ກອງປະຊຸມ 3 ຝ່າຍປະສົບຜົນສຳເລັດ ຢືນຢັນປົກປັກຮັກສາສັນຕິພາບໂລກ

20/11/2026 16:37
ຂປລ ປະທານປະເທດ ສີ ຈິ້ນຜິງ ຈີນ ກ່າວວ່າ:ກອງປະຊຸມສຸດຍອດລະຫວ່າງ ຈີນ, ຣັດເຊຍ ແລະ ສ.ອາເມລິກາ ໄດ້ດຳເນີນໄປໃນທິດທາງຕັ້ງໜ້າ, ມີລັກສະນະສ້າງສັນ ແລະ ບັນລຸຜົນສຳເລັດ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ວັນທີ 19 ພະຈິກ, ປະທານປະເທດ ສີ ຈິ້ນຜິງ ຈີນ ກ່າວວ່າ:ກອງປະຊຸມ ສຸດຍອດລະຫວ່າງ ຈີນ, ຣັດເຊຍ ແລະ ສ.ອາເມລິກາ ໄດ້ດຳເນີນ ໄປໃນທິດທາງ ຕັ້ງໜ້າ, ມີລັກສະນະສ້າງສັນ ແລະ ບັນລຸຜົນສຳເລັດ.

ໂດຍທັງສາມປະເທດ ມີຄວາມເຫັນດຽວກັນ ກ່ຽວກັບການປົກປ້ອງ ສັນຕິພາບຂອງໂລກ ແລະ ຕ່າງກໍເນັ້ນໜັກວ່າ ສັນຕິພາບ ທີ່ໄດ້ມາ ຢ່າງຍາກລຳບາກນັ້ນ ແມ່ນສິ່ງທີ່ທຸກຝ່າຍ ຕ້ອງຮ່ວມກັນ ຖະໜອມ ແລະ ຮັກສາໄວ້.

ໃນຂະນະທີ່ ທັງສາມປະເທດ ເຫັນດີນຳກັນວ່າ ບັນດາປະເທດ ມະຫາອຳນາດ ຄວນໃຫ້ຄວາມສຳຄັນ ຢ່າງຈິງຈັງຕໍ່ຄວາມວິຕົກກັງວົນ ດ້ານຄວາມໝັ້ນຄົງ ຂອງທຸກປະເທດ ແລະ ການເຈລະຈາ ປຶກສາຫາລື ແມ່ນທາງເລືອກ ທີ່ຖືກຕ້ອງ ໃນການແກ້ໄຂ ຄວາມຂັດແຍ້ງ ແລະ ຄວາມເຫັນທີ່ແຕກຕ່າງ.

ນອກຈາກນີ້, ທັງສາມປະເທດ ຍັງເຫັນດີນຳກັນວ່າ ການຮ່ວມມື ແມ່ນສິ່ງຈຳເປັນ ຢ່າງຍິ່ງໃນການຜ່ານຜ່າ ສິ່ງທ້າທາຍຕ່າງໆ. ຜູ້ນຳຈີນກ່າວຍເພີ່ມເຕີມວ່າ ທັງສາມປະເທດ ຄວນ ຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບ ຄວາມເຫັນດີ ເປັນເອກະພາບທີ່ບັນລຸໄດ້ ໃນກອງປະຊຸມສຸດຍອດ ຄັ້ງນີ້, ສືບຕໍ່ເພີ່ມທະວີ ການສື່ສານລະຫວ່າງກັນ ຢ່າງບໍ່ຢຸດຢັ້ງ ລວມທັງຊຸກຍູ້ ສັນຕິພາບ ຜ່ານການຮ່ວມມື ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງໂລກ ໃຫ້ດີຍິ່ງຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top