ່ງມີບົດບາດ ເຊື່ອມໂຍງຜ່ານ 5 ດ້ານສໍາຄັນຄື: ໜຶ່ງ: ລາວຄື “ຂົວຕໍ່ສໍາຄັນ”, ກ່ອນປີ 2021 ເອເປັກ(APEC) ມີບັນຫາໃຫຍ່ເຊັ່ນກັນຄື: ສິນຄ້າຈາກຈີນ ຈະໄປອາຊຽນ (ໄທ, ມາເລເຊຍ, ສິງກະໂປ) ຕ້ອງອ້ອມ ທະເລໃຊ້ ເວລາ 7-10 ມື້. ປັດຈຸບັນນີ້ ການຂົນສົ່ງສິນຄ້າ ຈາກຈີນ,ລາວ,ໄທ,ເມເລເຊຍ, ສິງກະໂປໃຊ້ເວລາພຽງ 2-3 ມື້ ຄ່າຂົນສົ່ງຫລຸດລົງ30-50%. ລາວ ໄດ້ເຮັດໃຫ້ ຕ່ອງໂສ້ ການສະໜອງ ຂອງເອເປັກສັ້ນລົງ, ທັງເຮັດໃຫ້ສິນຄ້າ ຂອງສະມາຊິກເອເປັກ ໄຫລໄປມາຫາກັນໄດ້ໄວຂຶ້ນ ນີ້ຄືການຊ່ວຍເອເປັກໂດຍກົງ. ດັ່ງທີ່ຮູ້ນໍາກັນທາງລົດໄຟ ລາວ-ຈີນຂົນສົ່ງສິນຄ້າ ລະຫວ່າງ ປະເທດເກີນ 92 ລ້ານໂຕນ ໃນນັ້ນສິນຄ້າຂ້າມແດນ ມີມູນຄ່າປະມານ 14,900 ລ້ານໂດລາ ເພີ່ມຂຶ້ນສະເລ່ຍປີລະ 24%, ສ່ວນຜູ້ໂດຍສານ ບັນລຸປະມານ 80 ລ້ານເທື່ອຄົນ ໃນນັ້ນ ມີລົດໄຟ ແລ່ນໃຫ້ບໍລິການເຖິງ 18 ຖ້ຽວຕໍ່ມື້ ກວມເອົາຜູ້ໂດຍສານຈາກ 120 ກວ່າປະເທດ; ສອງ: ລາວຄື“ໝໍ້ໄຟ” ຂອງເອເປັກກໍວ່າໄດ້: ເອເປັກຕ້ອງການໄຟຟ້າ ສະອາດເພື່ອ ສະໜອງ ການຜະລິດ ອຸດສາຫະກໍາ, AI, ຊິບເຊັມມິຄອນດັກເຕີ, ລົດໄຟຟ້າ  ໂດຍສະເພາະລາວສົ່ງ ອອກໄຟຟ້າໄປຈີນ,ໄທ,ຫວຽດນາມ, ສິງກະໂປ. ໝາຍຄວາມວ່າ ໂຮງງານ ໃນປະ ເທດສະ ມາຊິກເອເປັກ ທີ່ໃຊ້ໄຟຟ້າ ຈາກລາວກໍຄືລາວກຳລັງ ຊ່ວຍຜະລິດສິນຄ້າໃຫ້ ເອເປັກທາງອ້ອມ;  ສາມ: ລາວຄື “ສວນຜະລິດກະສິກໍາ” ແລະ “ບໍ່ແຮ່” ຂອງເອເປັກ ໂດຍສະ ເພາະ ເອເປັກຕ້ອງ ການອາຫານ ແລະ ວັດຖຸດິບທີ່ລາວມີ: ກາເຟ, ໃບຊາ, ໝາກກ້ວຍ, ໝາກຖົ່ວລຽນ, ຢາງພາລາ ແລະ ອື່ນໆ.

ສໍາລັບແຮ່ທາດ: ທອງແດງ, ແຮ່ເຫລັກ, ແຮ່ຫາຍາກ, ເກືອບໂປຕັດ ເຫລົ່ານີ້, ລາວກໍສົ່ງອອກໄປປະເທດ ສະມາຊິກເອເປັກເຊັ່ນກັນ; ສີ່: ລາວຄື “ປະຕູທ່ອງທ່ຽວ” ຂອງເອເປັກ, ສົກປີ 2024-2025 ລາວຮັບນັກທ່ອງທ່ຽວ ຕ່າງປະເທດກວ່າ 4 ລ້ານຄົນ ໃນນັ້ນ 70% ມາຈາກປະເທດເອເປັກຄື: ຈີນ, ໄທ, ຫວຽດນາມ, ເກົາຫລີ, ອາເມຣິກາ, ຍີ່ປຸ່ນ ແລະ ຫ້າ: ລາວສາມາດເຊື່ອມໂຍງ ສຽງຂອງອາຊຽນກັບ APEC. ເຖິງ ລາວບໍ່ໄດ້ເປັນສະມາຊິກ APEC ແຕ່ລາວເປັນສະມາຊິກ ອາຊຽນ ເຊິ່ງມີຄວາມສຳຄັນຕໍ່ການຮ່ວມມື ດ້ານເສດ ຖະກິດ ໃນອາຊີ-ປາຊີ ຟິກ. ລາວສາມາດໃຊ້ກອບ ການຮ່ວມມືອາຊຽນເພື່ອປະສານຜົນປະໂຫຍດ, ແລກປ່ຽນ ທັດສະນະ ແລະ ຂະຫຍາຍການຮ່ວມມື ກັບບັນດາເຂດເສດ ຖະກິດ APEC.

ກອງປະຊຸມ APEC 2026 ບໍ່ແມ່ນພຽງເວທີປຶກສາ ຫາລືຂອງຜູ້ນໍາເສດຖະກິດ ອາຊີ-ປາຊີຟິກເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນ ທີ່ປະເທດຕ່າງໆ ຈະທົບທວນ ແລະ ກຳນົດ ທິດທາງ ການຮ່ວມມື ກັນໃນອະນາຄົດ. ສຳລັບລາວເຖິງຈະບໍ່ໄດ້ນັ່ງ ໃນໂຕະປະຊຸມເອ ເປັກ ແຕ່ລາວກໍມີບົດບາດ ຜ່ານການເຊື່ອມໂຍງ ດ້ານລົດໄຟ, ພະລັງງານ, ກະສິກຳ, ຊັບພະຍາ ກອນ ແລະ ການທ່ອງທ່ຽວ. ສິ່ງສຳຄັນຄື ລາວຕ້ອງປ່ຽນ ທ່າແຮງເຫລົ່ານີ້ ໃຫ້ກາຍເປັນຜົນປະໂຫຍດ ທາງເສດຖະກິດທີ່ແທ້ຈິງ ດ້ວຍການຍົກລະດັບລະບົບຄົມ ມະນາຄົມ ສົ່ງໂລຈິດ ສະຕິກ, ສ້າງຄວາມໜ້າເຊື່ອຖື, ພັດທະນາຄຸນນະພາບສິນຄ້າ, ດຶງດູດການລົງທຶນ ແລະ ຂະຫຍາຍຕະຫລາດ ສາກົນ. ເພາະສຸດທ້າຍແລ້ວ ຄວາມສຳຄັນຂອງປະເທດໜຶ່ງ ບໍ່ໄດ້ວັດຈາກ ການມີ ບ່ອນນັ່ງຢູ່ໃນເວທີ ປະຊຸມເທົ່ານັ້ນ ແຕ່ຍັງວັດຈາກບົດບາດ, ຄວາມສາມາດ ແລະ ຄຸນຄ່າທີ່ປະເທດນັ້ນ ສ້າງໃຫ້ແກ່ພາກພື້ນ ແລະ ໂລກ.

 

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top