ປາແດກ ພອນປະເສີດ ອີກໜຶ່ງຜະລິດຕະພັນທີ່ສ້າງເສດຖະກິດຄອບຄົວດີຂຶ້ນເປັນກ້າວໆ

12/02/2026 12:50
Email Print 117
ຂປລ ຂປລ. ເມື່ອເວົ້າເຖິງປາແດກແລ້ວ, ກໍເປັນອາຫານພື້ນບ້ານທີ່ຕິດພັນກັບວິຖີຊີວິດຂອງຄົນລາວມາແຕ່ດຶກດຳບັນຈົນສືບເນ່ືອງມາເຖິງປັດຈຸບັນນີ້, ປາແດດ ຖືວ່າເປັນອາຫານທີ່ຫລາຍໆຄົນມັກກິນກໍວ່າໄດ້ ແລະ ເພືື່ອເປັນການຕໍ່ຍອດພູມປັນຍາຂອງປະຊາຊົນທ້ອງຖິ່ນ

ຂປລ. ເມື່ອເວົ້າເຖິງປາແດກແລ້ວ, ກໍເປັນອາຫານພື້ນບ້ານທີ່ຕິດພັນກັບວິຖີຊີວິດຂອງຄົນລາວມາແຕ່ດຶກດຳບັນຈົນສືບເນ່ືອງມາເຖິງປັດຈຸບັນນີ້, ປາແດດ ຖືວ່າເປັນອາຫານທີ່ຫລາຍໆຄົນມັກກິນກໍວ່າໄດ້ ແລະ ເພືື່ອເປັນການຕໍ່ຍອດພູມປັນຍາຂອງປະຊາຊົນທ້ອງຖິ່ນ ກໍຄື ພໍ່ແມ່ອາວອາ ໃຫ້ຢູ່ຄູ່ສັງຄົມລາວຕະຫລອດໄປໃນການຜະລິດປາແດກ ຈຶ່ງເຮັດໃຫ້ຫລາຍໆຄອບຄົວເກີດມີແນວຄວາມຄິດນຳເອົາປາແດດ ມາພັດທະນາສູ່ການຜະລິດແບບທັນສະໄໝ ສະອາດ ແລະ ມີມາດຕະຖານ ຊຶ່ງໜຶ່ງໃນນັ້ນກໍແມ່ນຜະລິດຕະພັນ ປາແດກພອນປະເສີດທີ່ເນັ້ນຄຸນນະພາບ ລົດຊາດ, ຄວາມສະອາດ ແລະ ກິ່ນຫອມ ອັນເປັນເອກະລັກ ທີ່ເຮັດໃຫ້ລູກຄ້າຫລາຍໆທ່ານຕ້ອງກັບມາຊື້ຊ້ຳ.

ທ່ານ ນາງ ພອນ ສິນໄຊວໍລະວົງ ໄດ້ໃຫ້ຮູ້ວ່າ: ໂຮງງານຜະລິດປາແດກພອນປະເສີດ ໂຮງງານຕັ້ງຢູ່ບ້ານດົງບັງ ເມືອງໄຊທານີ ນະຄອນຫລວງ  ໄດ້ເລີ່ມດຳເນີນການຜະລິດມາປະມານ 4 ປີ  ຊຶ່ງທຸກຂັ້ນຕອນການຜະລິດແມ່ນນັ້ນຄວາມສະອາດເປັນຫລັກ, ມີຄວາມປອດໄພຕໍ່ຜູ້ບໍລິໂພກ, ເນັ້ນລົດຊາດແຊບ ແລະ ກິ່ນຫອມເປັນເອກະລັກ; ໃນນັ້ນແຮງງານຕົ້ນຕໍປະມານ 10 ກວ່າຄົນ,  ສ່ວນວັດຖຸດິບໄດ້ມີການເລືອກເຟັ້ນເອົາປາທີີ່ມີຄຸນນະພາບໂດຍສັ່ງຊື້ຈາກຂ້າປະຈຳຢູ່ເຂດປາກເຊ ແຂວງຈຳປາສັກ. ແນວໃດກໍດີ, ການເຮັດປາແດກຢາກໃຫ້ມີລົດຊາດທີ່ແຊບນັ້ນບໍ່ແມ່ນເລື່ອງງ່າຍ ທາງໂຮງງານໃຊ້ເວລາໝັກດົນເຖິງ 2 ປີ ແລະ ໄດ້ເລີ່ມຈຳໜ່າຍຜະລິດຕະພັນຢ່າງເປັນທາງການມາໄດ້ປະມານ 1 ກວ່າປີ ເນື່ອງຈາກການຜະລິດປາແດກຈຳເປັນຕ້ອງໃຊ້ເວລາໃນການໝັກ ເພື່ອໃຫ້ໄດ້ລົດຊາດແຊບຊ້ອຍທີ່ເອກະລັກສະເພາະ.  ປາແດກພອນປະເສີດ ໄດ້ຜະລິດອອກມາ  3 ປະເພດຫລັກ ຄື: ປາແດກສຸກ, ປາແດກດິບ ແລະ ແຈ່ວປາແດກ ໂດຍໄດ້ຮັບຜົນຕອບຮັບດີຈາກຜູ້ບໍລິໂພກ ແລະ ປັດຈຸບັນໄດ້ນຳເຂົ້າຈຳໜ່າຍຢູ່ຮ້ານໂຊກທະວີທຸກສາຂາ. ລາຄາຈຳໜ່າຍ ປາແດກສຸກ ເລີ່ມຕົ້ນ 25.000 ກີບຕໍ່ຕຸກ, ແຈ່ວປາແດກ 35.000 ກີບຕໍ່ກັບ ແລະ ປາແດກດິບ 60.000 ກີບຕໍ່ກິໂລ. ເຖິງແນວໃດກໍດີ, ໃນອະນາຄົດ ທາງໂຮງງານມີແຜນຈະພັດທະນາຜະລິດຕະພັນເພີ່ມເຕີມ ເຊັ່ນ: ນ້ຳປາຫວານ ແລະ ແຈ່ວສຳລັບກິນກັບສົ້ມ ພ້ອມທັງຂະຫຍາຍຕະຫລາດໃຫ້ກວ້າງຂວາງຂຶ້ນຕື່ມ.

ທ່ານ ນາງ ຈິນດາ ສີຫາລາດ ຕົວແທນຈຳໜ່າຍປາແດກພອນປະເສີດ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານເທສະການອາຫານລາວ ປະຈຳປີ 2026 ວ່າ: ການເຂົ້າຮ່ວມງານຄັ້ງນີ້ເປັນຄັ້ງທຳອິດທີ່ໄດ້ນຳເອົາຜະລິດຕະພັນປາແດກພອນປະເສີດ ມາຈຳໜ່າຍຢ່າງເປັນທາງການ ຊຶ່ງຈຸດປະສົງໃນການເຂົ້າຮ່ວມງານ ເພື່ອແນະນຳຜະລິດຕະພັນ /ປາແດກ ໃຫ້ສັງຄົມໄດ້ຮູ້ຈັກ, ໄດ້ເຫັນ, ໄດ້ຊີມ ແລະ ສາມາດຊື້ໄປປຸງແຕ່ງອາຫານ ຫລື ຊື້ເປັນຂອງຝາກຂອງຕ້ອນ ເນື່ອງຈາກປາແດກ ເປັນອາຫານເອກະລັກຂອງຄົນລາວ. ພ້ອມກັນນັ້ນ, ງານເທສະການອາຫານລາວ ຍັງເປັນເວທີສຳຄັນໃນການອະນຸຮັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງລາວ ໂດຍສະເພາະອາຫານພື້ນບ້ານຂອງແຕ່ລະທ້ອງ ຖິ່ນ.

ເອົາເປັນວ່າ ທ່ານໃດມີຄວາມສົນໃຈ ສາມາດຫາຊື້ປາແດກພອນປະເສີດໄດ້ທີ່ຮ້ານໂຊກທະວີທຸກສາຂາ ຫລື ຕິດຕໍ່ສັ່ງຊື້ໄດ້ທີ່ເບີ 020 5555 0455.

KPL

ຂ່າວອື່ນໆ

ads
ads

Top