ຂປລ
ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ງານພົບປະມິດຕະພາບໃນຄັ້ງນີ້, ເປັນໂອກາດທີ່ດີໃຫ້ແກ່ຊາວໜຸ່ມຂອງສາມປະເທດໄດ້ພົບປະ, ແລກປ່ຽນ, ແບ່ງປັນ ແລະ ເສີມສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ຍັງເປັນການຢັ້ງຢືນເຖິງຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນຂອງຊາວໜຸ່ມຮຸ່ນໃໝ່ ໃນການສືບທອດ, ຖະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສາມຊາດ ໃຫ້ນັບມື້ນັບເຂັ້ມແຂງ.
ໂອກາດນີ້, ຜູ້ເຂົ້າຮ່ວມງານດັ່ງກ່າວໄດ້ເຂົ້າຮ່ວມຫຼາຍກິດຈະກຳສຳຄັນ ເປັນຕົ້ນ ສຳມະນາແລກປ່ຽນພາຍໃຕ້ຫົວຂໍ້: “ຊາວໜຸ່ມຫວຽດນາມ-ກຳປູເຈຍ-ລາວ ຮ່ວມກັນສ້າງເຂດຊາຍແດນແຫ່ງມິດຕະພາບ, ການຮ່ວມມື ແລະ ການພັດທະນາທີ່ຍືນຍົງ”, ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ອຸດສາຫະກຳ, ກະສິກຳ, ການຮຽນູວັດທະນະທຳປະເພນີ, ການແລກປ່ຽນການສະແດງສິລະປະ, ເຂົ້າຮ່ວມແລກປ່ຽນກິດຈະກຳຕ່າງໆຮ່ວມກັນ ຊຶ່ງກິດຈະກຳເຫຼົ່ານີ້ ເປັນໂອກາດໃນການສ້າງໄມຕີຈິດມິດຕະພາບອັນໃໝ່ໃຫ້ເກີດຂຶ້ນ, ຄວາມຮັກແພງໄດ້ຮັບການຖະນຸຖະໜອມ ແລະ ຄວາມປາຖະໜາຮ່ວມກັນໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ. ປະສົບການອັນມີຄ່າ ແລະ ສາຍພົວພັນທີ່ໄດ້ສ້າງຂຶ້ນໃນງານພົບປະຄັ້ງນີ້ ຈະກາຍເປັນພື້ນຖານສຳຄັນສຳລັບບັນດາຂໍ້ລິເລີ່ມ ແລະ ກິດຈະກຳຮ່ວມມືກັນຢ່າງເປັນຮູບປະທຳ, ປະກອບສ່ວນສ້າງຊາວໜຸ່ມຮຸ່ນໃໝ່ທັງສາມປະເທດ ໃຫ້ມີຄວາມສາມັກຄີ, ຄວາມຜູກພັນອັນແໜ້ນແຟ້ນ ແລະ ຮ່ວມແຮງຮ່ວມໃຈກັນສ້າງສາມຊາດອິນດູຈີນ ທີ່ມີສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ.
KPL