ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານ

13/11/2026 10:07
ຂປລ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດອາແຊັກໄບຊານ

ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງບາກູ ແຫ່ງ ສາທາລະນະລັດອາແຊັກໄບຊານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອິລຮາມ ອາລີເຢັບ (H.E. Mr. Ilham ALIYEV) ປະທານາທິບໍດີ ແຫ່ງ ສາທາລະນະລັດອາແຊັກໄບຊານ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດອາແຊັກໄບຊານ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ.

ໃນໂອກາດດັ່ງກ່າວ, ທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ສີພັນດອນ ອ້ອຍບົວບຸດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສ ອາແຊັກໄບຊານ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງການຍື່ນສານຕາຕັ້ງຂອງ ທ່ານເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ໃນຄັ້ງນີ້ ມີຂຶ້ນພາຍຫຼັງການຢ້ຽມຢາມ ສ ອາແຊັກໄບຊານ ຢ່າງເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນຕຸລາ 2026 ທີ່ຜ່ານມາ ຊຶ່ງປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນການປະກອບສ່ວນສຳຄັນ ແລະ ໜັກແໜ້ນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ຍັງໄດ້ກ່າວເຖິງການເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 7 ຂອງກອງປະຊຸມວ່າດ້ວຍການພົວພັນ ແລະ ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຂອງການນຳຂັ້ນສູງ ຂອງ ສປປ ລາວ ທີ່ນະຄອນຫຼວງບາກູ, ພ້ອມທັງໄດ້ເນັ້ນໜັກເຖິງບົດບາດຂອງ CICA ທີ່ນັບມື້ນັບສູງເດັ່ນຂຶ້ນໃນເວທີສາກົນ ແລະ ການເຂົ້າເປັນສະມາຊິກສົມບູນຂອງອົງການ CICA ຂອງ ສປປ ລາວ ແມ່ນມີຄວາມໝາຍສຳຄັນໃນໄລຍະທີ່ ສ ອາແຊັກໄບຊານ ເປັນປະທານ. ນອກຈາກນີ້, ທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ກໍຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາປະເທດສະມາຊິກ ລວມທັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ການຕັດສິນໃຈຕໍ່ອາຍຸການເປັນປະທານ CICA ຂອງ ສ ອາແຊັກໄບຊານ ອອກໄປອີກ 2 ປີ ຊຶ່ງຖືວ່າເປັນການສະແດງເຖິງຄວາມເຄົາລົບນັບຖືຕໍ່ ສ ອາແຊັກໄບຊານ. ພ້ອມກັນນີ້, ທ່ານກໍໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ປະສົບຜົນສຳເລັດໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນໃນຄັ້ງນີ້.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ, ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນກ່ຽວກັບທ່າແຮງ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານປະທານປະເທດ ທອງລຸນ ສີສຸລິດ ເຖິງ ທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ແລະ ປະຊາຊົນອາແຊັກໄບຊານ ກໍຄືຄຳຂອບໃຈຢ່າງຈິງໃຈສຳລັບການຕ້ອນຮັບອັນອົບອຸ່ນຕະຫຼອດໄລຍະຂອງການຢ້ຽມຢາມຢ່າງເປັນທາງການທີ່ຜ່ານມາ, ພ້ອມທັງໄດ້ຝາກຄຳເຊື້ອເຊີນຢ່າງເປັນທາງການຂອງ ທ່ານປະທານປະເທດ ທອງລຸນ ສີສຸລິດ ເຖິງ ທ່ານປະທານາທິບໍດີ ອິລຮາມ ອາລີເຢັບ ເພື່ອເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາທີ່ເໝາະສົມ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995. ໃນປີ 2025, ສອງຝ່າຍໄດ້ສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ໄດ້ຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດຄັ້ງທຳອິດ ທີ່ນະຄອນຫຼວງວຽງຈັນ ໃນເດືອນທັນວາ 2025. ໃນໄລຍະການຢ້ຽມຢາມ ສ ອາແຊັກໄບຊານ ຢ່າງເປັນທາງການຂອງ ທ່ານປະທານປະເທດ ທອງລຸນ ສີສຸລິດ ໃນເດືອນຕຸລາ 2026, ການນຳຂັ້ນສູງຂອງທັງສອງປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ, ພ້ອມທັງໄດ້ມີການແລກປ່ຽນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານກະສິກຳ ແລະ ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນລັດຖະການ. ສປປ ລາວ ແລະ ສ ອາແຊັກໄບຊານ ຍັງບໍ່ທັນມີສະຖານທູດຕັ້ງຢູ່ປະເທດຂອງກັນ ແລະ ກັນ. ສຳລັບ ສປປ ລາວ ແມ່ນສະຖານທູດລາວ ປະຈຳ ສ ຣັດເຊຍ ຮັບຜິດຊອບ ສ ອາແຊັກໄບຊານ, ສ່ວນ ສ ອາແຊັກໄບຊານ ແມ່ນສະຖານທູດອາແຊັກໄບຊານ ປະຈຳ ສສ ຫວຽດນາມ ຮັບຜິດຊອບ ສປປ ລາວ.

KPL

ຂ່າວອື່ນໆ

    • ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາການເມືອງ

      ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

      11/12/2026 9:49:34 AM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    • ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIIIການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

      11/12/2026 9:30:13 AM

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

ads
ads

Top