ບ້ານນາໄຫກຽມພ້ອມປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

16/02/2026 14:08
ຂປລ ຂປລ. ປັດຈຸບັນ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ມີຄວາມພ້ອມເກືອບ 100% ໃນບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາຂັ້ນນະຄອນຫລວງ (ສສຂ) ຊຸດທີ V ຊຶ່ງບ້ານນາໄຫ ມີຈຸດປ່ອນບັດ 2 ຈຸດຄື: ໂຮງຮຽນຂອງບ້ານ ແລະ ວັດປ່າບ້ານນາໄຫ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງຫລາຍກວ່າ 3.300 ຄົນ ຈາກພົນລະເມືອງທັງໝົດພາຍໃນບ້ານ 5.600 ກວ່າຄົນ.

ຂປລ. ປັດຈຸບັນ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ມີຄວາມພ້ອມເກືອບ 100% ໃນບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາຂັ້ນນະຄອນຫລວງ (ສສຂ) ຊຸດທີ V ຊຶ່ງບ້ານນາໄຫ ມີຈຸດປ່ອນບັດ 2 ຈຸດຄື: ໂຮງຮຽນຂອງບ້ານ ແລະ ວັດປ່າບ້ານນາໄຫ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງຫລາຍກວ່າ 3.300 ຄົນ ຈາກພົນລະເມືອງທັງໝົດພາຍໃນບ້ານ 5.600 ກວ່າຄົນ. ຕາມການສຳພາດຂອງທ່ານ ບຸນທັນ ພົມມະວັນ ນາຍບ້ານນາໄຫ ໃນໂອກາດທີ່ຜູ້ຮັບສະໝັກເລືອກຕັ້ງລົງຫາສຽງໃນວັນທີ 14 ກຸມ 2026 ນີ້ ທີ່ວັດປ່າບ້ານນາໄຫວ່າ: ການເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້, ລ້ວນແຕ່ມີຄວາມສຳຄັນທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຈະຕ້ອງໄດ້ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ຕົນມັກ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນໄປນັ່ງໃນສະພາແຫ່ງຊາດ. ແນວໃດກໍດີ, ສຳລັບບ້ານນາໄຫ ມາຮອດປັດຈຸບັນນີ້ ກໍໄດ້ມີການກະກຽມຄວາມພ້ອມເກືອບ 100% ແລ້ວ ທັງໄດ້ເອົາໃຈໃສ່ປຸກລະດົມປະຊາຊົນໃຫ້ຕື່ນຕົວໄປໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ ແທນທີ່ຕົນໝັກໃນວັນທີ 22 ກຸມພາ ທີ່ຈະມາຮອດນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຈຳນວນຄົນພາຍໃນບ້ານ. 

ນາຍບ້ານນາໄຫ ກ່າວຕື່ມວ່າ: ພາຍຫລັງທີ່ຜູ້ຮັບສະໝັກເລືອກຕັ້ງໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນນະຄອນຫລວງວຽງຈັນແລ້ວ, ຂໍໃຫ້ທຸກທ່ານເອົາໃຈໃສ່ປະຕິບັດໜ້າທີ່ອັນມີກຽດຂອງປະຊາຊົນແທ້ໆ, ຄຳນຶງເຖິງຜົນປະໂຫຍດຂອງປະ ເທດຊາດ ເພາະວ່າ ສສຊ ເປັນຜູ້ກວດກາການເຮັດວຽກຂອງລັດຖະບານ. ສະນັ້ນ, ອັນໃດບໍ່ຖືກຕ້ອງກໍຕ້ອງກວດສອບຢ່າງລະອຽດ ເພື່ອບໍ່ໃຫ້ສົ່ງຜົນເສຍຫາຍຕໍ່ປະເທດຊາດ. ຂະນະດຽວກັນ, ກໍຂໍຝາກເຖິງສະມາ ຊິກສະພາແຫ່ງຊາດທຸກທ່ານທີ່ຈະໄດ້ຮັບການເລືອກຕັ້ງໃນມໍ່ໆນີ້, ຢາກໃຫ້ໃນອີກ 5 ປີຕໍ່ໜ້ານີ້, ຂໍໃຫ້ລົງໃກ້ຊິດຕິດແທດປະຊາຊົນຕິດພັນກັບການເອົາກົດໝາຍທີ່ປະກາດນຳໃຊ້ໃນ ສປປ ລາວ ຈຳນວນ 100 ກວ່າສະບັບ ລົງເຜີຍແຜ່ໃຫ້ປະຊາຊົນໄປພ້ອມກັບການຮັບເອົາການສະເໜີຂອງປະຊາຊົນ, ຊ່ວຍປະຊາຊົນໃນການພັດທະນາດ້ານຊີວິດການເປັນຢູ່, ຊ່ວຍພັດທະນາພື້ນໂຄງລ່າງໃຫ້ແກ່ປະຊາຊົນ ເພື່ອການອຳນວຍຄວາມສະດວກສະບາຍໃນການພັດທະນາກໍຄືແກ້ຄວາມທຸກຍາກໃຫ້ນັບມື້ຫລຸດລົງເທື່ອລະກ້າວ.    
ໂດຍ: ຢ່າຕົ່ງ  

KPL

ຂ່າວອື່ນໆ

ads
ads

Top