ຂປລ
ເຊັນສັນຍາບໍລິຫານຕາດແກ້ງຍຸຍ ຍົກລະດັບສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ພາຍຫຼັງໂຄງການ ADB ສະໜັບສະໜູນທຶນສ້າງສຳເລັດ
ແຫຼ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນສັນຍາການບໍລິການ ແລະ ບໍລິຫານຄຸ້ມຄອງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ທີ່ເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນເມື່ອບໍ່ດົນມານີ້ ຕາງໜ້າລົງນາມໂດຍ ທ່ານ ອັດສະຍາໃສ ມະນີວັນ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງວັງວຽງ ແລະ ທ່ານ ບຸນພັນ ວົງສຳພັນ ຜູ້ອຳນວຍການບໍລິສັດທ່ອງທ່ຽວວັນເດີຟູນລາວ ຈຳກັດ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ຈິງມິນ ຮວງ (Jingmin Huang) ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ທ່ານ ສຸວຽງທອງ ວົງຈຳປາ ປະທານຄະນະກຳມະການປົກຄອງເມືອງວັງວຽງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ທີ່ມອບໃຫ້ບໍລິສັດທ່ອງທ່ຽວວັນເດີຟູນລາວ ຈຳກັດ ເຂົ້າມາບໍລິການ ແລະ ບໍລິຫານຄຸ້ມຄອງຮ່ວມ ປະກອບມີ: ເສັ້ນທາງຄອນກຣີດຍາວ 6 ກິໂລແມັດ ຈາກເສັ້ນທາງຫຼວງເລກທີ 13 ເໜືອ ຫານໍ້າຕົກຕາດແກ້ງຍຸຍ, ພ້ອມຂົວເຫຼັກ 2 ແຫ່ງ, ລະບົບລະບາຍນໍ້າ ແລະ ປ້າຍຊີ້ບອກຕາມເສັ້ນທາງ, ສິ່ງອຳນວຍຄວາມສະດວກບ່ອນຈອດລົດ 2 ແຫ່ງ, ຫ້ອງນໍ້າສາທາລະນະ ແລະ ຫ້ອງປ່ຽນເຄື່ອງ 2 ຫຼັງ, ຂົວອູ່, ຂົວຊີມັງ, ທາງຍ່າງພາຍໃນ, ຕັ່ງນັ່ງພັກຜ່ອນ ແລະ ເສົາໄຟເຍືອງທາງ, ປູກຕົ້ນໄມ້ໃຫ້ຮົ່ມ, ເດີ່ນຫຍ້າ ແລະ ຈຸດຊົມທິວທັດນໍ້າຕົກ, ຍານພາຫະນະ ແລະ ອຸປະກອນເກັບມ້ຽນຂີ້ເຫຍື້ອ. ພ້ອມນີ້, ຍັງມີລະບົບຂາຍປີ້ດີຈິຕອນທີ່ມີລະບົບຂາຍ ແລະ ກວດປີ້ແບບທັນສະໄໝ ຊຶ່ງພາກສ່ວນກ່ຽວຂ້ອງສາມາດຕິດຕາມສະຖິຕິນັກທ່ອງທ່ຽວ ແລະ ລາຍຮັບໄດ້ທາງອອນລາຍ.
ໃນໄລຍະປີ 2021-2026 ຜ່ານມາ, ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ການສະໜັບສະໜູນການປັບປຸງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ມູນຄ່າ 14,5 ລ້ານໂດລາສະຫະລັດ ຊຶ່ງມີ 3 ໂຄງການຍ່ອຍ ຄື: ປັບປຸງສະໜາມຂີ້ເຫຍື້ອເມືອງວັງວຽງ ມູນຄ່າ 3,2 ລ້ານໂດລາສະຫະລັດ; ປັບປຸງເສັ້ນທາງພາຍໃນເທສະບານເມືອງວັງວຽງ ມູນຄ່າ 2,7 ລ້ານໂດລາສະຫະລັດ; ປັບປຸງເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ສ້າງຂົວຂ້າມນໍ້າຊອງ ແລະ ປັບປຸງເສັ້ນທາງເຂົ້າຕາດແກ້ງຍຸຍ ມູນຄ່າ 8,6 ລ້ານໂດລາສະຫະລັດ. ການສະໜັບສະໜູນດັ່ງກ່າວ ກໍເພື່ອຍົກລະດັບຄຸນນະພາບຂອງການທ່ອງທ່ຽວເມືອງວັງວຽງ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ສາມາດເຊື່ອມໂຍງກັບບັນດາປະເທດໃກ້ຄຽງ.
KPL