ຂປລ
ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.
ກອງປະຊຸມການແພດພື້ນເມືອງໂລກ ຄັ້ງນີ້ ໄດ້ກຳນົດຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານເຕັກໂນໂລຊີ ແລະ ການພັດທະນາແບບປະສົມປະສານຂອງການແພດ-ການຢາພື້ນເມືອງສຳລັບທຸກຄົນ” ຊຶ່ງມີຈຸດປະສົງ ເພື່ອເປັນເວທີການແລກປ່ຽນບົດຮຽນຂອງແຕ່ລະປະເທດ, ການຈັດຕັ້ງປະຕິບັດຍຸດທະສາດການແພດ-ການຢາພື້ນເມືອງ ໂດຍຜັນຂະຫຍາຍຕາມຍຸດທະສາດຂອງອົງການອະນາໄມໂລກໃນວຽກດັ່ງກ່າວ ແຕ່ປີ 2025-2034 ໂດຍການສົ່ງເສີມ ແລະ ນຳໃຊ້ຄຸນຄ່າຂອງການແພດ-ການຢາພື້ນເມືອງຢ່າງເຕັມສ່ວນ ແລະ ເຊື່ອມສານການບໍລິການເຂົ້າໃນລະບົບສາທາລະນະສຸກແຕ່ລະປະເທດ ທັງເປັນການຊຸກຍູ້ທ່າແຮງດ້ານການແພດ-ການຢາພື້ນເມືອງ ປະກອບເຂົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບຂອງປະຊາຊົນໃນທົ່ວໂລກ ຍົກຄຸນນະພາບຊີວິດໃຫ້ດີຂຶ້ນ ເພື່ອບັນລຸຄາດໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດໃນປີ 2030.
ໂອກາດນີ້, ຄະນະຜູ້ແທນກະຊວງສາທາລະນະສຸກ ສປປ ລາວ ໄດ້ມີຄຳເຫັນແລກປ່ຽນບົດຮຽນໃນຫົວຂໍ້: ການເຊື່ອມສານການບໍລິການການແພດ-ການຢາພື້ນເມືອງເຂົ້າໃນລະບົບການບໍລິການສຸຂະພາບຂັ້ນຕົ້ນຢູ່ ສປປ ລາວ. ພ້ອມທັງເຂົ້າຮ່ວມການສົນທະນາໂຕະມົນຂັ້ນລັດຖະມົນຕີກະຊວງສາທາລະນະສຸກ ແລະ ກອງປະຊຸມໂຕະມົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນດ້ານວຽກງານການແພດ-ການຢາພື້ນເມືອງ ຊຶ່ງເປັນການຍົກບົດບາດຂອງການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ໃນກອງປະຊຸມວິຊາການລະດັບສາກົນໃຫ້ໄດ້ຮັບຮູ້.
KPL