ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

14/10/2026 09:54
ຂປລ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ການຈັດກິດຈະກຳຄັ້ງນີ້ ເປັນການສະເຫຼີມສະຫຼອງວັນສາຍຕາໂລກ ປະຈຳປີ 2026 ແນໃສ່ປິ່ນປົວ ແລະ ຮັກສາຄົນເຈັບຕາມົວ, ຕາບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນພະຍາດແກ່ນຕາຂຸ້ນ ຊຶ່ງຫາກກວດພົບໃນຄັ້ງນີ້ ຈະໄດ້ບໍລິການຜ່າຕັດແກ່ນຕາຂຸ້ນໃຫ້ໂດຍບໍ່ເສຍຄ່າ, ໝາຍຄວາມວ່າ ຄ່າໃຊ້ຈ່າຍໃນການຜ່າຕັດໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນ ກໍຄື ອົງການຈັດຕັ້ງສາກົນ ທີ່ໄດ້ແບ່ງປັນນ້ຳໃຈເຮັດເປັນໂຄງການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ເພື່ອຊ່ວຍເຫຼືອຄົນເຈັບຕາບອດຜູ້ທຸກຍາກ ແລະ ດ້ອຍໂອກາດໃນ ສປປ ລາວ.

ວັນສາຍຕາໂລກ ແມ່ນງານໜຶ່ງທີ່ຈັດຂຶ້ນທຸກໆປີ ໃນອາທິດທີ 2 ຂອງເດືອນຕຸລາ ເພື່ອເລັ່ງໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການແກ້ໄຂບັນຫາຕາບອດຂອງແຕ່ລະປະເທດໃນທົ່ວໂລກ, ການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອໃຫ້ທົ່ວສັງຄົມຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການປ້ອງກັນ ແລະ ການປິ່ນປົວພະຍາດຕາບອດ ຊຶ່ງຈະນຳໄປສູ່ການໃຫ້ຄວາມສຳຄັນຕໍ່ສິດທິໃນການເບິ່ງເຫັນ.

ຂ່າວ: ສູນຂ່າວສານການແພດສຸຂະສຶກສາ

KPL

ຂ່າວອື່ນໆ

ads
ads

Top