ພ້ອມກັນຮັບໃຊ້ປະຊາຊົນໃນນາມຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 1

16/02/2026 11:09
ຂປລ ໃນໂອກາດລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ, ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຫລາຍທ່ານໄດ້ມາສະແດງວິໄສທັດຂອງຕົນ, ຖ້າຫາກໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບເລືອກຕັ້ງເປັນ ສສຊ ຈາກປະຊາຊົນແລ້ວຈະນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງຕົນ ເພື່ອຮັບໃຊ້ປະຊາຊົນ ໂດຍຈະປະຕິບັດ 3 ພາລະບົດບາດຢ່າງເຂັ້ມງວດ.

       ຂປລ. ທ່ານ ວີແກ້ວ ບຸບຜາວັນ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ເບີ 8 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕ່ໍສ່ືມວນຊົນວ່າ: ຕົນເອງມີຄວາມພາກພູມໃຈທ່ີໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງໃຫ້ລົງສະໝັກຮັບເລືອກຕັ້ງໃນຄັ້ງນີ້ ຖືເປັນໜ້າທີ່ອັນມີກຽດ ແລະ ເປັນສິ່ງທ້າທາຍໃໝ່ ທີ່ຈະໄດ້ນຳເອົາຄວາມຮູ້ຄວາມສາມາດທ່ີຖອດຖອນໄດ້ຈາກຫລາຍຂະແໜງການ ມາປະກອບສ່ວນເຂົ້າໃນວຽກງານສະພາເພື່ອສ້າງສາພັດທະນາ ປະເທດຊາດໃຫ້ກ້າວໜ້າ. ພ້ອມນີ້, ກໍຈະໄດ້ເອົາໃຈໃສ່ວຽກງານກວດກາ, ຊຸກຍູ້ການຈັດຕ້ັງປະຕິບັດແຜນພັດທະນາ ແລະ ການລົງທຶນຕ່າງໆໃຫ້ມີປະສິດທິພາບ, ການແກ້ໄຂບັນຫາເປັນຕົວແທນໃນການຮັບຟັງ ແລະ ຊ່ວຍແກ້ໄຂຂໍ້ຂ້ອງໃຈຂອງປະຊາຊົນ, ທັງເປັນຂົວຕໍ່ສົ່ງສຽງສະທ້ອນ ແລະ ຄວາມຕ້ອງການຂອງພໍ່ແມ່ປະຊາຊົນໄປຍັງລັດຖະບານ ແລະ ສະພາແຫ່ງຊາດຢ່າງເປັນຮູບປະທຳ.

     ໃນຕອນທ້າຍ ທ່ານ ກິແກ້ວ ບຸບຜາວັນ ໄດ້ຝາກເຖິງພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ໃຫ້ຊ່ວຍພິຈາລະນາເລືອກເອົາຜູ້ທ່ີມີຄວາມຮູ້ ແລະ ປະສົບການເຂົ້າໄປເຮັດໜ້າທີ່ໃນສະພາ, ໃນນາມຕົວແທນຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຂ້າພະເຈົ້າ ໝາຍເລກ 8 ຂໍຝາກເນື້ອຝາກຕົວ ແລະ ຫວັງຢ່າງຍ່ິງວ່າຈະໄດ້ຮັບຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງຜູ້ມີສິດເລືອກຕັ້ງໃນນະຄອນຫລວງວຽງຈັນ.

     ປັດຈຸບັນ, ທ່ານ ກິແກ້ວ ບຸບຜາວັນ ດຳລົງຕຳແໜ່ງເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ືນຖານການສຶກສາລະດັບປະລິນຍາໂທດ້ານການພົວພັນຕ່າງປະເທດ ຈາກ ສປ ຈີນ ແລະ ມີປະສົບການເຮັດວຽກທີ່ຫລາກຫລາຍທັງໃນຂົງເຂດການທູດຢູ່ກະຊວງການຕ່າງປະເທດ ແລະ ການລົງພັດທະນາຮາກຖານຢູ່ທ້ອງຖິ່ນ (ແຂວງອຸດົມໄຊ) ເປັນເວລາຫລາຍປີ.

KPL

ຂ່າວອື່ນໆ

ads
ads

Top