ສປປເກົາຫລີ ສ້າງທີ່ຢູ່ອາໄສໃໝ່ ໃຫ້ແກ່ຄອບຄົວທະຫານ ທີ່ເສຍຊີວິດ ຈາກສົງຄາມຣັດເຊຍ-ອູແກຣນ

18/02/2026 14:15
ຂປລ ສປປເກົາຫລີ ໄດ້ສ້າງທີ່ຢູ່ອາໄສ ແຫ່ງໃໝ່ ໃນນະຄອນຫລວງ ພຽງຢາງ ເພື່ອຈັດສັນ ໃຫ້ແກ່ ຄອບຄົວ ທະຫານ ທີ່ເສຍຊີວິດ ຈາກ ສົງຄາມ ຣັດເຊຍ-ອູແກຣນ ແຕ່ບໍ່ໄດ້ລະບຸ ຈຳນວນເຮືອນ ທີ່ສ້າງຂຶ້ນໃໝ່.

ຂປລ. ສຳນັກຂ່າວ ກາງເກົາຫລີ (KCNA),  ສປປເກົາຫລີ ໄດ້ສ້າງທີ່ຢູ່ອາໄສ ແຫ່ງໃໝ່ ໃນນະຄອນຫລວງ ພຽງຢາງ ເພື່ອຈັດສັນ ໃຫ້ແກ່ ຄອບຄົວ ທະຫານ ທີ່ເສຍຊີວິດ ຈາກ ສົງຄາມ ຣັດເຊຍ-ອູແກຣນ ແຕ່ບໍ່ໄດ້ລະບຸ ຈຳນວນເຮືອນ ທີ່ສ້າງຂຶ້ນໃໝ່.

ທ່ານ ກີມຈອງ ອືນ ຜູ້ນຳສູງສຸດ ຂອງ ສປປເກົາຫລີ ໄດ້ເຂົ້າຮ່ວມ ໃນພິທີເປີດ ຖະໜົນສາຍໃໝ່ ໂດຍມີ ຊື່ ແຊພຍໍລຕຣີ (Saeppyol Street) ພ້ອມດ້ວຍ ທ່ານ ກີມ ຈູແອ ລູກສາວ ແລະ ເຈົ້າໜ້າທີ່ລະດັບສູງ.

ທ່ານ ກີມຈອງ ອືນ ກ່າວສູນທອນພົດ ວ່າ  ຖະໜົນແຫ່ງນີ້ ຖືເປັນກຽດ ຂອງຊາດ ເນື່ອງຈາກ ໄດ້ຖືກສ້າງຂຶ້ນເພື່ອຍົກຍ້ອງ ທະຫານ ທີ່ ສະລະຊີວິດ, ປົກປ້ອງຊາດ ເພື່ອຄອບຄົວ ຂອງ ທະຫານ ຜູ້ເສຍຊີວິດ ລວມເຖິງ ກຳລັງພົນທີ່ຖືກສົ່ງໄປ ປະຕິບັດ ພາລະກິດ ທາງທະຫານ ຢຸ່ຕ່າງປະເທດ. ນອກຈາກນີ້ ທ່ານຍັງເນັ້ນໜັກວ່າ ພັກແຮງງານ ເກົາຫລີ ແລະ ລັດຖະບານ ຈະດູແລ ຄອບຄົວ ທະຫານ ດັ່ງກ່າວນີ້ ໃຫ້ມີຊີວິດ ຄວາມເປັນຢູ່ ທີ່ໝັ້ນຄົງ , ພ້ອມທັງ ໄດ້ຮັບສິດທິ ພິເສດ ຈາກລັດຖະບານ ແລະ ສະໜັບສະໜູນ ຈາກ ສັງຄົມໂດຍລວມ./

KPL

ຂ່າວອື່ນໆ

ads
ads

Top