ຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍ

08/10/2026 10:01
Email Print 6948
ຂປລ ກະຊວງສາທາລະນະສຸກຈັດກອງປະຊຸມປຶກສາຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍຂອງໂຄງການຮັກສາສຸຂະພາບເຂດຊາຍແດນຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ ຂຶ້ນວັນທີ 6 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ

ໂດຍການເປັນປະທານຂອງທ່ານວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະພະແນກສາທາລະນະສຸກແຂວງ, ໝໍ, ພະຍາບານ, 7 ໂຮງໝໍສູນກາງ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມຄະນະປະສານງານຊີ້ນຳວິຊາການສຳລັບໂຄງການຮັກສາສຸຂະພາບເຂດຊາຍແດນຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ ເພື່ອສະເໜີ ແລະ ແນະນຳຄູ່ມືສຳລັບຈັດຕັ້ງປະຕິບັດກິດຈະກຳທົດລອງ, ການຈັດຕັ້ງໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານຢູ່ໂຮງໝໍແຂວງ ແລະ ການກຳນົດເງື່ອນໄຂມາດຕະຖານສຳລັບສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບຢູ່ເຂດເສດຖະກິດພິເສດ, ບັນດາແຂວງເປົ້າໝາຍ ຊຶ່ງວຽກງານດັ່ງກ່າວ, ມີຄວາມສຳຄັນທີ່ກຳລັງລິເລີ່ມຈັດຕັ້ງປະຕິບັດດຳເນີນງານໄປຄຽງຄູ່ກັບການພັດທະນາຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍຂອງ ສປປ ລາວ ພາຍໃຕ້ການຊີ້ນຳຂອງຫ້ອງການກະຊວງ ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີໃນໂຄງການຮັກສາສຸຂະພາບຮ່ວມຊາຍແດນຮ່ວມກັບປະເທດລຸ່ມແມ່ນໍ້າຂອງ.

ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ຄູ່ມືແນະນຳສຳລັບຈັດຕັ້ງປະຕິບັດເປັນຕົ້ນແມ່ນໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານຢູ່ບັນດາໂຮງໝໍແຂວງ ເພື່ອເພີ່ມການເຂົ້າເຖິງສຸຂະພາບແຮງງານ ກໍຄືປະຊາກອນເຄື່ອນຍ້າຍລວມທັງຜູ້ທີ່ຖືກເຄາະຮ້າຍຈາກການເຄື່ອນຍ້າຍ ແລະ ການຄ້າມະນຸດ; ຄູ່ມືແນະນຳການຈັດຕັ້ງປະຕິບັດເງື່ອນໄຂມາດຕະຖານຂອງສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບຢູ່ເຂດເສດຖະກິດພິເສດ ເພື່ອຊຸກຍູ້ສົ່ງເສີມການເຂົ້າເຖິງບໍລິການຂັ້ນພື້ນຖານ ແລະ ຄວາມປອດໄພຂອງແຮງງານ.

KPL

ຂ່າວອື່ນໆ

ads
ads

Top