ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

21/10/2026 09:49
Email Print 128
ຂປລ ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

 ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ໂດຍການຮ່ວມລົງນາມມອບ-ຮັບການຊ່ວຍເຫຼືອ ລະຫວ່າງ ທ່ານ ໂຄອິຊຶມິ ຊິໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊຍະບູລີ, ມີທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງໂຄງການດັ່ງກ່າວມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນ ໂດຍການກໍ່ສ້າງອາຄານປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ.

ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ກ່າວວ່າ: ອາຄານປິ່ນປົວຂອງໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ສ້າງຂຶ້ນໃນປີ 1994, ມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ອາຄານຍັງຕັ້ງຢູ່ເຂດຕ່ຳລຽບແຄມແມ່ນ້ຳຂອງ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຕາມພື້ນທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວ ຈະໄດ້ກໍ່ສ້າງອາຄານປິ່ນປົວຫຼັງໃໝ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຊຶ່ງເປັນຕອນດິນທີ່ພໍ່ແມ່ປະຊາຊົນໄດ້ກະກຽມໄວ້. ຂ້າພະເຈົ້າຫວັງວ່າ ພາຍຫຼັງທີ່ອາຄານປິ່ນປົວຫຼັງໃໝ່ກໍ່ສ້າງສຳເລັດ ຈະຊ່ວຍໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ຮັບການຍົກລະດັບໃຫ້ດີຍິ່ງຂຶ້ນ.

ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.

ໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນແກ່ແຂວງໄຊຍະບູລີ ລວມເປັນມູນຄ່າຫຼາຍກວ່າ 1.700.000 ໂດລາສະຫະລັດ ເປັນຕົ້ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳລິນ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

KPL

ຂ່າວອື່ນໆ

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

    • ຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍສາທາລະນະສຸກ

      ຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍ

      10/8/2026 10:01:52 AM

      ກະຊວງສາທາລະນະສຸກຈັດກອງປະຊຸມປຶກສາຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍຂອງໂຄງການຮັກສາສຸຂະພາບເຂດຊາຍແດນຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ ຂຶ້ນວັນທີ 6 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ

ads
ads

Top