ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

12/11/2026 09:49
ຂປລ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    ຂປລ. ຢາກເຮັດໄດ້ຄືແນວນັ້ນພະນັກງານ, ສະມາຊິກພັກ ຕ້ອງເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ໃນການຄົ້ນຄວ້າ, ສັງຮວມ, ກັ່ນກອງບັນຫາຕ່າງໆຢ່າງລະອຽດ ແລະ ເລິກເຊ່ິງ, ໃຫ້ຂ້ໍຄິດເຫັນ, ໃຫ້ສະທັດນະຕໍ່ການແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນການຊ່ວຍການນຳ ເພື່ອເຮັດໃຫ້ການຕົກລົງແກ້ໄຂບັນຫາ ພ້ອມນີ້, ໃຫ້ຄະນະພັກຫ້ອງວ່າການສູນກາງພັກເອົາໃຈໃສ່ໃນການນໍາພາ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ສະມາຊິກພັກ ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ໂດຍຫັນເປັນແຜນພັດທະນາ, ແຜນງານ, ໂຄງການ ແລະ ກິດຈະກຳລະອຽດ;  ຄະນະພັກຕ້ອງເອົາໃຈໃສ່ ເປັນເຈົ້າການນໍາພາວຽກງານສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານ ກໍຄື ພະນັກງານເສນາທິການ ແລະ ເປັນລະບົບຕໍ່ເນື່ອງເປັນຕົ້ນ ທັດສະນະຫລັກໝັ້ນ ກໍຄື ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຊື່ສັດບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ຕິດພັນກັບລະບອບແບບແຜນວິທີການເຮັດວຽກ ດ້ວຍບາດກ້າວບຸກທະລຸທັງ 4 ດ້ານ; ໃຫ້ຄະນະພັກຫ້ອງວ່າການສູນກາງພັກສືບຕໍ່ເອົາໃຈໃສ່ນໍາພາປັບປຸງການຈັດຕັ້ງທັງເບື້ອງພັກ ແລະ ເບື້ອງລັດໃຫ້ມີຄວາມເຂັ້ມແຂງ; ເອົາໃຈໃສ່ຄົ້ນຄວ້າການຜັນຂະຫຍາຍມະຕິ ສອຈ ແລະ ປະຕິບັດນະໂຍບາຍຕໍ່ ພະນັກງານ-ລັດຖະກອນ ຫ້ອງວ່າການສູນກາງພັກ ໃຫ້ແທດເໝາະກັບສະພາບເງື່ອນໄຂໃນແຕ່ລະໄລຍະ ກໍຄື ສອດຄ່ອງຄ່າຄອງຊີບເຮັດໃຫ້ການດໍາ ລົງຊີວິດຂອງພະນັກງານ-ລັດຖະກອນດີຂຶ້ນ, ຮັບປະກັນມີແນວຄິດ ອຸ່ນອ່ຽນ- ທຸ່ນທ່ຽງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ; ເອົາໃຈໃສ່ສືບຕໍ່ປັບປຸງບັນດາອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມແຂງ, ເປັນກຳລັງແຮງສໍາຄັນໃຫ້ແກ່ການປະຕິບັດໜ້າທີ່ວິຊາສະເພາະ ຂອງຫ້ອງວ່າການສູນກາງພັກ ໂດຍມອບໃຫ້ບັນດາອົງການຈັດຕັ້ງມະຫາຊົນຊ່ວຍຕິດຕາມ-ກວດກາການປະຕິບັດ ໜ້າທີ່ວິຊາສະເພາະຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິຕໍ່ເນື່ອງ ພ້ອມທັງຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີສະພາບຫຍໍ້ທ້ໍຕ່າງໆ ຢູ່ຫ້ອງວ່າການສູນກາງພັກຂອງພວກເຮົາ. ສະນັ້ນ, ຄະນະພັກຫ້ອງວ່າການສູນກາງພັກຕ້ອງນໍາພາບັນດາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວວຽກງານຂະບວນການໃຫ້ແຂງແຮງ ບົນພື້ນຖານສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ການປະຕິບັດລະບຽບ- ກົດໝາຍ; ຕ້ອງເອົາໃຈໃສ່ພັດທະນາຫ້ອງການຂອງຕົນເອງ ມີຄວາມກ້າວໜ້າທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບມືກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ໃນເງື່ອນໄຂເຊື່ອມໂຍງ-ເຊື່ອມຈອດກັບສາກົນ; ຕ້ອງຍົກສູງຄວາມສາມາດໃນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ຄຳແນະນຳຕ່າງໆ ເພີື່ອສະຫລຸບລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ; ເພີ່ມທະວີການພົວພັນຮ່ວມມືກັບພາຍນອກຢ່າງກວ້າງຂວາງ ເປັນຕົ້ນແມ່ນບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫລືອ ທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ກໍຄື ບົດຮຽນດ້ານຕ່າງໆເພື່ອນຳມາພັດທະນາຫ້ອງວ່າການໃຫ້ນັບມື້ທັນສະໄໝຂຶ້ນເລື້ອຍໆ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIIIການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

      11/12/2026 9:30:13 AM

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

ads
ads

Top