ຂປລ
ອຸທົກກະໄພ ໃນມາເລເຊຍ ໄດ້ສົ່ງຜົນໃຫ້ ປະຊາຊົນກວ່າ 2.500 ຄົນ ຕ້ອງອົບພະຍົບ ອອກຈາກ ທີ່ຢູ່ອາໄສ, ໂດຍສະເພາະ ລັດສະລັງເກີ (Selangor) ເປັນເຂດ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ.
ຂປລ. ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທາງການ ມາເລເຊຍ ເປີດເຜີຍວ່າ: ອຸທົກກະໄພ ໃນມາເລເຊຍ ໄດ້ສົ່ງຜົນໃຫ້ ປະຊາຊົນກວ່າ 2.500 ຄົນ ຕ້ອງອົບພະຍົບ ອອກຈາກ ທີ່ຢູ່ອາໄສ, ໂດຍສະເພາະ ລັດສະລັງເກີ (Selangor) ເປັນເຂດ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ.
ໂດຍ ກະຊວງ ສະຫວັດດີການ ສັງຄົມ ຂອງ ມາເລເຊຍ ລະບຸວ່າ: ລັດສະລັງເກີ ມີຈຳນວນ ຜູ້ອົບພະຍົບ ຈາກເຫດການ ນ້ຳຖ້ວມ ຈຳນວນ 1.343 ຄົນ, ເຊິ່ງອາໄສ ຢູ່ຕາມສູນບັນເທົາທຸກ ຜູ້ປະສົບ ອຸທົກກະໄພ 7 ແຫ່ງ. ສ່ວນລັດອື່ນໆ ທີ່ໄດ້ຮັບ ຜົນກະທົບ ເຊັ່ນດຽວກັນ ໄດ້ແກ່ ລັດເປີຣັກ (Perak), ລັດປີໜັງ (Penang) ແລະ ລັດຊາຣາເວກ (Sarawak) ເຊິ່ງຕັ້ງ ຢູ່ທາງຕອນເໜືອ ຂອງ ເກາະບໍນຽວ. ນອກຈາກນັ້ນ, ກົມອຸຕຸນິຍົມວິທະຍາ ໄດ້ອອກປະກາດເຕືອນ ຝົນຕົກໜັກຢ່າງຕໍ່ເນື່ອງ ແລະ ລົມພັດແຮງ ເນື່ອງຈາກ ລະດູມໍລະສູມ ຕາເວັນອອກສຽງເໜືອ, ຊຶ່ງຄາດວ່າ ຈະດຳເຄື່ອໄຫວຕໍ່ໄປ ຈົນເຖິງ ເດືອນມີນາ ປີ2027./
KPL