ຂປລ
ທ່ານ ສີ ຈິ້ນຜິງ ໄດ້ພົບປະກັບ ຜູ້ນຳ 5 ປະເທດຄື: ອິນໂດເນເຊຍ, ອົດສະຕຣາລີ, ສິງກະໂປ, ໄທ ແລະ ມາເລເຊຍ ຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 20 ພະຈິກນີ້, ທ່ານ ສີ ຈິ້ນຜິງ ໄດ້ພົບປະກັບ ຜູ້ນຳ 5 ປະເທດຄື: ອິນໂດເນເຊຍ, ອົດສະຕຣາລີ, ສິງກະໂປ, ໄທ ແລະ ມາເລເຊຍ ຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ.ຈາກການເຕົ້າໂຮມ ຄວາມເຫັນ ເປັນເອກະພາບ ໃນກອງປະຊຸມ ຫລາຍຝ່າຍ ຮອດການພົບ ປະສອງຝ່າຍ ເພື່ອລົງເລິກ ການຮ່ວມມື, ການທູດປະມຸກລັດ ໄດ້ສືບຕໍ່ເສີມຂະຫຍາຍ ບົດບາດນຳພາ ທາງຍຸດທະສາດ, ເພີ່ມແຮງຂັບເຄື່ອນໃໝ່ ໃຫ້ແກ່ ການພັດທະນາ ການພົວພັນສອງຝ່າຍ ແລະ ໄດ້ເຕົ້າໂຮມກຳລັງແຮງ ຫລາຍກວ່າເກົ່າ ໃຫ້ແກ່ ການສ້າງປະຊາຄົມ ອາຊີ-ປາຊີຟິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL