ຈີນ-ສ.ເກົາຫລີ ບັນລຸເນື້ອໃນສຳຄັນການເຈລະຈາສັນຍາການຄ້າເສລີໄລຍະທີ 2

20/11/2026 16:37
ຂປລ ເຈົ້າໜ້າທີ່ກະຊວງການຄ້າ ຂອງຈີນ ໄດ້ເປີດເຜີຍວ່າ:ຈີນ ແລະ ສ.ເກົາຫລີ ໄດ້ດຳເນີນການເຈລະຈາ ສັນຍາການຄ້າເສລີ ຈີນ-ສ.ເກົາຫລີ ໄລຍະທີ 2 ຈົນສຳເລັດໃນເນື້ອໃນສຳຄັນແລ້ວ ເຊິ່ງຄວາມຄືບໜ້າດັ່ງກ່າວ ຈະຊ່ວຍສ້າງໂອກາດໃໝ່ ໃຫ້ແກ່ພາກທຸລະກິດ ຂອງທັງສອງປະເທດ

ຂປລ.ສຳນັກຂ່າວຊິຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກະຊວງການຄ້າ ຂອງຈີນ ໄດ້ເປີດເຜີຍວ່າ:ຈີນ ແລະ ສ.ເກົາຫລີ ໄດ້ດຳເນີນ ການເຈລະຈາ ສັນຍາການຄ້າເສລີ ຈີນ-ສ.ເກົາຫລີ ໄລຍະທີ 2 ຈົນສຳເລັດໃນເນື້ອໃນ ສຳຄັນແລ້ວ ເຊິ່ງຄວາມຄືບໜ້າດັ່ງກ່າວ ຈະຊ່ວຍສ້າງໂອກາດໃໝ່ ໃຫ້ແກ່ພາກທຸລະກິດ ຂອງທັງສອງປະເທດ, ເສີມສ້າງພື້ນຖານ ການ ຮ່ວມມື ດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສອງຝ່າຍໃຫ້ໝັ້ນຄົງ ຍິ່ງຂຶ້ນລວມທັງເພີ່ມ ແຮງຂັບເຄື່ອນໃໝ່ ໃຫ້ແກ່ການເປັນຄູ່ຮ່ວມມື ຍຸດທະສາດຈີນ-ສ.ເກົາຫລີ ໃຫ້ພັດທະນາ ໄປຢ່າງໝັ້ນຄົງ.

ຜົນສຳເລັດດັ່ງກ່າວ ຖືເປັນມາດຕະການຕົວຈິງ ທີ່ທັງສອງຝ່າຍ ໄດ້ດຳເນີນການ ເພື່ອສົ່ງເສີມລັດທິ ຫລາຍຝ່າຍແລະ ການຄ້າເສລີຢ່າງຈິງຈັງ ທັງຍັງເປັນການ ດຳເນີນການ ເພື່ອຕ້ານ ລັດທິຝ່າຍດຽວ ແລະ ລັດທິກີດກັນ ທາງການຄ້າລວມທັງປົກປ້ອງ ລະບົບການຄ້າຫລາຍຝ່າຍ ຮ່ວມກັນ ຢ່າງເປັນຮູບປະທຳ.

ການເຈລະຈາ ສັນຍາການຄ້າເສລີ ຈີນ-ສ.ເກົາຫລີ ໄລຍະທີ 2 ໄດ້ຍົກລະດັບເນື້ອໃນ ດ້ານການລົງທຶນ, ການຄ້າການບໍລິການ, ທາງການເງິນ ແລະ ການຮ່ວມມືດ້ານ ເສດຖະກິດ ລວມທັງເອກະສານ ຊ້ອນທ້າຍທີ່ກ່ຽວຂ້ອງ ໃນສັນຍາສະບັບເດີມ ເຊິ່ງຈະຊ່ວຍຂະຫຍາຍ ແລະ ປັບປຸງການລົງທຶນ ແລະ ການຄ້າຂະແໜງບໍລິການ ລະຫວ່າງ ຈີນ-ສ.ເກົາຫລີ ໃຫ້ມີປະສິດທິພາບທັງຍັງ ຊ່ວຍສົ່ງເສີມການພັດທະນາ ສາຍພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງທັງສອງປະເທດ ຢ່າງຕໍ່ເນື່ອງນຳໄປສູ່ ຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ໄດ້ຮັບໄຊຊະນະ ຮ່ວມກັນ ໃນລະດັບທີ່ສູງ
   
KPL

ຂ່າວອື່ນໆ

ads
ads

Top