ຂປລ
ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ກ່ຽວຂ້ອງ, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳບັນດາປະເທດ ອາຊຽນ, ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 29.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ວັນທີ 17 ພະຈິກ, ຢູ່ ມານີລາ, ປະເທດ ຟີລິບປິນ, ໃນຂອບເຂດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ກ່ຽວຂ້ອງ, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳບັນດາປະເທດ ອາຊຽນ, ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 29.ໃນໂອກາດນີ້ ທ່ານ ເລມິງຮືງ ສະເໜີໃຫ້ ອາຊຽນ +3 ຕ້ອງຍົກສູງ ປະສິດທິຜົນ ໃນການສຸມໃສ່ຮ່ວມມື ແລະ ສົມທົບກັນ, ພ້ອມທັງ ເປັນເຈົ້າການ ໃນການສະກັດກັ້ນ ແລະ ຮັບມືກັບ ບັນດາສິ່ງທ້າທາຍໃໝ່ ເພື່ອຍົກສູງຄວາມສາມາດ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແລະ ສະກັດກັ້ນຄວາມສ່ຽງ ຂອງພາກພື້ນ, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ໄດ້ສະເໜີຕື່ມວ່າ: “ພວກເຮົາ ຄວນຍູ້ແຮງ ການເຊື່ອມຕໍ່ ເສດຖະກິດ ແລະ ການຄ້າ, ໝູນໃຊ້ບັນດາສັນຍາການຄ້າເສລີ (FTA) ອາຊຽນ+1 ແລະ ສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ໃຫ້ດີທີສຸດ; ປັບປຸງການສົມທົບກັນ ໃນຂົງເຂດ ບຸລິມະສິດຄື: ການເງິນ, ພະລັງງານ, ທັນຍາຫານ ແລະ ໂລຈີຕິກ(logistics). ພິເສດ, ຄວນຄົ້ນຄ້ວາ ບັນດາຂັ້ນຕອນ ສົມທົບກັນ ໃນການຕິດຕາມກວດກາ ແລະ ແບ່ງປັນຂໍ້ມູນ, ກາວເຕືອນໄວ ແລະ ໃຫ້ຄຳປຶກສາທັນການ ເພື່ອແນໃສ່ຮັບປະກັນ ແຫລ່ງສະໜອງ ໃນໄລຍະເວລາ ຖືກຂາດຕິດຂາດຕອນ. ຄຽງຄູ່ກັບ ກອງທຶນສະສົມເຂົ້າສານດ່ວນ, ກໍ່ຄວນເປີດກ້ວາງການຮ່ວມມື ກ່ຽວກັບ ບັນດາປະເພດ ສິນຄ້າ ຈຳເປັນ ອື່ນໆ ແລະ ສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມໝັ້ນຄົງ ດ້ານພະລັງງານ”. ນາຍົກລັດຖະມົນຕີ ສະເໜີ ສ້າງວິໄສທັດໃໝ່ ໃຫ້ແກ່ການຮ່ວມມື ອາຊຽນ +3 ໃນໄລຍະໃໝ່, ຕິດພັນກັບວິໄສທັດ ປະຊາຄົມ ອາຊຽນ 2045 ແລະ ຕອບສະໜອງ ຄວາມຕ້ອງການ ພັດທະນາ ຂອງພາກພື້ນໃຫ້ດີກວ່າ. ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຫວຽດນາມ ກໍ່ເນັ້ນໜັກ ບັນດາປະເທດ ຕ້ອງຢຶດໝັ້ນເຈລະຈາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ແກ້ໄຂຄວາມແຕກຕ່າງກັນ ໂດຍສັນຕິວີທິ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າ ດ້ວຍທະເລປີ 1982.ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫລງການ ກ່ຽວກັບ ການຄ້າການ ເດີນເຮືອ ແລະ ການເຊື່ອມຕໍ່ logistics ແລະ ຖະແຫຼງກ່ຽວກັບການເພີ່ມທະວີ ການສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ,ຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ ແລະ ຄວາມໝັ້ນຄົງ ດ້ານສະບຽງອາຫານ ຕໍ່ໜ້າການຜັນແປ ຈາກພາຍນອກ ແລະ ການຂາດຕິດຂາດຕອນລະບົບຕ່ອງໂສ້ ການສະໜອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL