8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

17/11/2026 16:13
Email Print 193
ຂປລ ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ສະບັບເລກທີ 126/ລບ ແລະ ດຳລັດວ່າດ້ວຍພະນັກງານທ້ອງຖິ່ນທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ສປປ ລາວ ສະບັບເລກທີ 12/ລບ ຈັດຂຶ້ນໃນວັນທີ 12 ພະຈິກ 2026 ຜ່ານມາ ຢູ່ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງຈາກ 8 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຫົວພັນ ແລະ ແຂວງຊຽງຂວາງ ເຂົ້າຮ່ວມ.

ການເຜີຍແຜ່ດຳລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ສະບັບເລກທີ 126/ລບ ແລະ ດຳລັດວ່າດ້ວຍພະນັກງານທ້ອງຖິ່ນທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ສປປ ລາວ ສະບັບເລກທີ 12/ລບ ຄັ້ງນີ້, ກໍເພື່ອໃຫ້ພະນັກງານທີ່ເຮັດວຽກຕົວຈິງຈາກ 8 ແຂວງພາກເໜືອ ແລະ ພະນັກງານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກຢູ່ແຂວງຫຼວງພະບາງ ມີຄວາມເຂົ້າໃຈ ແລະ ກຳໄດ້ບັນດາຫຼັກການ, ຂັ້ນຕອນ, ສິດ ແລະ ພັນທະຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນດຳລັດທັງສອງສະບັບນີ້ ເພື່ອໄປນຳໃຊ້ເຂົ້າໃນການປະຕິບັດວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນຕໍ່ກັບດຳລັດທັງສອງສະບັບ ໂດຍສະເພາະແມ່ນບັນດາຈຸດຕ່າງໆທີ່ຍັງເຫັນວ່າບໍ່ທັນໂລ່ງລ່ຽນ ເພື່ອຍົກຂຶ້ນປຶກສາຫາລືແລກປ່ຽນນຳກັນຢ່າງກົງໄປກົງມາ ແລະ ສ້າງສັນ. ນິຕິກຳທັງສອງສະບັບນີ້ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງໃນການອຳນວຍຄວາມສະດວກ, ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດວຽກງານການຮ່ວມມືເພື່ອການພັດທະນາ ໃຫ້ມີຄວາມໂລ່ງລ່ຽນ, ສອດຄ່ອງກັບລະບຽບການ ແລະ ກົດໝາຍຂອງ ສປປ ລາວ ໃນໄລຍະໃໝ່ນີ້.

KPL

ຂ່າວອື່ນໆ

ads
ads

Top