ຂປລ
ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ດ້ານຕຸລາການ ຈີນ-ອາຊຽນ ເພື່ອຮັບໃຊ້ ການກໍ່ສ້າງ ຊ່ອງທາງໃໝ່ ທາງບົກ ແລະ ທາງທະເລ ພາກຕາເວັນຕົກ ໄດ້ຈັດຂຶ້ນຢູ່ ນະຄອນກຸ່ງກິ່ງຂອງ ສປ ຈີນ ໂດຍມີ ສານປະຊາຊົນສູງສຸດ ນະຄອນຈຸ່ງກິ່ງ ເປັນເຈົ້າພາບ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 19 ພະຈິກນີ້, ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ດ້ານຕຸລາການ ຈີນ-ອາຊຽນ ເພື່ອຮັບໃຊ້ ການກໍ່ສ້າງ ຊ່ອງທາງໃໝ່ ທາງບົກ ແລະ ທາງທະເລ ພາກຕາເວັນຕົກ ໄດ້ຈັດຂຶ້ນຢູ່ ນະຄອນກຸ່ງກິ່ງຂອງ ສປ ຈີນ ໂດຍມີ ສານປະຊາຊົນສູງສຸດ ນະຄອນຈຸ່ງກິ່ງ ເປັນເຈົ້າພາບ. ຜູ້ຕາງໜ້າ ຈາກປະເທດ ສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ອິນໂດເນເຊຍ ເປັນຕົ້ນ ໄດ້ເຂົ້າຮ່ວມ ກອງປະຊຸມ ແລະ ດຳເນີນການຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບ ການບໍລິການ ດ້ານຕຸລາການ ເພື່ອຮັບປະກັນ ການເຊື່ອມໂຍງ ເຊື່ອມຈອກ ລະຫວ່າງ ຕ່ອງໂສ້ການສະໜອງທົ່ວໂລກ. ທ່ານ ບຸນຂວາງ ທະວີສັກ ຮອງປະທານ ສານປະຊາຊົນສູງສຸດຂອງ ສປປ ລາວ ໄດ້ສະເໜີ ໃຫ້ສ້າງກົນໄກ ປະສານສົມທົບກັນ ເປັນປົກກະຕິ ລະຫວ່າງ ອົງການຕຸລາການ, ພາກສ່ວນ ເສັ້ນທາງລົດໄຟ ແລະ ດ່ານພາສີ ລະຫວ່າງ ສປປ ລາວ-ສປ ຈີນ, ສ້າງບັນຊີ ລາຍການຄວາມສ່ຽງ, ບັນຊີລາຍການ ທີ່ຖືກຕ້ອງ ຕາມລະບຽບການ ແລະ ບັນຊີລາຍການລົບ.ນອກຈາກນີ້, ກອງປະຊຸມ ຍັງໄດ້ເຜີຍແຜ່ “ບົດລາຍງານ ການປະສານງານ ດ້ານຕຸລາການ ກ່ຽວກັບ ການຮັບໃຊ້ ການກໍ່ສ້າງຊ່ອງທາງໃໝ່ ທາງບົກ ແລະ ທາງທະເລ ຕາເວັນຕົກ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL