ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

12/11/2026 09:41
Email Print 111
ຂປລ ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ.

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໃຫ້ສຳພາດໃນວັນທີ 10 ພະຈິກ 2026 ນີ້ວ່າ: ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນຂໍ້ຕໍ່ກະດູກສັນຫຼັງທຳອິດ ທີ່ປູພື້ນຖານໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດຂອງພາກພື້ນ ແລະ ເປັນການຫັນປ່ຽນແຫຼ່ງພະລັງງານສະອາດສີຂຽວ ໃຫ້ກາຍເປັນທຶນຮອນເພື່ອສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ເສດຖະກິດແຫ່ງຊາດ ໄປພ້ອມກັບການເຕີບໂຕແບບຍືນຍົງຂອງພາກພື້ນ.

ໃນໄລຍະຜ່ານມາ ສປປ ລາວ ມີທ່າແຮງຜະລິດໄຟຟ້າຈາກພະລັງງານນ້ຳຕົກຢ່າງມະຫາສານ ແຕ່ຍັງຜະເຊີນຂໍ້ຈຳກັດດ້ານລະບົບສາຍສົ່ງໄຟຟ້າ ເຮັດໃຫ້ບາງໄລຍະມີໄຟຟ້າເຫຼືອໃຊ້ໃນລະດູຝົນ (ໃນລະດູຝົນສາມາດຜະລິດໄຟຟ້າໄດ້ເກີນຄວາມຕ້ອງການ ແຕ່ຕ້ອງປ່ອຍຖິ້ມຫຼາຍເຖິງ 800 ລ້ານກິໂລວັດໂມງ ເນື່ອງຈາກບໍ່ມີຊ່ອງທາງສົ່ງອອກ), ແຕ່ກັບຂາດແຄນໃນລະດູແລ້ງ. ການມີລະບົບສາຍສົ່ງ 500 kV ຈຶ່ງເປັນກົນໄກສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ຊຶ່ງນັບແຕ່ວັນທີ 20 ເມສາ 2026 ເປັນຕົ້ນມາ ໂຄງການດັ່ງກ່າວສາມາດຍົກລະດັບຂີດຄວາມສາມາດການສົ່ງໄຟຟ້າຈາກ 50 MW ເປັນ 1.500 MW ຫຼື ເພີ່ມຂຶ້ນ 30 ເທົ່າ ແລະ ເປີດໂອກາດສົ່ງອອກພະລັງງານສະອາດໄດ້ສູງສຸດ 3 ຕື້ກິໂລວັດໂມງຕໍ່ປີ. ຈຸດເດັ່ນຂອງໂຄງການແມ່ນການສ້າງລະບົບຊື້-ຂາຍໄຟຟ້າສອງທິດທາງ ໂດຍໃນລະດູຝົນສາມາດສົ່ງອອກໄຟຟ້າສ່ວນເກີນ ເພື່ອສ້າງລາຍຮັບເງິນຕາ. ຂະນະທີ່ໃນລະດູແລ້ງ ກໍສາມາດນຳເຂົ້າໄຟຟ້າຈາກ ສປ ຈີນ ມາຊ່ວຍເສີມຄວາມຕ້ອງການພາຍໃນ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະຊາຊົນ, ໂຮງງານ, ໂຮງໝໍ ແລະ ໂຮງຮຽນ.

ທ່ານ ສຸລິວັນ ທຳມະວົງ ຍັງໄດ້ຍົກໃຫ້ເຫັນຕົວເລກການສົ່ງອອກ ແລະ ລາຍຮັບຕົວຈິງ ຊຶ່ງປະກອບມີປະລິມານໄຟຟ້າຈາກເຂື່ອນນ້ຳອູ 5, 6 ແລະ 7 ປະມານ 600 ລ້ານ kWh ຖືກສົ່ງໂດຍກົງໄປເຂດອ່າວໃຫຍ່ຂອງຈີນ ລວມມີກວາງຕຸ້ງ, ຮົງກົງ ແລະ ມາເກົ້າ; ພະລັງງານແສງຕາເວັນ ຄາດວ່າຈະສົ່ງອອກຂ້າມແດນໄດ້ເຖິງ 1,1 ຕື້ kWh ຕໍ່ປີ. ນອກນັ້ນ, ຍັງມີໂຄງການໂຊລາຟາມເທິງພູ ອີກ 1.000 MW ທີ່ກຳລັງກະກຽມພັດທະນາ.

