ຂປລ
ພະຈິກ,ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳພາກທຸລະກິດເອເປັກ (APEC CEO Summit) ປີ2026 ແລະກອງປະຊຸມຜູ້ນຳເຂດເສດຖະກິດເອເປັກ (APEC Economic Leaders’ Meeting) ຢູ່ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ (ກວາງຕົງ) ທາງພາກໃຕ້ຂອງຈີນ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ,ວັນທີ 19 ພະຈິກ,ບັນດາຜູ້ນຳທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ ຜູ້ນຳພາກທຸລະກິດເອເປັກ (APEC CEO Summit) ປີ2026 ແລະ ກອງປະຊຸມຜູ້ນຳ ເຂດເສດຖະກິດເອເປັກ (APEC Economic Leaders’ Meeting) ຢູ່ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ (ກວາງຕົງ) ທາງພາກໃຕ້ຂອງຈີນໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນ ຂອງຈີນລວມທັງຄວາມກ້າວໜ້າ ອັນໂດດເດັ່ນ ຂອງເມືອງເຈົ້າພາບ.
ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາໄດ້ຂອບໃຈທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ຜົງລີ່ຢວນ ພັນລະຍາ ສຳລັບການສະແດງ ທີ່ຈັດກຽມໄວ້ໂດຍລະບຸວ່າຈີນ ເປັນປະເທດທີ່ ໜ້າອັດສະຈັນພ້ອມທັງ ຊົມເຊີຍທັງສອງທີ່ທຸ່ມເທ ເຮັດວຽກໄດ້ຢ່າງດີເລີດ.

ໃນຂະນະທີ່ທ່ານ
ວະລາດີເມຍປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ກ່າວຂອບໃຈຝ່າຍຈີນ
ສຳລັບການຕ້ອນຮັບອັນອົບອຸ່ນ ແລະ ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ
ຄັ້ງນີ້ໄດ້ຢ່າງດີເລີດ. ນອກຈາກນັ້ນ
ທ່ານອະນຸທິນ ຊານວີຣະກູນນາຍົກ ລັດຖະມົນຕີໄທ ໄດ້ກ່າວຊົມເຊີຍຈີນ
ໂດຍລະບຸວ່ານະຄອນເຊີນເຈີ້ນ ສະທ້ອນໃຫ້ເຫັນເຖິງ ຜົນໄດ້ຮັບ ຂອງການ ປ່ຽນແປງ
ເມື່ອເສດຖະກິດ ມີການເປີດກວ້າງສູ່ໂລກ./
KPL