4 ປະເທດຮຽກຮ້ອງ ອິດສະຣາແອນ ເລັ່ງເປີດທາງຊ່ວຍ ໃນການເຂົ້າເຖິງເຂດກາຊາ

17/11/2026 20:19
Email Print 116
ຂປລ ລັດຖະບານ ອົດສະຕຣາລີ, ການາດາ, ອີຕາລີ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ເປີດທາງໃຫ້ການຊ່ວຍເຫລືອ ທີ່ຈຳເປັນ ໃນການ ເຂົ້າສູ່ ເຂດກາຊາ ໂດຍທັນທີ ພ້ອມທັງລະບຸວ່າ ສະຖານະການ ດ້ານມະນຸດສະທຳ ໃນພື້ນທີ່ ດັ່ງກ່າວ ແມ່ນຢູ່ໃນຂັ້ນຮຸນແຮງ.

ຂປລ. ສຳນັກຂ່າວຊິນຮວາ,  ວັນທີ 16 ພະຈິກ, ລັດຖະບານ ອົດສະຕຣາລີ, ການາດາ, ອີຕາລີ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ເປີດທາງໃຫ້ການຊ່ວຍເຫລືອ ທີ່ຈຳເປັນ ໃນການ ເຂົ້າສູ່ ເຂດກາຊາ ໂດຍທັນທີ ພ້ອມທັງລະບຸວ່າ ສະຖານະການ ດ້ານມະນຸດສະທຳ ໃນພື້ນທີ່ ດັ່ງກ່າວ ແມ່ນຢູ່ໃນຂັ້ນຮຸນແຮງ.

ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງ ທັງ 4 ປະເທດ ໄດ້ລະບຸ ໃນຖະແຫລງການຮ່ວມວ່າ: ປະຊາຊົນໃນເຂດກາຊາ ພວມຕ້ອງການ ທີ່ ພັກອາໄສ ແລະ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຢ່າງຮີບດ່ວນ ໃນຂະນະທີ່ລະດູໜາວ ພວມກ້າວ ເຂົ້າມາ. ໂດຍສະຖານະການນີ້ ສາມາດ ແກ້ໄຂໃຫ້ ຫລຸດຜ່ອນລົງໄດ້ ທັງໝົດ ແລະ ຍັງຄົງມີເວລາທີ່ ຈະດຳເນີນການ ກ່ອນທີ່ລະດູໜາວ ຈະມາເຖິງ ຢ່າງເຕັມທີ່. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ ລັດຖະບານ ອິດສະຣາແອນ ເປີດທາງໃຫ້ ການຊ່ວຍເຫລືອ ດ້ານມະນຸດສະທຳ ໃນການເຂົ້າເຖິງ ເຂດກາຊາ ຢ່າງວ່ອງໄວ ແລະ ປາສະຈາກອຸປະສັກໃດໆ./

 

KPL

ຂ່າວອື່ນໆ

ads
ads

Top