ດ້ານການພັດທະນາຊັບພະຍາກອນມະນຸດ, EDL-T ໄດ້ຮ່ວມກັບ EDL ດຳເນີນໂຄງການຝຶກອົບຮົມຊ່າງຝີມືດ້ານສາຍສົ່ງ ແລະ ແປງໄຟຟ້າ ລາວ-ຈີນ ຜ່ານມາແລ້ວ 7 ຊຸດ, ມີຜູ້ຜ່ານການຝຶກອົບຮົມ 84 ຄົນ. ນອກນັ້ນ, ຍັງມີການຈັດຝຶກອົບຮົມດ້ານການບໍລິຫານ, ການບຳລຸງຮັກສາ ແລະ ເຕັກໂນໂລຊີໂດຣນ ຫຼາຍກວ່າ 80 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ເທື່ອຄົນ, ພ້ອມນີ້ຍັງໄດ້ນຳໃຊ້ຮູບແບບຝຶກອົບຮົມວິສະວະກອນໜຸ່ມແບບ 2+2+2 ຊຶ່ງປະກອບມີການຮຽນພາສາຈີນ 2 ເດືອນ, ຮຽນທິດສະດີ ແລະ ປະຕິບັດ 2 ເດືອນ ແລະ ລົງໜ້າວຽກຕົວຈິງອີກ 2 ເດືອນ ສາມາດພັດທະນາພະນັກງານຫຼັກແຫຼ່ງດ້ານເຕັກນິກທ້ອງຖິ່ນໄດ້ 171 ຄົນ. ຂະນະທີ່ໃນໄລຍະປີ 2010-2026 ກໍໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວໄປສຶກສາຕໍ່ຢູ່ປະເທດຈີນ 81 ຄົນ. ໃນນັ້ນ, ຈົບການສຶກສາແລ້ວ 53 ຄົນ.

ສ່ວນດ້ານການປົກປັກຮັກສາສິ່ງແວດລ້ອມ ໂຄງການໄດ້ໃຫ້ຄວາມສຳຄັນຕໍ່ການຫຼຸດຜ່ອນຜົນກະທົບຕໍ່ປ່າໄມ້ ແລະ ຊຸມຊົນ ໂດຍການປັບແລວສາຍສົ່ງ ແລະ ນຳໃຊ້ເຕັກນິກຍົກເສົາສູງ ເພື່ອຫຼຸດການຕັດໄມ້, ສາມາດຮັກສາເນື້ອທີ່ປ່າໄມ້ໄດ້ 170,4 ເຮັກຕາ ແລະ ຫຼຸດຄວາມກວ້າງຂອງແລວຕັດໄມ້ຈາກ 70 ແມັດ ເຫຼືອປະມານ 22 ແມັດ ພ້ອມທັງດຳເນີນການກວດກູ້ລູກລະເບີດບໍ່ທັນແຕກ (UXO) ຕາມແນວສາຍສົ່ງ ເພື່ອຮັບປະກັນຄວາມປອດໄພໃນການກໍ່ສ້າງ ແລະ ຊຸມຊົນທ້ອງຖິ່ນ. ພ້ອມກັນນັ້ນ, ໂຄງການຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ, ປັບປຸງໂຮງຮຽນ, ສ້າງຫ້ອງອ່ານ ແລະ ມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມຂອງໂຄງການ.

ສຳລັບທິດທາງໃນຕໍ່ໜ້າ EDL-T ຈະສືບຕໍ່ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພັດທະນາຕາໜ່າງໄຟຟ້າຫຼັກໃຫ້ເຊື່ອມຈອດທົ່ວປະເທດ, ສົ່ງເສີມການປະສານພະລັງງານນ້ຳຕົກ, ແສງຕາເວັນ ແລະ ລົມ, ພັດທະນາລະບົບການຄ້າໄຟຟ້າກັບປະເທດໃນພາກພື້ນ ແລະ ສ້າງບຸກຄະລາກອນວິສະວະກອນລາວໃຫ້ມີຄວາມຊຳນານສູງຂຶ້ນ.

ທ່ານ ສຸລິວັນ ທຳມະວົງ ຍັງໄດ້ຢືນຢັນວ່າ: ໂຄງການໄຟຟ້າ 500 kV ລາວ-ຈີນ ບໍ່ແມ່ນພຽງແຕ່ໂຄງການສາຍສົ່ງໄຟຟ້າຂ້າມແດນ ແຕ່ເປັນພື້ນຖານສຳຄັນໃນການສ້າງຄວາມໝັ້ນຄົງດ້ານພະລັງງານ, ສ້າງມູນຄ່າທາງເສດຖະກິດ, ຍົກລະດັບທັກສະຂອງຄົນລາວ ແລະ ສົ່ງເສີມການຮ່ວມມື ລາວ-ຈີນ ໃຫ້ເຕີບໂຕຢ່າງຍືນຍົງ. ໂຄງການນີ້, ເປັນຫຼາຍກວ່າສາຍສົ່ງໄຟຟ້າ ແຕ່ເປັນຂົວເຊື່ອມຕໍ່ພະລັງງານ, ເຕັກໂນໂລຊີ, ຄວາມຮູ້ ແລະ ໂອກາດການພັດທະນາລະຫວ່າງ ລາວ-ຈີນ ເພື່ອກ້າວໄປສູ່ອະນາຄົດພະລັງງານທີ່ໝັ້ນຄົງ ແລະ ຍືນຍົງ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top