ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.
ການເຜີຍແຜ່ຄັ້ງນີ້, ມີຄວາມ ສຳຄັນຫລາຍ ເນື່ອງຈາກເປັນການ ເຜີຍແຜ່ຄວາມຮູ້ ແລະ ສ້າງຄວາມ ເຂົ້າໃຈໃຫ້ແກ່ພະນັກງານວິຊາການ ກໍຄືຫົວໜ່ວຍທຸລະກິດ ໃນການນຳ ໃຊ້ລະບົບດີຈິຕອນເຂົ້າໃນວຽກງານ ຄຸ້ມຄອງ ແລະ ຈັດເກັບລາຍຮັບຂອງ ລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ, ສາມາດກວດສອບໄດ້ ແລະ ຫລຸດ ຜ່ອນບັນຫາການຮົ່ວໄຫລຂອງລາຍຮັບງົບປະມານ, ພ້ອມນັ້ນ ຍັງ ເປັນການປັບປຸງວຽກງານບໍລິຫານ ລັດໃຫ້ທັນສະໄໝ ສອດຄ່ອງກັບ ທິດທາງການຫັນເປັນດີຈິຕອນຂອງ ປະເທດ. ພ້ອມທັງມີການລາຍງານ ສະພາບການຈັດເກັບລາຍຮັບ ແລະ ຜົນການດຳເນີນງານໃນໄລຍະຜ່ານ ມາ, ເຜີຍແຜ່ແຜນການຂະຫຍາຍ ການນຳໃຊ້ລະບົບ E-Tax In-voice ແລະ D-Filing.
ນອກນັ້ນ ຍັງໄດ້ແນະນຳລະບຽບ, ຫລັກການ ແລະ ຂັ້ນຕອນການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ ກໍຄືການຈັດເກັບ ຄ່າທຳນຽມ ແລະ ຄ່າບໍລິການຜ່ານ ລະບົບດີຈິຕອນ ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດນຳໄປປະຕິບັດໄດ້ຢ່າງຖືກ ຕ້ອງ, ພ້ອມທັງມີການສາທິດວິທີ ການນຳໃຊ້ລະບົບ D-Filing ແລະ E-Tax Invoice, ການແນະນຳຂັ້ນ ຕອນການຂຶ້ນທະບຽນ, ການອອກ ໃບເກັບເງິນ ແລະ ການດຳເນີນທຸລະ ກຳຕ່າງໆຜ່ານລະບົບ.
KPL