ຈີນ ຍົກເວັ້ນວີຊາໃຫ້ ການາດາ-ອັງກິດ ຜູ້ຖືໜັງສືຜ່ານແດນທົ່ວໄປ

18/02/2026 14:15
ຂປລ ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບ ຈີນ ປະຕິບັດນະໂຍບາຍ ຍົກເວັ້ນ ວີຊາ ຕໍ່ປະຊາຊົນ ອັງກິດ ແລະ ການາດາວ່າ: ເພື່ອອຳນວຍຄວາມສະດວກ ໃຫ້ແກ່ ການໄປ-ມາຫາສູ່ກັນ ລະຫວ່າງ ປະຊາຊົນຈີນ ແລະ ຕ່າງປະເທດ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ໂຄ​ສົກ​ກະ​ຊວງ ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​  ຈີນ ​ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ ​ວີ​ຊາ ​ຕໍ່​ປະ​ຊາ​ຊົນ​ ອັງ​ກິດ ແລະ ການ​າ​ດາ​ວ່າ: ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ ການ​ໄປ​-ມາ​ຫາ​ສູ່​ກັນ ​​ລະ​ຫວ່າງ​ ປະ​ຊາ​ຊົນ​ຈີນ ​ແລະ ​ຕ່າງ​ປະ​ເທດ, ຈີ​ນ​ ໄດ້ຕົກ​ລົງ ​ຍົກ​ເວັ້ນ​ວີ​ຊາ ​ໃຫ້​ແກ່​ ປະ​ຊາ​ຊົນ ​ກາ​ນາ​ດາ ແລະ ອັງ​ກິດ ໂດຍສະເພາະ ຜູ້​ຖື​ປັສ​ສະ​ປໍ​ທົ່ວ​ໄປ​ ​ນັບແຕ່​ ວັນ​ທີ 17 ກຸມ​ພາ​ປີ 2026 ນີ້​ ​ໄປຈົນເຖິງ ວັນ​ທີ 31 ທັນ​ວາ​ປີ 2026, ປະ​ຊາ​ຊົນ​ ຜູ້​ຖື​ປັສ​ສະ​ປໍ​ ທົ່ວ​ໄປ​ ຂອງ ​ສອງ​ປະ​ເທດ​ ດັ່ງ​ກ່າວ​ ​ສາມາດ ເດີນ​ທາງ​ມາ ​ດຳ​ເນີນ​ທຸ​ລະ​ກິດ, ທ່ອງ​ທ່ຽວ, ຢ້ຽມ​ຢາມ ​ພີ່​ນ້ອງ​ ໝູ່​ເພື່ອນ, ແລກ​ປ່ຽນ, ທັດ​ສະ​ນະ ​ສຶກ​ສາ ແລະ ເດີນ​ທາງ​ ຜ່ານ​ຈີນ​ ໄປ​ປະ​ເທດ​ທີ 3 ບໍ່​​ເກີນ 30 ວັນ ​​ຈະ​ສາ​ມາດ​ ຍົກ​ເວັ້ນ ​ວີ​ຊາເຂົ້າ​ ປະ​ເທດ​ຈີນ. /

 

KPL

ຂ່າວອື່ນໆ

ads
ads

Top