ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

19/10/2026 09:59
Email Print 323
ຂປລ ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

ໃນວັນທີ 15 ຕຸລາ 2026 ນີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວເນື່ອງໃນໂອກາດວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປີ 2026 ວ່າ: ໃນປີ 2026 ນີ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນແມ່ຍິງລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈະຈັດງານສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 46 ປີ ພາຍໃຕ້ຄຳຂວັນ: “ພັດທະນາໃນມື້ນີ້ ເພື່ອຄວາມອຸດົມສົມບູນໃນອະນາຄົດ” ໃນວັນທີ 6-7 ພະຈິກ 2026 ທີ່ສວນອາຊຽນປະຕູໄຊ, ນະຄອນຫຼວງວຽງຈັນ. ພາຍໃນງານປະກອບມີຫຼາຍກິດຈະກຳທີ່ສຳຄັນ ເປັນຕົ້ນ ເວທີສຳມະນາແຫ່ງຊາດ ກ່ຽວກັບສະບຽງອາຫານ, ເວທີຊາວໜຸ່ມລາວ ເລົ່າປະສົບການ ແລະ ສົນທະນາກ່ຽວກັບລະບົບສະບຽງອາຫານແບບຍືນຍົງ, ງານວາງສະແດງບັນດານະວັດຕະກຳ, ຜະລິດຕະພັນກະສິກຳ ແລະ ອື່ນໆ.

ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ກ່າວຕື່ມວ່າ: ອີງຕາມຂໍ້ມູນຂອງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO), ວິກິດການຄວາມອຶດຫິວ ແລະ ການຂາດສານອາຫານໃນທົ່ວໂລກ ຍັງເປັນສິ່ງທ້າທາຍອັນໜັກໜ່ວງ ຊຶ່ງປັດຈຸບັນມີປະຊາກອນປະມານ 7,8% ຂອງປະຊາກອນໂລກ ທີ່ປະສົບກັບບັນຫາຄວາມອຶດຫິວ ແລະ ອີກ 25,8% ປະສົບກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໃນລະດັບປານກາງ ຫຼື ຮຸນແຮງ ເນື່ອງຈາກຜົນກະທົບຂອງຄວາມຜັນຜວນທາງເສດຖະກິດ, ສົງຄາມ ແລະ ໄພພິບັດຕ່າງໆ. ສຳລັບ ສປປ ລາວ ບັນຫາຄວາມທຸກຍາກກໍຍັງເປັນສິ່ງທ້າທາຍ ຊຶ່ງປັດຈຸບັນຍັງມີຄອບຄົວທຸກຍາກກວມ 14,7% ຂອງຄອບຄົວທັງໝົດ ແລະ ອັດຕາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງຢູ່ລະດັບສູງ.

KPL

ຂ່າວອື່ນໆ

ads
ads

Top