ອາຊຽນ-ສະຫະປະຊາຊາດ ຍົກລະດັບ ຄວາມເປັນຫຸ້ນສ່ວນ ຢ່າງຮອບດ້ານ

17/11/2026 20:19
ຂປລ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ) ແລະ ອົງການ ສະຫະປະຊາຊາດ (ສປຊ) ໄດ້ຢືນຢັນເຖິງ ຄວາມສຳຄັນ ຂອງ ຄວາມເປັນຫຸ້ນສ່ວນ ຮອບດ້ານ ໃນການສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາ ແບບຍືນຍົງ

ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ: ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ) ແລະ ອົງການ ສະຫະປະຊາຊາດ (ສປຊ) ໄດ້ຢືນຢັນເຖິງ ຄວາມສຳຄັນ ຂອງ ຄວາມເປັນຫຸ້ນສ່ວນ ຮອບດ້ານ ໃນການສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາ ແບບຍືນຍົງ ໃນກອງປະຊຸມ ສຸດຍອດ ອາຊຽນ-ສປຊ ຄັ້ງທີ 16 ຢູ່ນະຄອນຫລວງ ມະນິລາ ປະເທດ ຟິລິບປິນ.

ກອງປະຊຸມສຸດຍອດ ໃນຄັ້ງນີ້ ໂດຍມີ ບັນດາ ຜູ້ນຳ ປະເທດອາຊຽນ, ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ທ່ານ ເກົາ ກິມຮວນ ເລຂາທິການອາຊຽນ ເຂົ້າຮ່ວມ, ພ້ອມກັນນັ້ນ ຍັງໄດ້ສະແດງ ຄວາມຍິນດີ ຕໍ່ຄວາມກ້າວໜ້າ ຂອງ ການຈັດຕັ້ງ ປະຕິບັດ ແຜນງານ ອາຊຽນ-ສປຊ (2026-2030) ຊຶ່ງມີເປົ້າໝາຍ ຮັດແໜ້ນ ຄວາມເປັນ ຫຸ້ນສ່ວນ ແລະ ສະໜັບສະໜູນ ວິໄສທັດ ອາຊຽນ 2045 ອະນາຄົດ ຮ່ວມກັນ ຂອງພວກເຮົາ.

ທ່ານ ກູເຕເຣດ ໄດ້ເນັ້ນໜັກເຖິງ ຄວາມຮ່ວມມື ລະຫວ່າງ ສປຊ ກັບ ອາຊຽນ ທີ່ ເພີ່ມຂຶ້ນ ໃນດ້ານຕ່າງໆ ເຊັ່ນ: ການຝຶກອົບຮົມ ເພື່ອຮັກສາ ສັນຕິພາບ, ການເສີມຂະຫຍາຍ ຄວາມສາມາດ ໃນການ ຮັບມື ກັບ ການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ດ້ານເຕັກໂນໂລຊີຕ່າງໆ, ໂດຍແຜນການປະຕິບັດງານ ໃນໄລຍະ 5 ປີ ສະບັບໃໝ່ ແລະ ແຜນການ ປະຕິບັດງານ ຍຸດທະສາດຮ່ວມ ວ່າດ້ວຍ ການຄຸ້ມຄອງ ໄພພິບັດ ໄດ້ສະທ້ອນໃຫ້ເຫັນ ເຖິງຄວາມເປັນຫຸ້ນສ່ວນ ທີ່ ແໜ້ນແຟ້ນ ຫລາຍຂຶ້ນ ຢ່າງຕໍ່ເນື່ອງ./

KPL

ຂ່າວອື່ນໆ

ads
ads

Top