ການພົວພັນ ຫວຽດນາມ-ຈີເລ ກ້າວຂຶ້ນສູ່ລະດັບສູງໃໝ່

17/11/2026 18:25
Email Print 138
ຂປລ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ ໂຈເຊ ອັນໂຕນິໂອ ຄາສ (José Antonio Kast) ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ ​ສື່ມວນ​ຊົນ ເພື່ອ​ປະ​ກາດ ​ກ່ຽວ​ກັບ​ ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ ໃນ​ໂອ​ກາດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ​ວັນ​ທີ 16 ພະ​ຈິກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ ໂຈເຊ ອັນໂຕນິໂອ ຄາສ (José Antonio Kast) ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ ​ສື່ມວນ​ຊົນ ເພື່ອ​ປະ​ກາດ ​ກ່ຽວ​ກັບ​ ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ ໃນ​ໂອ​ກາດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ. ໃນໂອກາດນີ້ ທ່ານ​ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ ຫວຽດ​ນາມ ແລະ ຈີ​ເລ​ ຈະ​ກ້າວ​ຂຶ້ນ​ສູ່ ​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ, ປະ​ກອບ​ສ່ວນ​ ຢ່າງ​ແທ້​ຈິງ ​ເຂົ້າ​ພາ​ລະ​ກິດ ​ພັດ​ທະ​ນາ ​ຂອງ​ສອງ​ຊາດ:ບົນ​ພື້ນ​ຖານ​ບັນ​ດາ​ຜົນ​ສຳ​ເລັດ ​ທີ່​ຍິ່ງ​ໃຫຍ່​ ເຊິ່ງ​ສອງ​ຝ່າຍ​ບັນ​ລຸ​ໄດ້, ພ້ອມ​ກັບ ​ວິ​ໄສ​ທັດ​ຍຸດ​ທະ​ສາດ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ໂດຍທັງ ​ສອງ​ຝ່າຍ ​ຮັບ​ຊາ​ບ ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ ສອງ​ຝ່າຍ​ຂຶ້ນ ​ເປັນ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ, ໃນ​ນັ້ນ​ກຳ​ນົດ​ບັນ​ດາ​ທິດ​ທາງ, ເປົ້າ​ໝາຍ, ຫລັກ​ການ ແລະ 6 ເສົາ​ຄ້ຳ​ຮ່ວມ​ມື​ຍຸດ​ທະ​ສາດ​ລວມ​ມີ: ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ກາ​ນສຶກ​ສາ ແລະ ວັດ​ທະ​ນະ​ທຳ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ຈາກນັ້ນ ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ: ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ ​ພ້ອມ​ກັນ ​ເປີດກວ້າງ ​ບັນ​ດາ​ຮູບ​ແບບ ​ການ​ຮ່ວມ​ມື ​ໃນ​ບັນ​ດາ​ຂົງ​ເຂດ ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ, ເປີດກວ້າງ​ ຕະຫລາດ ເພື່ອ​ພັດ​ທະ​ນາ ​ພື້ນ​ຖານ​ເສດ​ຖະ​ກິດ ​ສອງ​ປະ​ເທດ ໃຫ້​ສົມ​ກັບ ​ຄວາມ​ຄາດ​ຫວັງ ​ທີ່​ໄດ້​ວາງ​ອອກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top