ຂປລ
ໃນລະຫວ່າງວັນທີ 15- 16 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກ ໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ”.
ຂປລ. ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການ ຂອງອົງການຝຣັງໂກໂຟນີສາກົນ(OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫລາກຫລາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນໂດຍໄດ້ຕີລາຄາສູງຕໍ່ເນື້ອໃນຫົວຂໍ້ຂອງກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ແທດເໝາະກັບສະພາບການຂອງໂລກໃນປັດຈຸບັນ ທ່າມກາງທີ່ບັນດາປະເທດກໍາລັງພັດທະນາທີ່ຮັກຫອມສັນຕິພາບ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອຍົກສູງບົດບາດຂອງຂອບການຮ່ວມມືແບບຫລາຍຝ່າຍ ເພື່ອສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຮ່ວມກັນຊອກຫາຊ່ອງທາງ ເພື່ອຜ່ານຜ່າອຸປະສັກທ່າມກາງສິ່ງທ້າທາຍປັດຈຸບັນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະເທດເຈົ້າພາບ ແລະ ບັນດາປະເທດສະມາຊິກອົງການຝຣັງໂກໂຟນີສາກົນ ໃນການໃຫ້ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນວ່າ ສປປ ລາວ ຈະສືບຕໍ່ມີສ່ວນຮ່ວມຢ່າງສ້າງສັນໃນຄວາມພະຍາຍາມຮ່ວມກັນ ເພື່ອດໍາເນີນນະໂຍບາຍຮ່ວມມື, ພາຍໃຕ້ຄຳຂວັນ “ຄວາມສະເໝີພາບ, ຄວາມຈິງໃຈຊ່ວຍເຫລືອກັນ ແລະ ກັນ ແລະ ຄວາມສາມັກຄີ” ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫລັກການຮ່ວມມືຫລາຍຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການປະກອບສ່ວນຢ່າງຕັ້ງໜ້າເຂ້ົາໃນວຽກງານທ່ີປ່ິນອ້ອມຂອງອົງການຝຣັງໂກໂຟນີສາກົນ, ລວມທັງການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອົງການຝຣັງໂກໂຟນີສາກົນ ໃຫ້ຫລາຍຂຶ້ນ.
ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານປະທານປະເທດແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ; ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ທ່ານ ອິກນາຊິໂອ ກາສຊິດ ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ ແລະ ພ້ອມກັນນັ້ນກໍໄດ້ມີການພົບປະສາມຝ່າຍ (ລາວ-ຫວຽດນາມ-ກຳປູເຈຍ) ເພື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງ ສປປ ລາວ ກັບບັນດາປະເທດດັ່ງກ່າວໃນຕໍ່ໜ້າ.
ພ້ອມກັນນີ້, ຍັງມີການຈັດງານວາງສະແດງໝູ່ບ້ານຝຣັງໂກໂຟນີ (Village de la Francophonie) ທີ່ເປັນກິດຈະກໍາໜຶ່ງທີ່ປິ່ນອ້ອມກອງປະຊຸມສຸດຍອດດ່ັງກ່າວ ໃນລະຫວ່າງວັນທີ 13-17 ພະຈິກ 2026 ໂດຍມີການເຂົ້າຮ່ວມຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຊຶ່ງໄດ້ປະກອບສ່ວນໃນການວາງສະແດງ ແລະ ຈໍາໜ່າຍສິນຄ້າ ແລະ ຜະລິດຕະພັນຈາກ ບໍລິສັດ ຂອງ ສປປ ລາວ ໂດຍສະເພາະແມ່ນວິສາຫະກິດສ່ວນບຸກຄົນຫັດຖະກໍາຕໍ່າຫູກແດນສະຫວັນ (Weaving Craft Densavanh Individual Enterprise).
ອົງການຝຣັງໂກໂຟນີສາກົນ ແມ່ນອົງການຈັດຕັ້ງສາກົນ ລະຫວ່າງ ລັດຖະບານຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ 21 ປະເທດທີ່ໄດ້ເຊັນສັນຍາຮ່ວມກັນ, ຊ່ຶງໃນເບ້ືອງຕົ້ນມີຊ່ືວ່າອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ, ເຄື່ອນໄຫວທາງດ້ານການຝຶກອົບຮົມວິຊາຊີບ ແລະ ເຕັກນິກ ແລະ ດ້ານວັດທະນະທໍາ. ໃນປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນອົງການຝຣັງໂກໂຟນີສາກົນ ຫລື Organisation Internationale de la Francophonie (OIF) ໂດຍມີຈຸດປະສົງເພື່ອສົ່ງເສີມການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ເຕັກນິກ; ການພັດທະນາແບບຍືນຍົງ; ການຮັກສາສັນຕິພາບ, ການເຄົາລົບລະບົບປະຊາທິປະໄຕ ແລະ ສິດທິມະນຸດ ແລະ ເຄົາລົບຄວາມຫລາກຫລາຍທາງດ້ານວັດທະນະທຳ ໃນບັນດາປະເທດສະມາ ຊິກນໍາກັນ. ອົງການ OIF ໄດ້ສ້າງກົດບັດຂອງຕົນຂຶ້ນ ໃນປີ 1997 ແລະ ດັດແກ້ໃໝ່ ໃນປີ 2005 ເພື່ອກຳນົດພາລະບົດບາດ ແລະ ແນວທາງການເຄື່ອນໄຫວຂອງອົງການ. ປັດຈຸບັນ, ອົງການດັ່ງກ່າວເປັນອົງການທີ່ກວ້າງຂວາງມີສະມາຊິກທັງໝົດ 90 ປະເທດ (54 ປະເທດສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ແລະ 27 ປະເທດສະມາຊິກສັງເກດການ) ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງປາຣີ, ສ ຝຣັ່ງ. ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມທົບຂອງອົງການຝຣັງໂກໂຟນີສາກົນ ໃນປີ 1972 ແລະ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ ນັບແຕ່ປີ 1991 ເປັນຕົ້ນມາ. ນັບແຕ່ນັ້ນມາ, ສປປ ລາວ ໄດ້ເອົາໃຈໃສ່ເຄື່ອນໄຫວ ແລະ ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງອົງການຝຣັງໂກໂຟນີສາກົນຢ່າງຕັ້ງໜ້າ.
ແຜນຍຸດທະສາດຂອງອົງການ 2026-2030 ແມ່ນສຸມໃສ່ເຮັດໃຫ້ອົງການຝຣັງໂກໂຟນີສາກົນມີຄວາມເຂັ້ມແຂງ, ເສີມຂະຫຍາຍບົດບາດຂອງຕົນໃນເວທີສາກົນ, ການຫັນເປັນດີຈິຕອນ ແລະ ນະວັດຕະກໍາ, ການພັດທະນາແບບຍືນຍົງໂດຍເນັ້ນໃສ່ການພັດທະນາຊາວໜຸ່ມ ແລະ ແມ່ຍິງ.
KPL